ຕົ້ນຈັນໄດ / Dragon’s Blood Tree

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dracaena cochinchinensis (Lour.) S.C. Chen / Asparagaceae
ຊື່ພ້ອງ
Aletris cochinchinensis Lour.
Dracaena loureiroi Gagnep.
Dracaena saposchnikowii Regel
Draco saposchnikowii (Regel) Kuntze
Pleomele cochinchinensis Merr. ex Gagnep.
ຊື່ອື່ນ
ລາວ: ຈັນຜາ, ຈັນແດງ.
ໄທ: ຈັນແດງ, ຈັນຜາ, ຫຼັກກາຈັນ.
ຫວຽດນາມ: ບານໆ, ຫູເຢັດຢຽກ, ໂສຫວ່າ, ເດຶອດ່າຍ, ເຢືອງອົງ.
ຈີນ: ສຸຍຈີ່.
ອັງກິດ: Dragon’s blood tree, cinnabaris.
ບັນຍາຍລັກສະນະພືດສາດ

ຕົ້ນຈັນໄດຄ້າຍຄືຕົ້ນປາມນ້ອຍ ເຮືອນຍອດມີລັກສະນະເປັນພຸ່ມ, ສູງເຖິງ 10 ແມັດ, ລຳຕົ້ນເປັນສີໝົ່ນ (ສີຂີ້ເຖົ່າ), ມີໜ້າຕ້າງພຽງເອິກ (ຈຸດສູງ 1.30 ມ) ເຖິງ 15 ຊມ. ໃບກວ້າງ 5-7 ຊມ ແລະ ຍາວ 50-70 ຊມ, ໃບຈັບເປັນວຽນ ແລະ ເປັນກຸ່ມຢູ່ປາຍລຳຕົ້ນ. ເມື່ອໃບຫຼົ່ນ ຈະມີຮອຍແປ້ວ ຂອງໃບຢູ່ຕາມລຳຕົ້ນ. ຊໍ່ດອກໃຫຍ່ ຍາວ 1 ແມັດ; ດອກເປັນກຸ່ມ ແລະ ກົ່ງຢ່ອນລົງລຸ່ມ. ກ້ານດອກແກ່ເປັນສີມ່ວງ. ດອກເກີດເປັນຈຸ້ມນ້ອຍໆ 3-7 ດອກ, ເປັນສີເຫຼືອງປົນຂາວ, ມີກິ່ນຫອມ, ຍາວ 6 -7 ມມ. ໝາກມົນເປັນສີຂຽວ ແລະ ກາຍເປັນສີມ່ວງແກ່ ເວລາສຸກ, ມີເສັ້ນຜ່າສູນກາງ 1 ຊມ ແລະ ມີ 1-3 ແກ່ນ.

ບັນຍາຍການນຳໃຊ້

ສ່ວນທີ່ເປັນເນື້ອສີແດງໃນລຳຕົ້ນ ແລະ ຢາງຈາກຕົ້ນທີ່ມີອາຍຸແກ່ ມີຄຸນສົມບັດເປັນຢາ. ຕົ້ນຈັນໄດທີ່ໄດ້ຂຸດຄົ້ນອອກມາຈາກປ່າ ສ່ວນຫຼາຍແມ່ນໄດ້ສົ່ງອອກໄປຍັງປະເທດຈີນ ເພື່ອນຳໄປໃຊ້ເປັນສ່ວນປະສົມຂອງຢາ. ມັນເປັນຢາບຳລຸງກຳລັງທີ່ມີຄວາມນິຍົມສູງ ແລະ ມີລາຄາແພງ ແລະ ເປັນຢາ ຊ່ວຍການໄຫຼວຽນຂອງເລືອດໃຫ້ດີຂຶ້ນ, ແກ້ເລືອດກ້າມ, ແກ້ໄອ, ແກ້ເລືອດອອກຕາມວ່າງແຂ້ວ, ປົວບາດແຜ ແລະ ແກ້ປວດ. ໝາກຂອງມັນສາມາດກິນໄດ້ ແລະ ນຳໄປເຮັດເປັນສີແດງສຳລັບຍ້ອມຜ້າ. ສ່ວນສີຂຽວແມ່ນໄດ້ມາຈາກໃບ. ນອກຈາກນີ້, ຕົ້ນຈັນໄດ ຍັງໃຊ້ປູກເປັນໄມ້ປະດັບທີ່ມີລາຄາແພງອີກດ້ວຍ.

ການປະກອບສ່ວນ