ແຈ່ວເຫັດນາງລົມ / Roasted oyster mushroom jeow

Andy Souvanhphukdee
ແຈ່ວໝາກເຜັດ ທີ່ເຕັມໄປດ້ວຍກິ່ນຫອມຂອງເຫັດນາງລົມ
ເຮືອນຄົວລາວ
Asian Markets of Philadelphia

ສ່ວນປະສົມ
•  ເຫັດນາງລົມ 6 ດອກໃຫ່ຍ ຫຼື ປະມານຖ້ວຍເຄິີ່ງຫຼັງຈາກຈີ່ສຸກແລ້ວ
•  ຫົວຜັກບົ່ວໃຫ່ຍ 2 ຫົວ
•  ຜັກທຽມ 3 ກີບ ຫຼື ປ່ຽງ
•  ໝາກເຜັດ 2-5 ໜ່ວຍ
•  ເກືອ ½ ບ່ວງຊາ
•  ນໍ້າປາ 1 ບ່ວງແກງ
•  ຜັກຫອມປ້ອມຊອຍ 2 ບ່ວງແກງ
•  ຫອມບົ່ວໃບຊອຍ 2 ບ່ວງແກງ

ວິທີປຸງແຕ່ງ
1. ຈີ່ເຫັດ, ຫົວຜັກບົ່ວ, ຜັກທຽມ ແລະ ໝາກເຜັດໃຫ້ສຸກ ແລ້ວເອົາເປືອກຂອງສ່ວນປະສົມທຸກຢ່າງ ທີ່ມີເປືອກອອກ
2. ໃສ່ຫົວຜັກບົ່ວ, ຜັກທຽມ ແລະ ໝາກເຜັດ ພ້ອມເກືອລົງຄົກເພື່ອຕຳ ຫຼັງຈາກນັ້ນໃຫ້ຈີກເຫັດ ໃສ່ ພ້ອມນໍ້າປາ. ຊິມລົດຊາດ ຖ້າພໍດີແລ້ວ ກໍຊອຍຜັກຫອມປ້ອມ ແລະ ໃບຫອມບົ່ວໃສ່, ຕຳອີກເທື່ອໜຶ່ງ
3. ຕັກໃສ່ຖ້ວຍ ກິນກັບເຂົ້າໜຽວ ແລະ ຜັກກັບເຊັ່ນ: ໝາກແຕງ, ໝາກເຂືອ...

ຂໍ້ມູນຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ການປະກອບສ່ວນ