ໝາກພ້າວແກ້ວ

Andy Souvanhphukdee
ຮັບປະທານໝາກພ້າວແກ້ວເປັນອາຫານຫວ່າງ ຫຼື ຂອງຫວານສຳລັບເດັກນ້ອຍ
ເຮືອນຄົວລາວ
https://www.meghantelpner.com/blog/keto-snack-coconut-chips/
meghantelpner.com

ສ່ວນປະກອບ

  • ໝາກພ້າວກະຈາ 2 ກິໂລ
  • ນ້ຳຕານ 1 ກິໂລ
  • ນ້ຳສະອາດ ສຳລັບລ້າງ

ວິທີປຸງແຕ່ງ

  • ຊອຍໝາກພ້າວເປັນເສັ້ນບາງໆ ລ້າງໃຫ້ສະອາດ ແລະ ປະໄວ້ໃຫ້ສະເດັດນ້ຳ
  • ເອົາໝາກພ້າວທີ່ຊອຍເປັນເສັ້ນ ແລະ ນ້ຳຕານທີ່ກຽມໄວ້ລົງໝໍ້ຂາງ ແລ້ວຍົກຂຶ້ນເຕົາໃຊ້ໄຟປານກາງ
  • ຈາກນັ້ນນ້ຳຕານຈະເປື່ອຍເປັນນ້ຳ ແລ້ວຂ້ຽວໄຟອ່ອນໆຈົນກ່ວານ້ຳຕານເລີ່ມຕິດກັບເນື້ອໝາກພ້າວ
  • ຂ້ຽວຕໍ່ໄປຈົນກ່ວາຈະແຫ້ງຈຶ່ງປົງໝໍ້ຂາງ ລົງຈາກເຕົາ, ເທໃສ່ພາຊະນະທີ່ກຽມໄວ້ ແລະ ເບີຍອອກໃຫ້ເຢັນແລ້ວເອົາໄປຕາກແດດປະມານ 2 ຫາ 3 ແດດ. ພ້ອມຮັບປະທານ

ຄຳແນະນຳ
ຄວນເກັບໄວ້ບ່ອນທີ່ແຫ້ງ, ພາຊະນະທີ່ສະອາດ ແລະ ບິດໃຫ້ແໜ້ນ, ຫ້າມບໍ່ໃຫ້ຕາກແດດ ສາມາດເກັບຮັກສາໄວ້ໄດ້ 3 ເດືອນ

ໃສ່ນ້ຳໃບເຕີຍ ເພື່ອເພີ່ມສີສັນໃຫ້ຕ່ອນໝາກພ້າວແກ້ວ

ຂໍ້ມູນເພີ່ມເຕີມຈາກ ປຶ້ມການແປຮູບອາຫານ

ການປະກອບສ່ວນ