ອອມກະປູແດງ

Andy Souvanhphukdee
ອຸກະປູແດງ ອາຫານບ້ານນາ
ເຮືອນຄົວລາວ
https://cookpad.com/th/recipes/6497026-%E0%B8%AD%E0%B9%88%E0%B8%AD%E0%B8%A1%E0%B8%9B%E0%B8%B9%E0%B8%99%E0%B8%B2
cookpad.com

ສ່ວນປະກອບ
•  ກະປູແດງ ½ kg 
•  ປາແດກ 1 ບ່ວງແກງ
•  ເກືອ ½ ບ່ວງແກງ
•  ເຂົ້າຂົ້ວ 2 ບ່ວງແກງ
•  ຂີງ 4-5 ປ່ຽງ (ຊອຍເປັນຕ່ອນບາງໆ)
•  ຫົວສີໄຄ 1 ຫົວ (ທຸບ ຕັດຍາວປະມານ 10 ຊມ)
•  ໃບຂີ້ຫູດ 3-4 ໃບ
•  ໝາກເຜັດ 3-4 ໜ່ວຍ(ຕຳໃຫ້ແຫຼກ)
•  ຜັກຊີ 1 ມັດນ້ອຍ
•  ໝາກແຄ້ງ 1 ມັດ (ປິດຂັວນອອກ)

ວິທີປຸງແຕ່ງ
1.  ຄ້າງໝໍ້, ໃສ່ກະປູ, ຫົວສີໄຄ, ຂີງ, ໝາກແຄ້ງ, ປາແດກ, ໝາກເຜັດ, ເກືອ, ຕົ້ມຈົນເຫັນວ່າມີແຕ່ຕ່ອນກະປູ 
2.  ໃສ່ເຂົ້າຂົ້ວ, ຄົນໃຫ້ທົ່ວ ຈາກນັ້ນ ໃສ່ໃບຂີ້ຫູດ
4.  ຫຼັງຈາກທີ່ເຂົ້າຂົ້ວສຸກ, ປົງໝໍ້ລົງ ແລ້ວຊອຍຜັກຊີຫ່າງໆ ໂຮຍໃສ່ປຸງລົດຊາດຕາມໃຈ, ຮັບປະທານໄດ້

 

ການປະກອບສ່ວນ