ໜາບປາຊິວ (ໝົກປາຊິວ)

Andy Souvanphakdy
ໜາບປາຊິວ ໃສ່ໃບຕອງປີ້ງໄຟຮ້ອນໆ ຊ່ວຍເພີ່ມກິ່ນຫອມ ແລະ ມີລົດຊາດທີ່ແຊບຫຼາຍຂຶ້ນ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ປາຊິວ(ອາດຈະເດັດຫົວ,ໃສ້ຂີ້,ເອົາເກັດອອກ)
  • ຜັກນາງຕູ່
  • ຫົວສີໄຄ
  • ຫອມບົວແດງ
  • ໝາກເຜັດດິບ
  • ໃບຕອງ

ວີທີປຸງແຕ່ງ

  1. ຊອຍຫົວສີໄຄ, ຫອມບົວແດງ, ໝາກເຜັດດິບຂະໜາດພໍດີ  ແລ້ວເອົາໄປຄົນກັບປາຊິວທີ່ຕຽມໄວ້
  2. ປຸງລົດຊາດຕາມໃຈມັກ ແລ້ວຕາມດ້ວຍຜັກນາງຕູ່ ຄົນໃຫ້ເຂົ້າກັນດີອີກເທື່ອໜື່ງ
  3. ຫລັງຈາກນັ້ນກໍ່ນຳໃບຕອງມາຫໍ່ໃຫ້ໄດ້ຂະໜາດພໍດີງາມບໍ່ໃຫ່ຍບໍນ້ອຍເກີນໄປ
  4. ນຳປີ້ງດ້ວຍໄຟປານກາງ ປະມານ 45-60 ນາທີ.
     
phakhaolao.la

 

 

phakhaolao.la

 

ສູດໂດຍ ເກດສະລິນ

ການປະກອບສ່ວນ