APA 6th ed. ປາປາກ / Silver Barb. (2019, June 24). Retrieved from https://www.phakhaolao.la/kb/0000560
MLA 8th ed. ປາປາກ / Silver Barb. Pha Khao Lao, 24 June 2019, https://www.phakhaolao.la/kb/0000560.
Chicago 17th ed. Pha Khao Lao. 2019. "ປາປາກ / Silver Barb." Published June 24, 2019. https://www.phakhaolao.la/kb/0000560.
ປາປາກສາມາດກິນອາຫານໄດ້ຫຼາຍຊະນິດ ແຕ່ໂດຍທຳມະຊາດແລ້ວປາປາກຂະໜາດນ້ອຍປະມານ 3 ນິ້ວ ຈະກິນພວກແພງຕອນພືດ ແລະ ແພງຕອນສັດເມື່ອຂະໜາດໃຫຍ່ຂຶ້ນຈື່ງປ່ຽນມາກິນພວກພືດນ້ຳຂັ້ນສູງເຊັ່ນ: ຜັກບົ້ງ, ຜັກຕົບ ຫຼື ພືດນ້ຳອື່ນໆ. ດັ່ງນັ້ນປາຊະນິດນີ້ເພື່ອໃຫ້ໄດ້ຜົນຜະລິດສູງຄວນມີທັງການສ້າງອາຫານທຳມະຊາດໃນໜອງລ້ຽງໃນໄລຍະເລີ່ມຕົ້ນ, ເພື່ອຫຼຸດຕົ້ນທືນການຜະລິດ ເນື່ອງການປ່ຽນພືດຕິກຳການກິນອາຫານຂອງປາພ້ອມທັງການໃຫ້ອາຫານ ສົມທົບກັບໂປຣຕິນໃນອາຫານທີ່ເໝາະສົມ. ການໃຫ້ອາຫານປາຈະໃຫ້ໃນອັດຕາ 3-10% ຂອງນ້ຳໜັກຕົວ ຂຶ້ນຢູ່ກັບອາຍຸ ແລະ ຂະໜາດຂອງປາ ປາຂະໜາດນ້ອຍຈະຕ້ອງການອາຫານທີ່ຫຼາຍກວ່າປາຂະໜາດໃຫຍ່ ໂດຍໃຫ້ວັນລະ 1-2 ຄັ້ງ, ການໃຫ້ອາຫານຖືກເວລາ ແລະ ສະໝໍ່າສະເໜີໃນບໍລິເວນດຽວກັນທຸກຄັ້ງ.