ນໍ້າຫວານໝາກຈອງບານ

Andy Souvanphakdy
ໝາກຈອງບານ ນຳມາເຮັດນໍ້າຫວານຫອມ ແຊບຊື່ນໃຈ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ໝາກຈອງບານ 1 ຖ້ວຍນ້ອຍ
  • ກະທິໝາກພ້າວ 800 ml
  • ນໍ້າຕານຊາຍແດງ 1 ຖ້ວຍນ້ອຍ
  • ເຂົ້າລອດຊ່ອງ 1 ຖ້ວຍນ້ອຍ

ວິທີປຸງແຕ່ງ

  1. ກຽວນໍ້າຕານໃຫ້ລະລາຍ ແລ້ວໃສ່ກະທິລົງໄປ ຄົນໃຫ້ເຂົ້າກັນ
  2. ເທກະທິທີ່ກຽມໄວ້ນັ້ນ ໃສ່ກັບໝາກຈອງບານ ແລ້ວເຕີມເຂົ້າລອດຊ່ອງ ຄົນໃຫ້ເຂົ້າກັນ ສາມາດຮັບປະທານໄດ້ແລ້ວ

ແນະນຳ: ເພີ່ມເຂົ້າກໍ່າໃສ່ ຖ້າຕ້ອງການ

 

ສູດອາຫານ: ດວງແຂ ແກ້ວນ້ອຍ

ການປະກອບສ່ວນ