ປາປາກສາມາດກິນອາຫານໄດ້ຫຼາຍຊະນິດ ແຕ່ໂດຍທຳມະຊາດແລ້ວປາປາກຂະໜາດນ້ອຍປະມານ 3 ນິ້ວ ຈະກິນພວກແພງຕອນພືດ ແລະ ແພງຕອນສັດເມື່ອຂະໜາດໃຫຍ່ຂຶ້ນຈື່ງປ່ຽນມາກິນພວກພືດນ້ຳຂັ້ນສູງເຊັ່ນ: ຜັກບົ້ງ, ຜັກຕົບ ຫຼື ພືດນ້ຳອື່ນໆ. ດັ່ງນັ້ນປາຊະນິດນີ້ເພື່ອໃຫ້ໄດ້ຜົນຜະລິດສູງຄວນມີທັງການສ້າງອາຫານທຳມະຊາດໃນໜອງລ້ຽງໃນໄລຍະເລີ່ມຕົ້ນ, ເພື່ອຫຼຸດຕົ້ນທືນການຜະລິດ ເນື່ອງການປ່ຽນພືດຕິກຳການກິນອາຫານຂອງປາພ້ອມທັງການໃຫ້ອາຫານ ສົມທົບກັບໂປຣຕິນໃນອາຫານທີ່ເໝາະສົມ. ການໃຫ້ອາຫານປາຈະໃຫ້ໃນອັດຕາ 3-10% ຂອງນ້ຳໜັກຕົວ ຂຶ້ນຢູ່ກັບອາຍຸ ແລະ ຂະໜາດຂອງປາ ປາຂະໜາດນ້ອຍຈະຕ້ອງການອາຫານທີ່ຫຼາຍກວ່າປາຂະໜາດໃຫຍ່ ໂດຍໃຫ້ວັນລະ 1-2 ຄັ້ງ, ການໃຫ້ອາຫານຖືກເວລາ ແລະ ສະໝໍ່າສະເໜີໃນບໍລິເວນດຽວກັນທຸກຄັ້ງ.

Contribute