ແກງ​ໜໍ່​ໄມ້! ຈາກ​ພູມ​ປັນ​ຍາ​ ສູ່ ພາບຈິດຕະກໍາ

Bouavone Thipphavanh
ແກງ​ໜໍ່​ໄມ້ ເມນູອາຫານທີ່ໄດ້ຮັບຄວາມ​ນິ​ຍົມ​ຢ່າງກວ້າງຂວາງຈາກຫຼາຍ​ທ້ອງ​ຖິ່ນສູ່ພາບຈິດຕະກໍາ
ຊີວະນາໆພັນກະສິກຳ
ແກງ​ໜໍ່​ໄມ້! ຈາກ​ພູມ​ປັນ​ຍາ​ ສູ່ ພາບຈິດຕະກໍາ
www.phakhaolao.la

ຈາກພູມປັນຍາສູ່ພາບຈິດຕະກໍາ ແກງໜໍ່ໄມ້ຖືໄດ້ວ່າ ​​ແມ່ນໜຶ່ງໃນອາຫານທີ່ມີການສືບ​​ທອດກັນມາແຕ່ດຶກດຳບັນຈົນເຖິງປັດຈຸບັນ ແລະຍັງໄດ້ຮັບຄວາມນິຍົມ​​ບໍລິໂພກຢູ່ທຸກທ້ອງຖິ່ນຢ່າງຫຼວງຫຼາຍ.

Phakhaolao

ານແຕ້ມຮູບ​​ຈິດຕະກຳແມ່ນໜຶ່ງໃນງາສິລະປະທີ່ໄດ້ຮັບຄວາມນິຍົມ ໂດຍສະເພາະແມ່ນຜູ້ທີ່ມີພອນສະຫວັນໃນການແຕ້ມຮູບ, ບວກກັບແນວຄວາມຄິດສ້າງສັນໃນການຜະລິດຜົນງານອອກມາ ເຊັ່ນດຽວກັນກັບ ນາງ ຈັນ ທອງສີປະເສີດ ໜຶ່ງໃນນັກສຶກສາ​​ປີທີ 5 ຂອງສະຖາບັນວິຈິດສິນແຫ່ງຊາດ ໄດ້ແຕ້ມຮູບແກງໜໍ່ໄມ້ອອກມາ ເພື່ອສື່ໃຫ້ທຸກຄົນໄດ້ເຫັນເຖິງຄຸນຄ່າຂອງອຫານ ແລະ ຄວາມອຸດົມສົມບູນທາງຊີວະນາໆພັນຂອງປະເທດເຮົາ.

Phakhaolao

ໃນໂອກາດດຽວກັນນີ້ ທ່ານນາງຈັນ ໄດ້ໃຫ້ຮູ້ວ່າ: ໃນການຜະລິດຜົນງານໃນຄັ້ງນີ້ແມ່ນເກີດມາຈາກຄວາມມັກ-ຮັກແກງໜໍ່ໄມ້ ບວກກັບ​​ການຢາກເຜີຍແຜ່ອາຫານທີ່ເປັນເອກະລັກຂອງບ້ານເຮົາໃຫ້ທຸກຄົໄດ້ຮັບຮູ້ໂດຍຜ່ານການແຕ້ມຮູບຈິດຕະກຳ.

Phakhaolao

ຊຶ່ງໃນການຜະລິດຜົງານໃນຄັ້ງນີ້ໃຊ້ເວລາພຽງແຕ່ 3 ເດືອນເທົ່ານັ້ນ ​ໂດຍຈະແບ່ງອອກເປັນ 3 ພາກຄື: ພາກທີ 1 ​ເປັນຮູບພາບ​​ການສັງລວມ ແລະ ວິເຄາະຂໍ້ມູນປະຫວັຄວາມເປັນມາຂອງໜໍ່ໄມ້, ພາກທີ  2 ແມ່ນ​ຮູບພາບທີ່ມີການເກັບກໍາລາຍລະອຽດ ສ່ວນປະກອບຕ່າງໆຂອງແກງໜໍ່ໄມ້ ແລະ ພາກສຸດທ້າຍເປັນ​ຮູບພາບທີ່ສຳເລັດການປຸງແຕ່ງ​ແກງໜໍ່ໄມ້ພ້ອມຮັບປະທານ, ຊຶ່ງທັງ 3 ພາກນີ້​ ພາກສຸດທ້າຍຖືໄດ້ວ່າເປັນໄລຍະທີ່ຍາກທີ່ສຸດ ເນື່ອງຈາກວ່າຕ້ອງໄດ້ເກັບ​ກໍາລາຍລະອຽດຂອງຮູບພາບ.

Phakhaolao

 

ພ້ອມດຽວກັນນີ້ ທ່ານ ນາງ ຈັນ ຍັງໄດ້ເວົ້າຕື່ມອີກວ່າ ພາຍຫຼັງ​​ທີ່ຈົບການສຶກສາແລ້ວໃນອະນາຄົດແມ່ນຢາກຈະເປັນຄູສອນເພາະວ່າ ນອກຈາກຈະສາມາດແບ່ງປັນຄວາມຮູ້ ແລະ ຖ່າຍທອດປະສົບການຂອງ​​ຕົນເອງໃຫ້ຜູ້ອື່ນແລ້ວ ຍັງເປັນການພັດທະນາຝີມືໃນການແຕ້ມຮູບຈິດຕະກຳ​​ຂອງຕົນເອໄດ້ໃນອານາຄົດ.​

 

ແຫຼ່ງຂໍ້ມູນ: ນາງ ຈັນ ໄດ້ໃຫ້ສໍາພາດກັບທີມງານພາເຂົ້າລາວ ໃນວັນທີ 24 ສິງຫາ 2022.

ການປະກອບສ່ວນ