ແກງໜໍ່ໄມ້ແຫ່ວ

Andy Souvanhphukdee
ໜໍ່ໄມ້ແຫ່ວ ອາຫານຈາກທຳມະຊາດ ບໍ່ມີສານພິດ ແລະ ຍັງເປັນປະໂຫຍດຈາກຕໍ່ຮ່າງກາຍ
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
  •  ໜໍ່ໄມ້ແຫ້ງ ½-1 ຈອກກາເຟ
  •  ນ້ຳ 2 ຖ້ວຍ
  •  ໝາກເຜັດ 1 ໜ່ວຍ, ຊອຍ
  •  ຫົວສີໄຄ 1ຫົວ, ທຸບ ແລະ ຕັດ
  •  ຊີ້ນເປັດ 1-2 ຈອກ, ຕັດເປັນຕ່ອນພໍປະມານສຳລັບແກງ 
  •  ຫອມບົ່ວໃບ 3 ຕົ້ນ
  •  ຜັກອີ່ຕູ່, ໃສ່ສະເພາະໃບ ½ ຈອກກາເຟ
  •  ສະອິວຂາວ 2 ບ່ວງແກງ

ສຳລັບ 2-4 ຖ້ວຍ

ວິທີປຸງແຕ່ງ
  1.  ຄ້າງໝໍ້ໃສ່ນ້ຳ
  2.  ບີບເອົານ້ຳອອກຈາກໜໍ່ໄມ້ແຫ່ວ ໃຫ້ໝົດ
  3.  ໃສ່ໝາກເຜັດ, ຫົວສີໄຄ ແລະ ເປັດ ລົງໝໍ້ຕົ້ມໄວ້ 15 ນາທີ. ໃສ່ ໜໍ່ໄມ້ແຫ່ວ ຕົ້ມໄວ້ 15 ນາທີ
  4.  ໃສ່ສະມຸນໄພທີ່ກຽມໄວ້ເຊັ່ນ ຫອມບົ່ວໃບ ແລະ ຜັກອີ່ຕູ່
  5.  ສຸດທ້າຍ ໃຫ້ໃສ່ສະອິວຂາວ ພ້ອມເຄື່ອງປຸງເພີ່ມເຕີມຕາມຕ້ອງການ.

ຄຳແນະນຳ
ສາມາດໃສ່ຊີ້ນໄກ່ ຫຼື ໄກ່ງວງ ແທນເປັດໄດ້ ຖ້າຕ້ອງການ.

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ການປະກອບສ່ວນ