ກຳຈັດບົ້ງດ້ວຍດອກບົວຂົມ

Sakhone INTHAVONG
ດອກບົວຂົມສາມາດໃຊ້ເປັນຢາໄລ່ບົ້ງໄດ້
ແນະນຳວິທີເຮັດ
phakhaolao.la
https://th.wikipedia.org/wiki/%E0%B8%9A%E0%B8%B1%E0%B8%A7%E0%B8%82%E0%B8%A1

ການປູກຝັງພືດແຕ່ລະຊະນິດໃນທຸກຂົງເຂດລ້ວນແຕ່ມີບັນຫາການຖຶກທຳລາຍຈາກສັດຕູພືດ ເຊິ່ງເປັນປັດໃຈໜຶ່ງທີ່ສົ່ງຜົນກະທົບຕໍ່ຜົນຜະລິດ ແຕ່ສ່ວນຫຼາຍຊາວກະສິກອນໄດ້ໃຊ້ວິທີປາບດ້ວຍສານເຄມີ ຍ້ອນເຂົາເຈົ້າບໍ່ມີວິທີ ແລະ ເຕັກນິກອື່ນເຂົ້າຊ່ວຍ ສະນັ້ນມັນໄດ້ສົ່ງຜົນຮ້າຍຫຼາຍຢ່າງເປັນຕົ້ນແມ່ນທາງດ້ານສຸຂະພາບທັງຜູ້ປູກ ແລະ ຜູ້ບໍລິໂພກ ລວມເຖິງສິ່ງແວດລ້ອມ ເພື່ອຫຼຸດຜ່ອນບັນຫາດັ່ງກ່າວຈຶ່ງໄດ້ມີການທົດລອງວິທີຕ່າງໆໂດຍບໍ່ໃຊ້ສານເຄມີ ໃນນີ້ການນຳເອົາດອກບົວຂົມເຊິ່ງເປັນພືດສັດຕູພືດບໍ່ມັກຍ້ອນກິ່ນຂິວ ແລະ ຂົມ ພືດຊະນິດນີ້ມີໃນຫຼາຍທ້ອງຖິ່ນ ເຫັນວ່າເປັນວິທີທີ່ຊ່ວຍປະຢັດຕົ້ນທຶນໃນການຜະລິດ ແລະ ໄດ້ນຳໃຊ້ບົວຂົມໃຫ້ເກີດປະໂຫຍດ.

ຜ່ານການສຶກສາແມ່ນສາມາດຜະລິດອອກເປັນ 3 ສູດ ໂດຍມີສ່ວນປະສົມອື່ນຄືກັນ ແຕ່ໃຊ້ສ່ວນໃບ, ດອກ, ແລະ ຕົ້ນເປັນສ່ວນປະສົມຫຼັກຂອງແຕ່ລະສູດ.

ສູດທີ 1 ແມ່ນນຳໃຊ້ສະເພາະດອກ ເຊິ່ງທົດລອງຜະລິດໃຊ້ທີ່ ບ້ານຫອຍ ເມືອງຄຸນ ແຂວງຊຽງຂວາງ.

ສູດທີ 2 ແມ່ນນຳໃຊ້ສະເພາະໃບ ເຊິ່ງໄດ້ທົດລອງນຳໃຊ້ທີ່ ບ້ານໜອງຂຽວ ເມືອງໜອງແຮດ ແຂວງຊຽງຂວາງ.

ສູດທີ 3 ແມ່ນການນຳໃຊ້ໝົດທັງດອກ ແລະ ໃບ ເຊິ່ງທົດລອງນຳໃຊ້ ທີ່ບ້ານຫ້ວຍອຸ່ນ ເມືອງໄຊ ແຂວງ ອຸດົມໄຊ.

ອຸປະກອນປະກອບດ້ວຍ:

ຕົ້ນ,ດອກ ແລະ ໃບ ຂອງຕົ້ນດອກບົວຂົມ, ກາກນ້ຳຕານ ຫຼື ນ້ຳຕານຊາຍເມັດ 10 ກິໂລ, ຖັງບັນຈຸຂະໜາດ 200 ລິດ, ຈັກບົດ ຫຼື ມີດ ( ເພື່ອຊອຍສ່ວນຕ່າງໆຂອງດອກບົວຂົມ )

ວິທີເຮັດ:

ນຳຕົ້ນ, ດອກ ແລະ ໃບ ຂອງດອກບົວຂົມມາຊອຍ ຫຼື ບົດໃຫ້ລະອຽດໃຫ້ເປັນຕ່ອນນ້ອຍໆ ຫຼັງຈາກນັ້ນນຳມາເທໃສ່ຖັງ ແລ້ວຈຶ່ງເທນ້ຳຕານລົງຕາມ ຫຼັງຈາກນັ້ນຄົນໃຫ້ເຂົ້າກັນ ຖ້າສັງເກດວ່າມັນແຫ້ງໃຫ້ຕື່ມນ້ຳໃສ່ ຈາກນັ້ນປິດຝາໃຫ້ແໜ້ນແລ້ວນຳໄປເກັບໄວ້ບ່ອນຮົ່ມ ເມື່ອໝັກໄດ້ 7 ວັນໃຫ້ເປີດຝາເພື່ອລະບາຍອາກາດອອກແລ້ວຈຶ່ງປິດໄວ້ຄືເກົ່າ ເຂົ້າອາທິດທີ 2 ກໍໃຫ້ເປີດຝາອີກຮອບ ເມື່ອເຂົ້າອາທິດທີ 3 – 4 ກໍສາມາດນຳມາໃຊ້ໄດ້ເລີຍ.

