ລາບໝາກຈອງ

Andy Souvanhphukdee
ລາບໝາກຈອງ ອາຫານຈາກພາກໃຕ້ຂອງລາວ ເປັນຈານອາຫານພິເສດໜ້າຮັບປະທານ ເພາະທີ່ເຕັມໄປດ້ວຍພືດຜັກພື້ນເມືອງໃນລາວບໍ່ວ່າຈະເປັນໝາກແຄ້ງ, ໝາກເຂືອ ແລະ ຜັກສະໝຸນໄພ
ເຮືອນຄົວລາວ
phakhaolao.la

ສ່ວນປະສົມ

  • ປານິນ 0,5 ໂລ
  • ໝາກຈອງ 30 ໜ່ວຍ
  • ປາແດກ 1 ຖ້ວຍນ້ອຍ
  • ໝາກເຂືອ 3 ໜ່ວຍ
  • ຫົວຫອຍ 2 g
  • ໝາກແຄ້ງ 2 ພວງ
  • ຖົ່ວຍາວ 3 ໜ່ວຍ
  • ຫອມບົ່ວ 4 ຕົ້ນ
  • ຫອມປ້ອມ 4 ຕົ້ນ
  • ຫອມລາບ ຕາມຄວາມມັກ
  • ຫົວສີໃຄ ຕາມຄວາມເໝາະສົມ

ວິທີປຸງແຕ່ງ

  1. ກ່ອນອື່ນໝົດ ນໍາເອົາໝາກຈອງໄປແຊ່ນໍ້າປະໄວ້ ປະມານ 30-45 ນາທີ
  2. ຫຼັງຈາກນັ້ນຕັ້ງໝໍ້ຂື້ນແລ້ວທຸບຫົວສີໃຄລົງໃສ່ໝໍ້
  3. ຈາກນັ້ນໃນຂະນະທີ່ລໍຖ້າໃຫ້ໝໍ້ເດືອດ ແມ່ນຄົວປາແລ້ວຫັ່ນປາເພື່ອໃຫ້ປາສຸກດີແລະໄວ ຈາກນັ້ນກໍເອົາປາໄປລົງໝໍ້ຕົ້ມປະໄວ້
  4. ຫຼັງຈາກນັ້ນກໍມາກຽມຊອຍໝາກຖົ່ວ ໝາກເຂືອ ຫອມປ້ອມ ຫອມບົ່ວ ໝາກເຜັດດິບ ຫົວຫອຍກຽມໄວ້ ຈາກນັ້ນເອົານໍ້າປາແດກລົງແລ້ວຊີມເບິ່ງຖ້າໄດ້ຕາມລົດແຊບແລ້ວໃຫ້ຕັກປາອອກມາເອົາແຕ່ຊີ້ນຂອງປາ
  5. ຈາກນັ້ນເກັບເອົາເປືອກແລະແກ່ນໝາກຈອງອອກ ເອົາແຕ່ເນື້ອໝາກຈອງໄປເຮັດລາບ
  6. ເອົາເນື້ອປາລົງຄົນໃຫ້ເຂົ້າກັບໝາກຈອງແລ້ວຕື່ມນໍ້າທີ່ຕົ້ມປານັ້ນລົງ1ຖ້ວຍນ້ອຍ ແລ້ວເອົາເຄື່ອງເທດເທລົງໃສ່ຄົນໃຫ້ເຂົ້າກັນອີກຮອບໜຶ່ງ.
ການປະກອບສ່ວນ