ແກງສົ້ມປາ / Sour fish soup

Andy Souvanhphukdee
ແກງປາສົ້ມ ຫຼື ແກງປາໃສ່ສົ້ມ ດ້ວຍໃບສົ້ມລົມ ຫຼື ໃບຂີຫູດ,ໃບໝາກຂາມ, ນໍ້າໝາກຂາມ, ຫຼື ນໍ້າສົ້ມສາຍຊູ ເມນູອາຫານພື້ນບ້ານ ທີ່ສາມາດປຸງແຕ່ງໄດ້ງ່າຍ ແລະ ຍັງຮັບປະທານໄດ້ກັບເມນູອາຫານຫຼາກຫຼາຍຢ່າງ ເຊັ່ນ ປີ້ງໝູ
ເຮືອນຄົວລາວ
Kees sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
•  ນໍ້າ 2 ຈອກ ຫຼື ຖ້ວຍ
•  ໃບສົ້ມລົມ 1 ຖ້ວຍ ( ສາມາດໃຊ້ໃບຂີຫູດ 4 ໃບ ຫຼືໃບໝາກຂາມ ຫຼື ນໍ້າໝາກຂາມ 4 ບ່ວງຊາ ຫຼື  ນໍ້າສົ້ມສາຍຊູ 1 ບ່ວງຊາ ແທນໄດ້
•  ຫົວສີໄຄ 1 ຫົວ
•  ເກືອ 1 ບ່ວງຊາ
•  ໝາກເຜັດ 1 ໜ່ວຍ
•  ປາຕັດເປັນຕ່ອນຍາວ 4 ຊມ 1 ຖ້ວຍ
•  ໝາກເລັ່ນ1 ໜ່ວຍ ຜ່າເປັນ 8 ປ່ຽງ

ສ່ວນປະສົມເພີ່ມເຕີມ
•  ຜັກອີ່ຕູູ່ 1 ກ້ານ
•  ຫອມບົ່ວໃບ 1 ຕົ້ນ
•  ນໍ້າປາ 1 ບ່ວງແກງ

ວິທີປຸງແຕ່ງ
1. ໃສ່ນໍ້າລົງໝໍ້ ພ້ອມໃບສົ້ມລົມ ຕົ້ມໄວ້ 5 ນາທີ
2. ໃສ່ເກືອ, ໝາກເຜັດ ແລະ ຫົວສີໄຄ
3. ໃສ່ປາ ແລ້ວລົດລະດັບໄຟໝໍ້ຕົ້ມລົງ ເພື່ອຕົ້ມປາ 10 ນາທີ ຫຼັງຈາກນນັ້ນໃສ່ໝາກເລັ່ນລົງໄປ
4. ຊອຍຫອມບົ່ວໃບ ແລະ ຜັກອີ່ຕູ່ ຍາວ 2 ຊມ
5. ໃສ່ຫອມບົ່ວໃບ ແລະ ຜັກອີ່ຕູ່ ພ້ອມນໍ້າປາ 1 ບ່ວງແກງ ແລ້ວປິດຝາໄວ້ປະມານ 1 ນາທີ
6. ຕັກໃສ່ຖ້ວຍ ພ້ອມຮັບປະທານ

ຄຳແນະນຳ

ສາມາດເພີ່ມເຫັດເປັນສ່ວນປະສົມເພີ່ມເຕີມໄດ້

ຂໍ້ມູນຈາກອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ
ວີດີໂອຈາກ Kimyee Ros Cooking

ການປະກອບສ່ວນ