ແຈ່ວປາໃສ່ໝາກກອກ

Andy Souvanhphukdee
ອາຫານຈານພິເສດຈານນີ້ ມີສ່ວນປະສົມທີ່ລົງຕົວກັນຫຼາກຫຼາຍຢ່າງ ຫຼັກໆແລ້ວຈະເປັນ ປາ, ກະທຽມ ແລະ ໝາກເຜັດ, ດັ່ງນັ້ນຈຶ່ງເຮັດໃຫ້ມີລົດຊາດເຂັ້ມຂຸ້ນ ປະສົມຄວາມຫວານມັນ ແລະ ສົ້ມໜ້ອຍໜຶ່ງ, ສິ່ງສຳຄັນຄືປະລິມານໝາກເຜັດທີ່ໃຊ້ ຈະຊ່ວຍເພີ່ມຄວາມເຂັ້ມຂຸ້ນຫຼາຍຂຶ້ນ
ເຮືອນຄົວລາວ
ແຈ່ວປາ
Kees sprengers (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ສ່ວນປະສົມ
ໝາກເຜັດສຸກ 4 ໜ່ວຍ, ໝາກເຜັດດິບ 3 ໜ່ວຍ, ປາ 1 ໂຕ (20 cm) , ກະທຽມ 1 ຫົວ, ໝາກກອກ 1 ໜ່ວຍ, ເກືອ 1 ບ່ວງຊາ, ຄະນໍ 1 ບ່ວງຊາ (ໃຊ້ສະເພາະເມື່ອ ບໍ່ມີນໍ້າແກງ, ຖ້າບໍ່ມີຄະນໍໃຫ້ໃຊ້ ນໍ້າປາ ຫຼື ເກືອ; ນໍ້າແກງ ຫຼື ນໍ້າທຳມະດາ 3 ບ່ວງແກງ, ຫອມປ້ອມ 2 ຕົ້ນ

ວຶທີການ
1.    ຈີ່ໝາກເຜັດດ້ວຍໄມ້ໄຜ່ ຫຼື ໄມ້ຊະນິດອື່ນ
2.    ປີ້ງປາ, ກະທຽມ ແລະ ໝາກກອກ ດ້ວຍແຕະປີ້ງ (ໃຊ້ໄຟໃນລະດັບອ່ອນ)
3.    ຟື້ນເບື້ອງປາປີ້ງ, ກະທຽມ ແລະ ໝາກກອກເປັນປະຈໍາ. ຫຼັງຈາກຄົບ 7 ນາທີ ເມື່ອໝາກກອກອ່ອນໃຫ້ນໍາອອກຈາກແຕະ; ກະທຽມ ແລະ ປາ ຈະໃຊ້ເວລາປີ້ງປະມານ 12-15 ຕາມລໍາດັບ
4.    ນຳເປືອກກະທຽມ ແລະ ໝາກກອກອອກໃຫ້ໝົດ, ແກະເນຶ້ອປາອອກ ເພື່ອໃຫ້ເຢັນລົງ
5.    ໃສ່ເກືອ ແລະ ຄະນໍ ລົງໃນຄົກ
6.    ໃສ່ໝາກເຜັດ ແລະ ກະທຽມ ລົງໃນຄົກ ແລ້ວຕຳໃຫ້ລະອຽດ. ຕາມດ້ວຍປາ ແລະ ໝາກກອກ ຕຳໃຫ້ເຂົ້າກັນ
7.    ໃສ່ນ້ຳແກງທີ່ຕຽມໄວ້ ຫຼື ນໍ້າທຳມະດາ 2 ບ່ວງແກງ ຕາມດ້ວຍຫອມປ້ອມ

ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານເຮືອນພັກທ່າເຮືອ)

ການປະກອບສ່ວນ