ອຸໄຂ່ (ເອາະໄຂ່)

Andy Souvanhphukdee
ຄິດອອກ ຫຼື ບໍ່ ອຸໄຂ່ແມ່ນຫຍັງ?
ແນ່ນອນອຸໄຂ່ກໍຕ້ອງເປັນອາຫານທີ່ມີໄຂ່ເປັນສ່ວນປະສົມ, ອຸໄຂ່ ເປັນອາຫານປະເພດຄາວ ສາມາດແຕ່ງກິນເອງໄດ້ງ່າຍ ແລະ ປະຢັດນຳອີກ
ເຮືອນຄົວລາວ
http://www.isan.clubs.chula.ac.th/food_sara/index.php?transaction=food_1.php&id_m=28440
www.isan.clubs.chula.ac.th

ສ່ວນປະກອບ
  •  ໄຂ່ 3 ໜ່ວຍ
  •  ປາແດກ 3 ບ່ວງ
  •  ໝາກເຜັດ 3 ໜ່ວຍ
  •  ຫົວຫອມບົ່ວ 2 ຫົວ
  •  ຜັກທຽມ 2 ກີບ
  •  ຜັກນາງຕູ່ 3 ຍອດ
  •  ຫອມບົ່ວ, ຫອມປ້ອມ 2 ຕົ້ນ
  •  ນ້ຳ ½ ຈອກ

ການກະກຽມ
  •  ຕຳໝາກເຜັດ, ຜັກທຽມ, ຫົວຫອມບົ່ວ ໃຫ້ມຸ່ນ
  •  ຊອຍຫອມບົ່ວ, ຫອມປ້ອມ

ວິທີປຸງແຕ່ງ
  1. ຕອກໄຂ່ໃສ່ໝໍ້ ຕີໄຂ່ໃຫ້ແຕກ
  2.  ເອົາໝາກເຜັດ, ຜັກທຽມ, ຫອມບົ່ວທີ່ຕຳແລ້ວລົງໃສ່
  3.  ເອົາປາແດກທີ່ກຽມໄວ້ລົງໃສ່
  4.  ເອົາໝໍ້ຄ້າງໃສ່ໄຟ ເຮັດໄຟອ່ອນໆ ຄົນໃຫ້ເຂົ້າກັນ ຊິມເບິ່ງລົດຊາດ
  5.  ເອົາຜັກນາງຕູ່ ແລະ ຫອມທີ່ຊອຍໄວ້ລົງໃສ່ ແລ້ວປົງໝໍ້ປະໄວ້ຄາວໜຶ່ງ ກໍສາມາດຮັບປະທານໄດ້
ຂໍ້ມູນເພີ່ມເຕີ່ມຈາກ ປຶ້ມອາຫານບ້ານເຮົາ

ວີດີໂອຈາກ ครัวในบ้าน TV

 

ການປະກອບສ່ວນ