ອາຫານທີ່ເປັນເອກະລັກຈາກເມືອງຊານະຄາມຊຶ່ງເປັນທີ່ຊື່ສຽງໂດງດັ່ງ.

ຊານະຄາມ ມີຊື່ສຽງໃນເລື່ອງຄວາມອຸດົມສົມບູນຂອງດິນ ແລະ ໝາກໄມ້ທີ່ມີຄຸນະນພາບສູງເຊັ່ນ ໝາກກ້ວຍ, ໝາກຂາມ, ໝາກພ້າວ ມາຫລາຍປີແລ້ວ. ຜະລິດຕະພັນທີ່ແປຮູບຈາກໝາກໄມ້, ແຍມ ທີ່ປູກໃນທ້ອງຖິ່ນຢູ່ໃນຕອນນີ້ ກຳລັງໄດ້ຮັບຄວາມນິຍົມໃນທາງດຽວກັນ ແລະ ມີຄວາມຫຼາກຫຼາຍທາງດ້ານແນວພັນພິສູດໃຫ້ເຫັນວ່າຂອງທີລະນຶກເພື່ອເປັນທາງເລືອກໜຶ່ງທີ່ນິຍົມ ສໍາລັບແຂກ ແລະ ນັກທ່ອງທ່ຽວ ທີ່ມາຢ້ຽມຢາມໃນເຂດພື້ນທີ່ນີ້. (Vientiane Time)
Kees sprengers
Kees sprengers

ໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພຸດອຍ (TABI) ສະໜັບສະໜູນຄວາມພະຍາຍາມຂອງຊາວກະສິກອນໃນພາກເຫນືອຂອງລາວເພື່ອແປຮູບອາຫານທຳມະຊາດຕ່າງໆໃຫ້ກາຍເປັນຜະລິດຕະພັນທີ່ມີມູນຄ່າເພີ່ມຂຶ້ນ ແລະ ຍັງສ້າງລາຍໄດ້ອີກດ້ວຍ. ການປູກຝັງແມ່ນອາຊີບຫຼັກໃນປະເທດລາວ ແລະ ການຜະລິດ, ການແປຮູບຜັກ, ໝາກໄມ້ ໄດ້ເພີ່ມມູນຄ່າ ແລະ ການປັບປຸງຊີວິດການເປັນຢູ່ດີຂຶ້ນ. ໝາກກ້ຽງນ້ຳບາກໃນຫຼວງພະບາງມີປີລະເທື່ອ ແລະ ຈະຢູ່ໃນຊ່ວງເດືອນຕຸລາ ຊື່ງນັກທ່ອງທ່ຽວຈະເຫັນຂາຍໄດ້ຕາມແຄມທາງ. ໄຄແຜ່ນເປັນອີກໜຶ່ງຜະລິດຕະພັນຍອດນິຍົມທີ່ມີຈຳໜ່າຍໃນຕະຫລາດຫລວງພະບາງ ແລະ ແຂວງອື່ນໆ, ລວມທັງ ນະຄອນຫຼວງວຽງຈັນ. ຕັ້ງແຕ່ເດືອນກໍລະກົດຫາເດືອນພະຈິກທ່ານຈະເຫັນໜໍ່ຫຼອຍທີ່ມີຫຼາຍທີ່ສຸດ ຂາຍໃຫ້ນັກທ່ອງທ່ຽວຕາມເສັ້ນທາງໄປຍັງ ຊຳເໜືອ.

ໃນປັດຈຸບັນ, ເວັບໄຊທ໌ພາເຂົ້າລາວເປັນແຫຼ່ງແບ່ງປັນ ແລະ ແລກປ່ຽນຂໍ້ມູນ  ຊຶ່ງຍັງຄວາມຮູ້ທີ່ມະຫັດສະຈັນກ່ຽວກັບຊີວະນາໆພັນ ແລະ ຜະລິດຕະພັນຈາກປະເທດລາວ. ຂໍ້ມູນທາງດ້ານຊີວະນາໆພັນຍັງປະກອບມີ ສູດອາຫານ, ເຕັກນິກ ແລະ ຂໍ້ມູນທາງດ້ານໂພຊະນາການ ທີ່ເພີ່ມເຂົ້າມາເລື້ອຍໆ ໃຫ້ຜູ້ບໍລິໂພກທຸກຄົນ. ສູດອາຫານຫຼາຍໆເມນູທີ່ເຮົາເຫັນແມ່ນມາຈາກ “ປຶ້ມປຸງແຕ່ງອາຫານຂອງອາຫານຈາກພາກເຫນືອຂອງລາວ” ລວມລວມໂດຍ Dorothy Culloty ພ້ອມຮູບພາບງາມໆຈາກ Kees Sprengers. ທ່ານສາມາດເຂົ້າເບິ່ງສູດອາຫານທັງເລັ້ມ  ໂດຍຜ່ານເວັບ Pha Khao Lao.

ການປະກອບສ່ວນ