Cite
APA 6th ed. ປາໄນ / Common carp. (2022, October 16). Retrieved from https://www.phakhaolao.la/kb/0001472
MLA 8th ed. ປາໄນ / Common carp. Pha Khao Lao, 16 October 2022, https://www.phakhaolao.la/kb/0001472.
Chicago 17th ed. Pha Khao Lao. 2022. "ປາໄນ / Common carp." Published October 16, 2022. https://www.phakhaolao.la/kb/0001472.
ການປ່ອຍປາອອກລ້ຽງ
- ກຽມໜອງ ແລະ ລະບາຍນ້ຳສະອາດເຂົ້າໜອງໃຫ້ເລິກປະມານ 60 ຊມ ແລ້ວສາມາດປ່ອຍປາລົງລ້ຽງໄດ້ເລີຍ
- ຈຳນວນລູກປາບໍ່ຄວນໜາແໜ້ນເກີນໄປ ເພາະຈະເຮັດໃຫ້ປາຈະເລີນເຕີບໂຕຊ້າ, ໂດຍປົກກະຕິແລ້ວໜອງທີ່ມີຂະໜາດ 20x20 ຄວນປ່ອຍປາຈຳນວນ 500 ໂຕ, ບໍຂະໜາດ 20x40 ຄວນປ່ອຍປາຈຳນວນ 1.000 ໂຕ ແລະ ໜອງທີ່ມີຂະໜາດ 40x40 ຫຼື 1 ໄລ່ ຄວນປ່ອຍປາຈຳນວນ 2.000 ໂຕ
- ວິທີການປ່ອຍປາລົງໜອງລຽງປາໃນຕອນທຳອິດຄວນລອຍຖົງປາໃນໜອງປະມານ 10-15 ນາທີ ເພື່ອໃຫ້ປາປັບໂຕເຂົ້າກັບນ້ຳໃນໜອງ, ຂັ້ນຕອນຕໍ່ມາເປີດປາກຖົງອອກ ແລະ ຄ່ອຍໆຍົກກົ້ນຖົງຂຶ້ນເພື່ອໃຫ້ປາລອຍອອກໄປ, ຖ້າຫາກເປີດປາກຖົງ ແລະ ຖອກອອກເລີຍຈະເຮັດໃຫ້ປາຊ໋ອກ ແລະ ຕາຍທັນທີ