ແກງອົວໝາກແຕງ

Andy Souvanhphukdee
ແກງອົວໝາກແຕງ ອາຫານສຳລັບຄົນຮັກສຸຂະພາບສາມາດນຳໄປນື້ງ ແທນການຕົ້ມ ຫຼື ແກງກໍ່ໄດ້
ເຮືອນຄົວລາວ
http://www.supasitthaikitchen.com/my-cooking-photo-gallery/nggallery/slideshow
Supasit Thai Kitchen

ສ່ວນປະສົມ
•    ໝາກແຕງ 4-5 ໜ່ວຍນ້ອຍ (ໝາກແຕງກວາ ຫຼື ໝາກແຕງຂົມ 1 ໜ່ວຍ)

ສ່ວນປະສົມສຳລັບອົວໝາກແຕງ
•    ຊີ້ນໝູບົດ 450 g
•    ຜັກທຽມ 3-4 ກີບໃຫ່ຍ
•    ຫົວຜັກບົ່ວຊອຍ ½ ຫົວ
•    ຫອມບົ່ວໃບ 4 ຕົ້ນ (ໃຊ້ໃບເທົ່ານັ້ນ)
•    ພິກໄທຂາວ 1 ບ່ວງຊາ
•    ເກືອ ½ ບ່ວງຊາ
•    ສະອິ້ວ 2 ບ່ວງຊາ

ສ່ວນປະສົມສຳລັບແກງ
•    ນ້ຳ ຫຼື ນ້ຳແກງ 6 ຈອກ
•    ສະອິ້ວ ຫຼື ນ້ຳປາ ຫຼື ເກືອ 2 ບ່ວງແກງ
•    ໝາກເຜັດ 3 ໜ່ວຍ (ໃສ່ຕາມຕ້ອງການ)
•    ຫອມບົ່ວໃບ 2 ຕົ້ນ    
ສຳລັບ 4 ຄົນ

ວິທີປຸງແຕ່ງ
1.  ໃສ່ໝູບົດ, ກະທຽມ, ຫົວຜັກ ແລະ ຫອມບົ່ວໃບລົງໃນຊາມ ຄົນໃຫ້ເຂົ້າກັນ
2.  ຖ້າໃສ່ໝາກແຕງນ້ອຍ ໃຫ້ຕັດເຄິ່ງ ແລ້ວເອົາແກ່ນອອກໃຫ້ໝົດ, ຖ້າໃສ່ໝາກແຕງກວາໃຫ້ຕັດຍາວ 5 ຊມ ແລ້ວປອກເປືອກຖ້າແກ່ເກີນໄປ

https://www.umamifordays.com/blog/pork-stuffed-cucumber-soup
Umami for days

3.  ຍັດໄສ້ມາກແຕງດ້ວຍສວນປະສົມຕ່າງໆ ທີ່ປະສົມກັນໄວ້, ຫຼັງຈາກທີ່ຍັດໄສ້ແລ້ວ ໃຫ້ນຳໄປແຊ່ໃນນ້ຳເຢັນ ເພື່ອຮັກສາຮູບຮ່າງຂອງອົວໝາກແຕງ

https://www.umamifordays.com/blog/pork-stuffed-cucumber-soup
Umami for days

4.  ເອົານ້ຳໃສ່ໝໍ້ເພື່ອຕົ້ມແລ້ວໃສ່ໝາກເຜັດ, ສະອິ້ວ ຫຼື ນ້ຳປາ ຕາມດ້ວຍອົວໝາກແຕງ, ປິດຝາຕົ້ມໄວ້ຈົນກ່ວາໝາກແຕງ ແລະ ຊີ້ນ ຈະສຸກ
5.  ເພີ່ມເຄື່ອງປຸງ ເພື່ອໃຫ້ໄດ້ລົດຊາດຕາມຕ້ອງການ, ປິດໄຟໝໍ້ ເພື່ອໃສ່ຫອມປ້ອມ ແລະ ຫອມບົ່ວໃບຊອຍຍາວ 3 ຊມ

ຄຳແນະນຳ
•   ເພີ່ມແກ່ນໝາກແຕງເປັນສ່ວນປະສົມເພີ່ມເຕີມ, ໃສ່ນ້ຳຕານ ຖ້າຫາກໝາກແຕງຂົມ
•   ທອດກະທຽມໂຮຍໜ້າຫຼັງຈາກແກງຮຽບຮ້ອຍແລ້ວ
•   ໝາກອຶອ່ອນ ຊອຍ 1 ຈອກ
•   ໃສ່ກຸ້ງ ແລະ ໝູ ເປັນສ່ວນປະສົມເພີ່ມເຕີມ
•   ໃສ່ຊີ້ນໄກ່ ແທນໝູ
•   ໃສ່ໝາກເຜັດ ແລະ ຜັກແພວເປັນສ່ວນປະສົມເພີ່ມເຕີມ
•   ສາມາດນື້ງ ແທນການຕົ້ມ ຫຼື ແກງ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ Easy Food good health by Andy

ການປະກອບສ່ວນ