ການບົວລະບັດຮັກສາ
ເມື່ອປູກໄລຍະທຳອິດຄວນຫົດນໍ້າທຸກໆມື້ເພື່ອໃຫ້ດີນມີຄວາມຊຸ່ມຊື່ນຕະຫຼອດເວລາ, ເມື່ອຜັກຫວານຕັ້ງຕົວໄດ້ແລ້ວຄວນຫົດນໍ້າ 1-3 ຄັ້ງຕໍ່ອາທິດ, ຄວນໃສ່ຝຸ່ນຄອກປີລະ 2 ຄັ້ງ, ຄັ້ງທຳອິດແມ່ນໃສ່ໃນຊ່ວງລະດູຝົນເຊິ່ງເປັນຊ່ວງກ່ອນຜັກຫວານຈະແຕກຍອດ ແລະ ອອກດອກ, ເຊິ່ງເຮັດໃຫ້ຕົ້ນແຂງແຮງໃຫ້ຜະລິດຍອດໄດ້ຍາວໃນລະດູແລ້ງ. ຄັ້ງທີ່ 2 ແມ່ນຫຼັງຈາກການເກັບຍອດແລ້ວ, ເພື່ອບຳລຸງຕົ້ນໃຫ້ສົມບູນສຳຫຼັບລະດູການຕໍ່ໄປ. 

ການກຳຈັດວັດຊະພືດ: ວິທີການການເສຍຫຍ້າບໍ່ຄວນກຳຈັດຈົນກ້ຽງເກີນໄປ ເພາະຜັກຫວານອາໄສພືດ ຫືຼ ຫຍ້າບາງຊະນິດເປັນພືດຢູ່ຮ່ວມກັນເພື່ອສ້າງອາຫານ. ການກຳຈັດຫຍ້າຄວນຕັດຫຍ້າດີກວ່າເສຍຫຍ້າໃຫ້ກ້ຽງ. ຕັດຫຍ້າອອກມາຄວນເອົາປົກຄຸມບໍລິເວນຕົ້ນຜັກຫວານ. 

ການປ້ອງກັນພະຍາດ ແລະ ແມງໄມ້: ຜັກຫວານປ່າເປັນພືດທີ່ມີພະຍາດ ແລະ ແມງໄມ້ລົບກວນໜ້ອຍ. ແຕ່ສັດຕູທີ່ສຳຄັນແມ່ນຫອຍທາກ, ແມງເຕົ່າທອງ, ໄຮແດງ ແລະ ຂີ້ກະເດືອນຝອຍ. ວິທີການປ້ອງກັນ ແລະ ກຳຈັດ ຄວນໃຊ້ສານສະກັດຈາກທຳມະຊາດ ເຊັ່ນ: ກະເດົາ, ຫົວສາມສິບ, ເພື່ອບໍ່ໃຫ້ສານພິດຕົກຄ້າງໃນຜັກຫວານທີ່ຈະນຳໄປບໍລິໂພກ, ຄວນຕິດຕາມ ແລະ ກວດກາຢູ່ສະເໝີ ເມື່ອເຫັນພະຍາດ ຫຼື ແມງໄມ້ຄວນກຳຈັດທັນທີ. 

Done
ຫົດນ້ຳໃຊ້ຊຸ່ມຊື່ນຢູ່ສະເໝີ.

 

ການປະກອບສ່ວນ