 

ຜົນໄດ້ຮັບ:

ສູດ1 ເປັນການນຳໃຊ້ດອກ ແມ່ນນຳໃຊ້ບໍ່ໄດ້ຜົນເພາະເກີດເຊື້ອລາ, ນ້ຳເປັນສີຂາວ, ກິ່ນເໝັນ ແລະ ມີຝອດຈຶ່ງໍ່ສາມາດນຳໃຊ້ໄດ້.

ສູດ 2 ເປັນການນຳໃຊ້ສ່ວນໃບຂອງດອກບົວ ແມ່ນໄດ້ຮັບຜົນເພາະນ້ຳໝັກມີລັກສະນະເປັນສີນ້ຳຕານເຂັ້ມ ແລະ ມີກິ່ນຂິວປະສົມກັບກິ່ນຂອງກາກນ້ຳຕານ ຈຶ່ງໄດ່ນຳໄປທົດລອງສີດໃສ່ສວນຜັກ 3 ຄັ້ງ / ອາທິດ ຜົນປາກົດວ່າ ແມງໄມ້ ແລະ ສັດຕູພືດ ຈຳພວກແມງມີ່ຂາວ, ແມງໝັດຜັກ, ແມງຂີ້ໄຫ້ ແລະ ບົ້ງແມງກະເບື້ອມີປະລິມານຫຼຸດລົງ ແຕ່ກໍຍັງມີຄົງຄ້າງຢູ່.

ສູດ 3 ເປັນການນຳໃຊ້ສ່ວນຕົ້ນຂອງດອກບົວຂົມ ເຊິ່ງຜົນການນຳໃຊ່ແມ່ນຄືກັບສູດທີ 2 ເຫັນວ່າປະລິມານຂອງແມງໄມ້ ແລະ ສັດຕູພືດ ແຕ່ພໍໃຊ້ໄດ້ 4 ອາທິດ ຈະພົບເຫັນຈຳພວກບົ້ງແມງກະເບື້ອ ແລະ ແມງໝັດຜັກກັບມາອີກ.

ປັດໃຈສູ່ຄວາມສຳເລັດ

  • ເປັນພືດທີ່ຫາງ່າຍບໍ່ຈຳເປັນຕ້ອງຊື້້.
  • ຊ່ວຍຫຼຸດຜ່ອນຕົ້ນທຶນໃນການຜະລິດ.
  • ທົດລອງກັບພື້ນທີ່ຕົວຈິງເຫັນຜັນໄດ້ທັນທີຕິດຕາມງ່າຍ.

ສິ່ງທ້າທາຍ

  • ຂາດການທົດລອງຢູ່ເປັນລະບົບເຊັ່ນ: RCBD,CRD ຫຼື ການທົດລອງແບບອື່ນ ທີ່ມີຊ້ຳ ແລະ ບລັອກ.
  • ນ້ຳໝັກດອກບົວຂົມ ພຽງແຕ່ໃຊ້ຂັບໄລ່ແມງໄມ້ ແລະ ສັດຕູພືດເທົ່ານັ້ນ ແຕ່ບໍ່ໄດ້ກຳຈັດໃຫ້ຕາຍ ດັ່ງນັ້ນຈຶ່ງແນະນຳໃຫ້ໃຊ້ວິທີອື່ນຄູ່ກັບການນຳໃຊ້ນ້ຳໝັກ.
  • ການເກັບຂໍ້ມູນຍັງບໍ່ເປັນລະບົບ.

ຂໍ້ສະເໜີແນະ:

  • ມີການຝຶກອົບຮົມໃຫ້ຊາວກະສິກອນໄດ້ມີການທົດລອງເປັນລະບົບ.
  • ເພີ່ມສ່ວນປະສົົມໃນການເຮັດນ້ຳໝັກ ເພື່ອເພີ່ມຄວາມເຂັ້ມຂຸ້ນຂອງນ້ຳໝັກ.
  • ມີການທົດລອງນຳໃຊ້ ແລະ ເກັບກຳຊໍ້ມູນການນຳໃຊ້ໃຫ້ຫຼາຍຂຶ້ນ.

 

ທີ່ມາ: Lao Farmer Network

 

 

 

ການປະກອບສ່ວນ