ແກງໜໍ່ໄມ້ສົ້ມໃສ່ເປັດ/ Pickled bamboo shoot soup (gaeng naw mai som sai bpet)

Andy Souvanhphukdee
ແກງໜໍ່ໄມ້ສົ້ມ ເມນູອາຫານທີ່ສາມາດຫາຮັບປະທານໄດ້ຕາມຮ້ານອາຫານໃນອາຊີ ປົກກະຕິແລ້ວຈະກິນຄູ່ກັບເຂົ້າໜຽວ ແລະ ຂົ້ວຜັກ
ເຮືອນຄົວລາວ
Laoderm Restaurant

ສ່ວນປະສົມ
•  ໜໍ່ໄມ້ສົ້ມ 1,5 kg
•  ນໍ້າ ຫຼື ນໍ້າແກງ 12 C (ຈອກ)
•  ຫົວສີໄຄ 2 ຫົວ
•  ໝາກເຜັດດິບ 8 ໜ່ວຍ
•  ຊີ້ນເປັດ 1 kg 
•  ນໍ້າມັນ ½ ຈອກ (250 ml)
•  ກະທຽມ 1 ຫົວ
•  ຄະນໍ 1 ບ່ວງຊາ
•  ເກືອ 1 ບ່ວງຊາ ( ບໍ່ຄວນໃສ່ຫຼາຍເພາະວ່າ ໜໍ່ໄມ້ມີຄວາມເຄັມຢູ່ແລ້ວ)
•  ເພີ່ມຄະນໍ 2 ບ່ວງຊາ (ໃຊ້ ເມື່ອບໍ່ມີນໍ້າແກງ)
•  ຜັກອີ່ຕູ່ 1 ມັດ ເອົາໃບອອກຈາກກ້ານ 
•  ຫອມບົ່ວຊອຍ (ໃບ) 1 ຈອກກາເຟ
ສຳລັບສີ່ຄົນ

ວິທີປຸງແຕ່ງ
1.  ບີບນ້ຳອອກຈາກໜໍ້ໄມ້ສົ້ມຈົນໝົດ ແລ້ວໃສ່ລົງໝໍ້ຕົ້ມ
2.  ແກະເປືອກແຂງຂອງຫົວສີໄຄອອກ ແລ້ວນຳໄປຈີ່ກັບໝາກເຜັດ ໂດຍໃຊ້ໄຟທີ່ຮ້ອນຈັດ, ຫຼັງຈາກສຸກແລ້ວນຳອອກມາພັກໄວ້ ໃຊ້ມີດຂູດເປືອກດຳ ຫຼື ໜັງໝາກເຜັດ ແລະ ຫົວສີໄຄທີ່ໄໝ້ອອກ ແລ້ວນຳລົງໝໍ້ 
3.  ລ້າງຊີ້ນເປັດໃຫ້ສະອາດ ແລ້ວຕັດເປັນຕ່ອນ ຍາວ 5 ຊມ
4.  ຄ້າງໝໍ້ ເພື່ອທອດກະທຽມ ປະມານ 15 ວິນາທີ, ແລ້ວໃສ່ຊີ້ນເປັດ ພ້ອມຄະນໍ ແລະ ເກືອ ຢ່າງລະ 1 ບ່ວງຊາ. ຂົ້ວ 10 ນາທີ ຈົນກ່ວາຈະເປັນສີເຫຼືອງ
5.  ຫຼັງຈາກທີ່ຕົ້ມໜໍ່ໄມ້ສົ້ມແລ້ວ 20 ນາທີ, ໃຫ້ໃສ່ຄະນໍ (ບໍ່ຈຳເປັນຕ້ອງໃສ່) ແລະ ຕົ້ມເປັດຕໍ່ ຢ່າງໜ້ອຍ 35-45 ນາທີ
6.  ຊິມ ຖ້າລົດຊາດຍັງບໍ່ເໝາະສົມ ເພີ່ມເກີືອໃສ່, ສຸດທ້າຍໃສ່ ໃບຜັກອີ່ຕູ່ ແລະ ຫອມບົວ, ລໍຖ້າ 2-3 ນາທີ ແລ້ວຕັກໃສ່ຖ້ວຍ ພ້ອມຮັບປະທານ

ຄຳແນະນຳ
ສາມາດໃຊ້ຊີ້ນໄກ່ ຫຼື ໝູແທນເປັດໄດ້, ໃສ່ໃບຂີ້ຫູດ ເພື່ອເພີ່ມກີ່ນຫອມ
ຂໍ້ມູນສ່ວນຫຼາຍມາຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ວີດີໂອຈາກ Hello Asian

 


 

ການປະກອບສ່ວນ