ປາໂດ / Giant Snakehead

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Channa micropeltes (Cuvier, 1831) / Channidae
ຊື່ພ້ອງ
Ophicephalus micropeltes Cuvier, 1831
Ophicephalus serpentinus Cuvier, 1831
Ophicephalus bivittatus Bleeker, 1845
Ophicephalus stevensii Bleeker, 1854
Ophiocephalus studeri Volz, 1903
Ophiocephalus flos Pétillot, 1911
ຊື່ອື່ນ
Eng: Indonesian snakehead, giant mudfish
Thai: Sa Do
ພັນລະນາລັກສະນະສັນຖານ

ຮູບຮ່າງຄ້າຍປາຄໍ່, ຮູບທ້ອນກົມ, ແຕ່ສ່ວນຫົວນ້ອຍ ແລະ ສ່ວນລຳຕົວໃຫຍ່ໜາກວ່າ, ເກັດນ້ອຍລະອຽດ, ຄິບໃຫຍ່, ປາກກວ້າງມີແຂ້ວໃຫຍ່ແຫຼມ, ລຳຕົວມີຂະໜາດ 30-50 ຊມ. ຕົວມີສີຂຽວໝາກກອກ ຫຼື ສີນ້ຳຕານອ່ອນອົມເຫຼືອງ, ດ້ານທ້ອງສີເຫຼືອງອ່ອນ, ມີແຖບສີເຂັ້ມ 2 ແຖບຢູ່ດ້ານຂ້າງຕາມລວງຍາວຂອງລຳຕົວ, ຄີບຫຼັງສີມົ່ນມີລາຍເສັ້ນສີດຳ, ຄີບຫາງສີສົ້ມປົນສີນ້ຳຕານເຂັ້ມມີລາຍສີດຳຫຼາຍແຖບ, ເມື່ອຕົວເຕັມໄວຕົວມີສີມົ່ນປົນສີຟ້າ ຫຼື ສີຂຽວເຫຼືອບຄ້າຍປີກແມງພູ່, ເມື່ອຍັງນ້ອຍຈະເປັນສີສົ້ມມີແຖບສີດຳ 2 ແຖບຕາມລວງຍາວຂອງລຳຕົວ. ເມື່ອໃຫຍ່ສຸດຈະມີຄວາມຍາວປະມານ 1.30 ມ ແລະ ນ້ຳໜັກປະມານ 20 ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ປາໂດຈະປະສົມພັນໃນຊ່ວງຕົ້ນລະດູຝົນຄືກັບປາຊະນິດອື່ນທົ່ວໄປ, ມັກສ້າງບ່ອນວາງໄຂ່ບໍລິເວນແຄມຝັ່ງທີ່ມີຟຸ່ມໄມ້ຂື້ນອ້ອມຮອບ, ໂດຍສັງເກດເຫັນແມ່ປາຂຶ້ນມາຕິແປງເພື່ອສ້າງແອ່ງ ຫຼື ຮັ່ງສຳຫຼັບວາງໄຂ່. ລູກປາໂດເມື່ອຝັກອອກຈາກໄຂ່ຈະຢູ່ຮ່ວມກັນເປັນຝູງ, ໂດຍມີແມ່ປາຄອຍເບີ່ງແຍ້ງ ເຊິ່ງໃນໄລຍະນີ້ ແມ່ປາຈະມີຄວາມດຸຮ້າຍ, ຫາກພົບປາ ຫຼື ສີ່ງທີມີຊີວິດເຂົ້າມາໃກ້ກໍ່ຈະລອຍໄປກັດທັນທີ ພົບເລີຍມັນຈະກັດຄົນທັນທີເມື່ອຄົນລອຍນ້ຳເຂົ້າໄປໃກ້.  ມັກຈະເບີ່ງແຍ້ງລູກຈົນຮອດເມື່ອລູກນ້ອຍສາມາດຫາກີນເອງໄດ້ເກືອບ 100% ແລະ ເມື່ອລູກປາເຕີບໂຕຈົນສາມາດອອກຫາກີນອາຫານໄດ້ກໍ່ຈະແຕກຝູງອອກໄປອາໄສຫາກີນຕາມລຳພັງ. ມັນສາມາດຫາກີນອາຫານດ້ວຍການລ່າສັດຂະໜາດນ້ອຍ, ເພາະແຂ້ວຈະມີຄວາມແຫຼມຄົມ ສາມາດກັດອາຫານໃຫ້ຂາດເປັນທ້ອນໆໄດ້. ມັນມັກອາໄສຢູ່ຕາມຟຸ່ມໄມ້ແຄມແມ່ນ້ຳເປັນການພາງຕົວ ແລະ ການຫາອາຫານ ໂດຍມີອາຫານເປັນປາ, ກຸ້ງ ແລະ ແມງໄມ້ນ້ຳຕ່າງໆ. ນອກຈາກນັ້ນ ປາໂດຍັງກີນຊາກເນົ່າເປື່ອຍຂອງປາ ຫຼື ສັດນ້ຳໆ. ແຕ່ອາຫານຫຼັກຈະເປັນປາຊະນິດຕ່າງໆ ທັ້ງຂະໜາດໃຫຍ່ ແລະ ຂະໜາດນ້ອຍ.

ການປະກອບສ່ວນ