ຕູ້ເອທີເອັມເຂົ້າສານເກີດຂຶ້ນທົ່ວຫວຽດນາມ ໂອກາດສຳລັບຄົນທຸກຍາກ

ຕູ້ເອທີເອມເຂົ້າສານໃນນະຄອນຫຼວງຮ່າໂນຍຈະເປີດໃຫ້ບໍລິການຕັ້ງແຕ່ 8:00-17:00 ຂອງທຸກໆມື້
https://laoedaily.com.la/2020/04/18/76651/
laoedaily.com.la

ຫວຽດນາມເປັນອີກໜຶ່ງປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ 19 ຄ້າຍຄືກັນກັບຫຼາຍປະເທດເຖິງວ່າຍັງບໍ່ມີລາຍງານຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ແລະມີຜູ້ຕິດເຊື້ອຈຳນວນກວ່າ 2ຼ60 ຄົນທົ່ວປະເທດ. ແຕ່ເນື່ອຈາກມາດຕະການເຂັ້ມງວດຈຳກັດການແຜ່ລະບາດເຮັດໃຫ້ ມີການບັງຄັບໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດເປັນເວລາ 15 ມື້ ເລີ່ມຕັ້ງແຕ່ວັນທີ 31 ເດືອນມີນາທີ່ຜ່ານມາ ເຊິງສົ່ງຜົນເຮັດໃຫ້ຫົວໜ່ວຍທຸລະກິດປິດຊົ່ວຄາວໂດຍມີຄົນຫວ່າງວຽກຈຳນວນຫຼາຍ

ເພື່ອເປັນການບັນເທົາທຸກ ແລະ ຜ່ອນຄາຍຄວາມເດືອດຮ້ອນຂອງປະຊາຊົນທີ່ວ່າງວຽກ ແລະ ສູນເສຍລາຍໄດ້ຈຶ່ງມີກຸ່ມນັກທຸລະກິດ ແລະ ຜູ້ບໍລິຈາກອອກແນວຄິດຕິດຕັ້ງຕູ້ອີທີເອມເຂົ້າສານຂຶ້ນຫຼາຍແຫ່ງທົ່ວປະເທດເພື່ອໃຫ້ຄົນທຸກຍາກ ແລະ ຄົນວ່າງວຽກໄດ້ມາກົດເອົາເຂົ້າສານໄປລ້າໆບໍ່ຕ້ອງມີຄ່າໃຊ້ຈ່າຍແຕ່ຢ່າງໃດ

ຕູ່ເອທີເອັມເຂົ້າສານໃນນະຄອນຫຼວງຮ່າໂນຍຈະເປີດໃຫ້ບໍລິການຕັ້ງແຕ່ 8:00-17:00 ຂອງທຸກໆມື້ ແລະ ຜູ້ກົດຈະຕ້ອງນຳຖົງມາເອງ

ລັກສະນະຂອງຕູເອທີເອັມຄ້າຍຄື ທໍ່ນ້ຳຍາວຕໍ່ລົງມາໃນປະລິມານຈຳກັດໂດຍທີ່ຮ່າໂນຍຈະໄດ້ເຂົ້າສານຄັ້ງລະປະມານ 1,5 ກິໂລ

ນອກຈາກຮ່າໂນຍແລ້ວຍັງມີອີກຕູ້ໃນເມືອງເວ້ ທີ່ໃຫ້ເຂົ້າສານຄັ້ງລະປະມານ 2 ກິໂລ ສ່ວນນະຄອນໂຮຈີມິນ ແລະ ດານັງກໍກຳລັງມີການຕິດຕັ້ງເພີ່ມຫຼາຍຂຶ້ນ, ທັງນີ້ ຜູ້ທີ່ກົດຕູ້ເອທີເອມດັ່ງກ່າວຕ້ອງຕໍ່ແຖວໂດຍເວັ້ນໄລຍະຫ່າງກັນພໍສົມຄວນ ແລະ ຕ້ອງລ້າງມືດ້ວຍນ້ຳຢາຂ້າເຊື້ອກ່ອນໃຊ້ເຄື່ອງ

ການປະກອບສ່ວນ