ອົ່ວໝາກເຜັດໃສ່ຊີ້ນໝູ

ແອນດີ່ ສຸວັນພັກດີ
ອົ່ວໝາກເຜັດໃສ່ຊີ້ນໝູ ເປັນເມນູອາຫານທີ່ດີຕໍ່ສຸຂະພາບ ແລະ ຍັງສາມາດເຮັດໄດ້ງ່າຍ ຖ້າຈະຮັບປະທານໃຫ້ແຊບ ຕ້ອງກີນກັບເຂົ້າໜຽວ, ແຈ່ວ, ແກງຂຽວຈີນ
ເຮືອນຄົວລາວ
photo by kees sprengers
ປຶ້ມສູດອາຫານຈາກເຮືອນພັກທ່າແພ

ສ່ວນປະກອບ
ໝາກເຜັດຫວານ (10-12 ໜ່ວຍ), ເສັ້ນລ້ອນ 200 g ແຊ່ນ້ຳ ປະມານ 10 ນາທີ, ສະອິ້ວ 3 ບ່ວງຊາ, ຄະນໍ1 ບ່ວງຊາ, ພິກໄທ ½ ບ່ວງຊາ, ເກືອ ½ ບ່ວງຊາ, ໄຂ່ 2 ໜ່ວຍ, ຫົວຫອມຊອຍ ½ ຈອກກາເຟ.

ວິທີປຸງແຕ່ງ

1.ລ້າງໝາກເຜັດ ແລ້ວແຊ່ນໍ້າໄວ້ປະມານ 2-3 ນາທີ
2.ປາດໝາກເຜັດອອກຂ້າງໜຶ່ງ ແລ້ວເອົາແກ່ນອອກ, ຄວນໃສ່ຖົງມື ເພື່ອກັນອາການແສບມື
3.ເອົານໍ້າອອກຈາກເສັ້ນລ້ອນໃຫ້ຫມົດ ແລ້ວຕັດ ຍາວ 5 cm
4.ໃສ່ຊີ້ນໝູບົດ, ເສັ້ນລ້ອນ, ສະອິ້ວ, ຄະນໍ, ພິກໄທ ແລະ ໄຂ່ ລົງໄປໃນຊາມ ຕາມດ້ວຍຫົວຜັກບົ່ວບົດ ຄົນໃຫ້ເຂົ້າກັນ ແລ້ວປະໄວ້2-3 ນາທີ.
5. ເອົາສ່ວນປະສົມຍັດເຂົ້າໃນໝາກເຜັດ. ໃຊ້ມິດຕັດເພື່ອຕັດເສັ້ນຣອນທີ່ບິດງໍ້ໃຫ້ເປັນລະບຽບເພື່ອໃຫ້ງ່າຍແລ້ວຍັດເຂົ້າໄປໃນໝາກເຜັດໃຫຍ່.
6. ເອົາໝາກເຜັດທີ່ຍັດໄສ້ມາວ່າງເປັນລະບຽບເພື່ອກຽມໜຶ້ງ (ວາງເຖີງໃບຕອງຖ້າເປັນໄດ້). ເອົາໄປໜຶ້ງເມື່ອໜໍ້ນໍ້າຮ້ອນຟົດເຕັມທີ່ (ປະໄວ້ປະມານ 20-30 ນາທີ). ຕ້ອງກວດສອບນໍ້າໃນໜໍ້ເພື່ອບໍ່ໃຫ້ມັນແຫ້ງໝົດຈົນກວ່າຈະສຸກດີ ແລະ ຄວນລະວັງນໍ້າຮ້ອນ.
7. ຕັກໝາກເຜັດອອກຈາກໝໍ້ໜຶ້ງ ແລ້ວຕັດເປັນຕ່ອນ 2 ຊມ, ເພື່ອກຽມຮັບປະທານ

ຂໍ້ມູນສ່ວນໄຫ່ຍມາຈາກ ອາຫານພາກເໜືອລາວ ( ປຶ້ມສູດອາຫານຈາກເຮືອນພັກທ່າເຮືອ)

ການປະກອບສ່ວນ