ວິທີເຮັດຝຸ່ນຊີວະພາບແຫ້ງ

Sakhone INTHAVONG
ເຕັກນິກການເຮັດຝຸ່ນຊີວະພາບແຫ້ງໄວ້ໃຊ້ເອງເປັນມິດຕໍ່ສິ່ງແວດລ້ອມ ທັງຜູ້ຜະລິດ ແລະ ຜູ້ບໍລິໂພກ
ແນະນຳວິທີເຮັດ
phakhaolao.la
https://pantip.com/topic/35515557/desktop

ການເຮັດຝຸ່ນຊີວະພາບແຫ້ງໄວ້ໃຊ້ເອງໂດຍທີ່ບໍ່ເພິ່ງສານເຄມີ ຈະເຮັດໃຫ້ເຮົາໝັ້ນໃຈໄດ້ວ່າພືດຜັກທີ່ເຮົາບໍລິໂພກມີຄວາມປອດໄພຈາກສານເຄມີແນ່ນອນ, ຝຸ່ນຊີວະພາບແຫ້ງເຫຼົ່ານັ້ນເອີ້ນວ່າປຸ໋ຍອິນຊີທີ່ໄດ້ຈາກຂີ້ສັດ ແລະ ພືດນາໆຊະນິດ, ລວມທັງສ່ວນປະສົມອື່ນໆ ການນຳໃຊ້ຝຸ່ນຊີວະພາບແຫ້ງຈຳພວກນີ້ນອກຈາກຈະຊ່ວຍໃນການຈະເລີນເຕີບໂຕຂອງພືດແລ້ວ ຍັງບໍ່ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ປູກ ແລະ ຜູ້ບໍລິໂພກ, ພ້ອມທັງເປັນມິດກັບສິ່ງແວດລ້ອມ. ໃນນີ້ການເຮັດປຸ໋ຍເຫຼົ່ານັ້ນກໍມີຂັ້ນຕອນງ່າຍດາຍ ແລະ ມື້ນີ້ພວກເຮົາໄດ້ນຳເອົາວິທີເຮັດປຸ໋ຍແຫ້ງທີ່ສາມາດຊ່ວຍໃນການຈະເລີນເຕີບໂຕຂອງພືດໄດ້ດີມາຝາກກັນເຊິ່ງມີດັ່ງນີ້:

ສ່ວນປະສົມ

  1. ອິນຊີວັດຖຸເຊັ່ນ: ໃບໄມ້ ແລະ ເຟືອງແຫ້ງ ທັງໝົດ 4 ສ່ວນ.
  2. ຂີ້ສັດ ຫຼື ຝຸ່ນຄອກ 1 ສ່ວນ.
  3. ນ້ຳສະອາດ ແລະ ນ້ຳໝັກຊີວະພາບ.

ວິທີເຮັດ

  1. ປະສົມອິນຊີວັດຖຸ ແລະ ຂີ້ສັດໃຫ້ເຂົ້າກັນ.
  2. ຫຼັງຈາກນັ້ນເທນ້ຳ ແລະ ນ້ຳໝັກຊີວະພາບປະສົມລົງໄປ (1/200) ແລ້ວຄົນໃຫ້ເຂົ້າກັນພໍໃຫ້ຊຸ່ມ (ບໍ່ໃຫ້ປຽກຈົນເກີນໄປ).
  3. ຫຼັງຈາກປະສົມຮຽບຮ້ອຍແລ້ວແມ່ນໃຫ້ນຳເອົາຜ້າມາປົກໄວ້ປະມານ 3 ອາທິດ.
  4. ສຸດທ້າຍແມ່ນໃຫ້ນຳໄປໄວ້ບ່ອນຮົ່ມ ເພື່ອຫຼຸດຜ່ອນຄວາມຮ້ອນ.

ເພີ່ມເຕີມ greenpeace.org

ການປະກອບສ່ວນ