APA 6th ed. ປາເຄິງ / Asian Redtail Catfish. (2019, June 24). Retrieved from https://www.phakhaolao.la/kb/0000547
MLA 8th ed. ປາເຄິງ / Asian Redtail Catfish. Pha Khao Lao, 24 June 2019, https://www.phakhaolao.la/kb/0000547.
Chicago 17th ed. Pha Khao Lao. 2019. "ປາເຄິງ / Asian Redtail Catfish." Published June 24, 2019. https://www.phakhaolao.la/kb/0000547.
ຂໍ້ແນະນຳ
ປາເຄິງເປັນປາພື້ນເມືອງທີ່ມີຄວາມສຳຄັນທາງເສດຖະກິດ, ລາຄາແພງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ພາຍໃນ ແລະ ສົ່ງອອກໄດ້. ສະນັ້ນ, ການນຳໃຊ້ວັດຖຸດີບທີ່ມີຢູ່ພາຍໃນເປັນອາຫານເສີມແກ່ການລຽງປາເຄິງແມ່ນເປັນທາງເລືອກໜຶ່ງແກ່ຊາວກະສິກອນທີ່ສາມາດຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ສ້າງມູນຄ່າເພີ່ມແກ່ການລ້ຽງປາໄດ້. ປາເຄິງເປັນປາກິນຊີ້ນ ເຮົາສາມາດນຳໃຊ້ເສດຈາກໂຮງງານຂ້າສັດ, ການລ້ຽງປານິນແຜ່ໃສ່ໃນໜອງລ້ຽງປາເຄິງ, ການໃຊ້ດອກໄຟໄຕ້ແມງໄມ້ໃສ່ເທິງໜອງປາ, ໃຊ້ຫອຍຕ່າງໆ ແລະ ຂີ້ກະເດືອນ ປະສົມອາຫານ ກໍ່ລ້ວນແຕ່ເປັນອາຫານປາເຄິງໄດ້ ແລະ ນອກນີ້ຍັງສາມາດນຳໃຊ້ເສດເຫຼຶອຈາກໂຮງງານອຸດສາຫະກຳ ເຊັ່ນ ຂີ້ເບຍ, ກາກມັນຕົ້ນ ນຳມາໝັກໃສ່ປາປົນ ແລະ ວິຕາມິນແຮ່ທາດກ່ອນ ແລ້ວໃຊ້ເປັນອາຫານເກືອປາໄດ້ເຊັ່ນກັນ.