ປາຄີເກາະຫາງຂາວ

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Mystacoleucus ectypus Kottelat, 2000 / Cyprinidae
ຊື່ພ້ອງ
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 8; A: 9; P1: 13-14; P2: 7-8. ຮູບແບບລຳໂຕສັ້ນ (oblong) ແລະ ແປເຂົ້າດ້ານຂ້າງ, ມີຄວາມ ເລິກຂອງຮ່າງກາຍເທົ່າ 34.25–37.77 % ຂອງຄວາມຍາວມາດຖານ (SL), ຄວາມຍາວ ຂອງຫົວ 23.21-25-26.66% ຂອງ SL. ຫົວ: ຫົວ ແລະ ຕາຂ້ອນຂ້າງໃຫຍ່, ມີໜວດຂະໜາດນ້ອຍ, ປາກຢູ່ ທາງດ້ານໜ້າສຸດຂອງສ່ວນຫົວ, ຄວາມຍາວຂອງ ເສັ້ນຜ່າສູນ ກາງຕາ 29.19-38.33% ຂອງ ຄວາມຍາວຫົວ (HL). ລຳໂຕ: ເສັ້ນຂ້າງລຳໂຕສົມບູນ, ມີຈຸດສີດໍາຢູ່ສ່ວນປາຍຂອງຄີຫຼັງ, ຄີຫາງ ແລະ ຄີເອິກ ສີອອກເຫຼືອງ, ຄີທ້ອງ ແລະ ຄີກົ້ນເປັນສີຂາວ, ເກັດເສັ້ນຂ້າງໂຕ 32–37 ເກັດ, ເກັດກ່ອນຄີຫຼັງ 10 ເກັດ, ເກັດອ້ອມກົກຫາງ 16 ເກັດ, ຈຸດເລີ່ມຕົ້ນຂອງຄີຫຼັງຢູ່ຫຼັງຈຸດເລີ່ມຕົ້ນ ຂອງຄີທ້ອງເລັກນ້ອຍ, ຄີຫຼັງມີ 9 ເສັ້ນກ້ານຄີອ່ອນ, ຄີກົ້ນ ມີ 9 ເສັ້ນກ້ານຄີອ່ອນ, ຄີເອິກມີ 9 ເສັ້ນກ້ານຄີອ່ອນ, ຄີທ້ອງມີ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ (Forked tail); ສີຂອງລຳໂຕ: ສີເງີນ ຫຼື ສີນໍ້າຕານອອກເຫຼືອງ, ສ່ວນເທີງມີສີດໍາ, ສ່ວນທ້ອງ ມີສີຂາວ.

ເຂດກະຈາຍພັນ: ອ່າງແມ່ນໍ້າຂອງ ຂອງສປປລາວ, ໄທ, ກໍາປູເຈຍ

ປານ້ອຍ

ບັນຍາຍການນຳໃຊ້

ປາໃຫຍ່

ສ່ວນຫຼາຍແມ່ນຖຶກມອງຊາວປະມົງ, ເພື່ອນຳມາເປັນອາຫານ ແລະ ຂາຍຕາມທ້ອງຕະຫຼາດ ທ້ອງຖີ່ນ.

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາພົບເຫັນທົ່ວໄປຕາມລຳແມ່ນ້ຳຂອງ, ພວກມັນຈະເຄື່ອນຍ້າຍເພື່ອວາງໄຂ່ ແລະ ປະສົມພັນຕາມລະດູການໃນຊ່ວງລະດູຝົນ, ຈາກນັ້ນປາຮາມ ແລະ ປາເຕັມໄວຈະເຄື່ອຍ້າຍລົງຢູ່ບ່ອນອ່າງນ້ຳຖາວອນໃນຊ່ວງທ້າຍລະດູຝົນ.

ການປະກອບສ່ວນ