ວິທີການກ້າແກ່ນຜັກຫວານປ່າ
ຜັກຫວານເປັນພືດປ່າ ແລະ ເປັນໄມ້ຢືນຕົ້ນຂະໜາດກາງ. ໃບ ແລະ ຍອດອ່ອນນິຍົມຮັບປະທານ ເພາະມີລົດຊາດຫວານ, ມີຄວາມຕ້ອງການຫຼາຍຕາມທ້ອງຕະຫຼາດ ສາມາດພົບໄດ້ພຽງແຕ່ຕາມລະດູການເທົ່ານັ້ນ. ປະຊາຊົນຕາມຊົນນະບົດແມ່ນເກັບກູ້ຕາມປ່າ ເພື່ອເປັນອາຫານ ແລະ ຂາຍໃນຕະຫຼາດທ້ອງຖີ່ນ. ປະຈຸບັນນີ້ຜັກຫວານໃນປ່າກໍ່ເລີ່ມຫາຍາກແລ້ວ ດັ່ງນັ້ນເຮົາຄວນຮູ້ວິທີການກ້າແກ່ນຜັກຫວານປ່າ ເພື່ອນໍາມາປູກຢູ່ໃນສວນໃກ້ບ້ານ ຫຼື ປູກເປັນສີນຄ້າກໍ່ຍັງໄດ້. ເພື່ອແກ້ໄຂບັນຫາຂ້ອງໃຈວ່າຈະກ້າແກ່ນຜັກຫວານປ່າໃຫ້ເກີດ ແລະ ງອກງາມເຮັດແນວໃດ... ຕິດຕາມຂັ້ນຕອນດັ່ງລຸ່ມນີ້:
 1.  ເກັບເອົາໝາກຜັກຫວານທີ່ສູກດີ, ຈະສັງເກດເຫັນເປັນສີເຫຼືອງອົ້ມຂຽວເລັກນ້ອຍ (ໝາກຈະສູກປະມານເດືອນພືດສະພາ-ມິຖຸນິ.
 2.  ເມື່ອເກັບໝາກສູກດີມາແລ້ວໃຫ້ລ້າງສ່ວນເນື້ອໝາກທີ່ມີລົດຊາດຫວານອອກໃຫ້ສະອາດ ໂດຍໃສ່ແປງຖູ ຫຼື ຂີ້ຊາຍຄັດອອກໃຫ້ໝົດ, ເພາະສ່ວນເນື້ອຫວານນີ້ ເປັນສາເຫດເຮັດໃຫ້ແກ່ນບໍ່ງອກ ເພາະມີເຊື້ອຣາເຮັດໃຫ້ແກ່ນເນົ່າໄດ້.
 3.  ເມື່ອລ້າງແກ່ນສະອາດໃຫ້ເບີຍລົມໃຫ້ແຫ້ງ, ເບີຍໃນຮົ່ມທີ່ມີລົມພັດຜ່ານດີ, ບໍ່ຕ້ອງເອົາໄປຕາກແດດ ເພາະຈະເຮັດໃຫ້ແກ່ນແຫ້ງເກີນໄປ. 
 4.  ສຳລັບໜານກ້າອາດຈະເຮັດເປັນໜານຍາວກໍ່ໄດ້ແລ້ວແຕ່ຄວາມເໝາະສົມ, ອາດຈະໃສ່ກະຕ້າ ຫຼື ພາຊະນະທີ່ເໝາະສົມ. ຈາກນັ້ນໃຫ້ເອົາຂີ້ຊາຍ ຫຼື ກາກເຜົາກໍ່ໄດ້ເຊັ່ນດຽວ, ເອົາມາເຖລົງໃນສູງປະມານ 10-15 ຊັງຕິແມັດ. 
 5.  ເອົາແກ່ນຜັກຫວານທີ່ກຽມໄວ້ນັ້ນເອົາແຊ່ນໍ້າໃນຄຸ ຫຼື ແອ່ງກໍ່ໄດ້, ແຊ່ໄວ້ໜື່ງຄືນ ເພື່ອໃຫ້ແກ່ນທີ່ບໍ່ສົມບູນຟູຂຶ້ນ ໃຫ້ເກັບອອກ, ເອົາແຕ່ແກ່ນທີ່ຈົ່ມນໍ້າ.
 6.  ເອົາແກ່ນທີ່ຈົ່ມນັ້ນມາກ້າໃນໜານ ຫຼື ພາຊະນະທີ່ກຽມໄວ້, ລຽນເປັນແຖວໃຫ້ລະອຽດເພື່ອໃຫ້ງ່າຍເວລາເອົາແກ່ນທີ່ງອກຮາກໄປໃສ່ຖົງ, ຈາກນັ້ນໃຫ້ເອົາຊາຍ ຫຼື ກາບເຜົາປົກອິກ ພໍປົກແກ່ນ. ຈາກນັ້ນອາດຈະເອົາຫຍ້າ ຫຼື ເຟືອງປົກກໍ່ໄດ້. 
 7.  ຫົດນ້ຳປະມານ 2 ມື້ຕໍ່ຄັ້ງ, ຕ້ອງສັງເກດບໍ່ໃຫ້ກາບເຜົາ ຫຼື ຊາຍນັ້ນປຽກຫຼາຍເກີນໄປ.
 8.  ປະມານ 2-3 ອາທິດແກ່ນຈະງອກຮາກອອກມາ ໃຫ້ກະກຽມຍ້າຍໃສ່ເບົ້າ. 
 9.  ເອົາດິນປູກໃສ່ໃຫ້ເຕັມ ເຫຼືອໄວ້ປະມານໜື່ງຂໍ້ນີ້ວມື, ຈາກນັ້ນເອົາແກ່ນທີ່ງອກຍ້າຍມາໃສ່ຖົງ, ໃຫ້ໃສ່ໄມ້ຖູ ຫຼື ເຫຼັກແຫມແທງເປັນຮູ ເພື່ອບໍ່ໃຫ້ຮາກອ່ອນຫັກ, ຈາກນັ້ນເອົາຮາກແກ່ນງອກແທງລົງໄປ ຈາກນັ້ນເອົາດິນປູກໃສ່ປົກພໍດີເຕັມຖົງ.
 10. ເກັບ ຫຼື ປະໄວ້ໃນຮົ່ມ, ອາດຈະໃສ່ຜ້າກັນແສດປະມານ 70%, ຫົດນ້ຳວັນລະຄັ້ງ. ປະມານ 10 ເດືອນ, ຕົ້ນຜັກຫວານກໍ່ຈະສູງປະມານ 10-20 ຊັງຕິແມັດ, ພ້ອມທີ່ຈະນຳໄປປູກໄດ້ແລ້ວ.

Google images
ວິທີການກ້າແກ່ນຜັກຫວານ

 

ການປະກອບສ່ວນ