ອ່ອງປູນາ

Andy Souvanhphukdee
ປີ້ງອ່ອງປູນາແຊບໆ ກິນກັບເຂົ້າໜຽວຮ້ອນໆ ສຳລັບຄົນຄິດຮອດບ້ານນາ
ເຮືອນຄົວລາວ
https://cookpad.com/th/recipes/6372149-%E0%B8%9B%E0%B8%B9%E0%B8%99%E0%B8%B2%E0%B8%88%E0%B9%8B%E0%B8%B2
cookpad

ສ່ວນປະສົມ

  • ກະປູ 15 ໂຕ
  • ຫອມບົ່ວໃບ 2 ບ່ວງແກງ (ຊອຍ)
  • ໝາກເຜັດປົ່ນ 2 ບ່ວງຊາ ຫຼື ເຜັດດິບ 1 ບ່ວງແກງ (ຊອຍ)
  • ໄຂ່ 1 ໜ່ວຍ ຖ້າຕ້ອງການ
  • ເກືອ ½ ບ່ວງຊາ (ເພີ່ມປະລິມານຂຶ້ນຖ້າໃສ່ໄຂ່)

ວິທີປຸງແຕ່ງ

  • ນຳກະປູມາລ້າງນ້ຳໃຫ້ສະອາດ ແລ້ວແກະເອົາມັນ ແລະ ເນື້ອປູອອກຈາກອອງ ໃຫ້ໝົດ
  • ຕຳເນື້ອປູໃຫ້ມຸ່ນ ແລ້ວນຳມາປະສົມກັບມັນປູ, ເກືອ ແລະ ຫອມບົ່ວໃບ
  • ລ້າງອ່ອງປູໃຫ້ສະອາດ
  • ໃສ່ມັນປູທີ່ປຸງໄວ້ ລົງໃນອອງປູ ໃຫ້ຄົບທຸກອອງ
  • ນຳອອງປູໄປປີ້ງ ຫຼື ໜຶ້ງ ປະມານ 10-15 ນາທີ

ວີດີໂອແນະນຳ PlaoCooking

ການປະກອບສ່ວນ