ການກະກຽມໜອງ: ຕາກດິນໃຫ້ແຫ້ງ ແລ້ວຫວ່ານປູນຂາວໃຫ້ທົ່ວໜອງສະເພື່ອປັບສະພາບດິນໃນອັດຕາປະມານ 60-100 ກິໂລກຣາມ/ໄລ່, ແລ້ວປະໄວ້ປະມານ 5-7 ວັນ, ຫຼັງຈາກນັ້ນສູບນ້ຳເຂົ້າໜອງໂດຍການຕອງນ້ຳເພື່ອປ້ອງກັນສັດຕູຂອງລູກປາທີ່ອາດຕິດມາກັບນ້ຳ. ໜອງສະຂຸດເລິກປະມານ 2.5 ມ, ແມ່ນເໝາະສົມສຳຫຼັບລ້ຽງປາໂດ.

ການກະກຽມລູກປາ: ລູກປາທີ່ໄດ້ມາຈາກ 2 ແຫ່ງຄື: ຈາກທຳມະຊາດ ແລະ ການເພາະພັນ, ລູກປາຈາກທຳມະຊາດໄດ້ຈາການຊ້ອນລູກປາຕາມແຫຼ່ງນໍ້າທຳມະຊາດ, ສ່ວນລູກປາໄດ້ຈາກການປະສົມພັນ ໄດ້ຈາກການສິດຮໍໂມນສັງເຄາະໃຫ້ແກ່ພໍ່ແມ່ພັນ ເພື່ອກະຕຸ້ນໃຫ້ເກິດການປະສົມພັນ ແລ້ວນຳໄຂ່ໄປຟັກ ແລະ ອະນຸບານ, ຂໍ້ດີຂອງລູກປາໄດ້ຈາກການປະສົມພັນຄື ລູກປາມີຂະໜາດໃກ້ຄຽງກັນ, ສາມາດຝຶກໃຫ້ກິນອາຫານເມັດໄດ້ ເພື່ອສະດວກໃຫ້ການນຳໄປລ້ຽງດ້ວຍອາຫານເມັດຕໍ່ໄປ.

ອັດຕາການປ່ອຍປາ: ໜອງສະ ຂະໜາດ 400 ຕາແມັດ, ເລີກປະມານ 2.5-3 ແມັດ, ປ່ອຍລູກປາຂະໜາດ 2-3 ຊັງຕິແມັດ 6,000-10,000 ຕົວ, ລູກປາທີ່ປ່ອຍລ້ຽງຄວນຄັດຂະໜາດໃຫ້ໃກ້ຄຽງກັນກ່ອນປ່ອຍລົງສະເພື່ອປ້ອງກັນການກິນກັນເອງຂອລູກປາ.

ອາຫານ ແລະ ການໃຫ້ອາຫານ: ເລີ່ມໃຫ້ອາຫານເມັດນ້ອຍໆ ສຳຫຼັບລູກປາ ປະມານ 1-3 ອາທິດ ແລ້ວປ່ຽນເປັນອາຫານສຳຫຼັບປາໃຫຍ່ ທີ່ມີໂປຣຕິນ ເຖິງ 40% ໃຫ້ວັນລະ 2 ຄັ້ງ (ເຊົ້າ-ແລງ) ໃຫ້ກິນຈົນອິ່ມ. ອາຫານສາມາດບົດເນື້ອປານີນ ຫຼື ປາອື່ນ ປະສົມກັບຮຳເຂົ້າອ່ອນ ເພື່ອໃຫ້ປາກີນຈະມີການເຕີບໂຕໄດ້ໄວ.

ການປ່ຽນນ້ຳໜອງສະ: ຢ່າງນ້ອຍເດືອນລະ 1-2 ຄັ້ງຕໍ່ເດືອນ ຂຶ້ນກັບສະພາບນ້ຳພາຍໃນໜອງສະ ປ່ຽນນ້ຳຄັ້ງລະປະມານ 1/2 ຂອງນ້ຳໃນໜອງສະ.

ການປ້ອງກັນພະຍາດ: ປາໂດເປັນປາທີ່ແຂງແຮງ ແຕ່ພະຍາດອາດຈະເກີດຂື້ນເນື່ອງມາຈາກປັນຫາຄຸນນະພາບອຂງນ້ຳໃນໜອງສະ, ຄວນປ່ຽນນ້ຳເມື່ອພົບວ່ານ້ຳເລີ່ມມີຄຸນນະບັດບໍ່ເໝາະສົມຕໍ່ການລ້ຽງປາ.

ການປະກອບສ່ວນ