ວິທີເຮັດນ້ໍາໝັກຊີວະພາບ

Soulivanh BOUNTHAMMY
ວິທີເຮັດນໍ້າໝັກຊີວະພາບ ເພື່ອການປູກພືດຜັກກີນເອງແບບງ່າຍໆ
ແນະນຳວິທີເຮັດ
https://www.google.com/search?q=%E0%BA%A7%E0%BA%B4%E0%BA%97%E0%BA%B5%E0%BB%80%E0%BA%AE%E0%BA%B1%E0%BA%94%E0%BA%99%E0%BB%89%E0%BB%8D%E0%BA%B2%E0%BB%9D%E0%BA%B1%E0%BA%81%E0%BA%8A%E0%BA%B5%E0%BA%A7%E0%BA%B0%E0%BA%9E%E0%BA%B2%E0%BA%9A&source=lnms&tbm=isch&sa=X&ved=0ahUKEwiW-fnHyaLkAhWM62EKHSPHB8QQ_AUIESgB&cshid=1566892825732526&biw=1280&bih=610&dpr=1.5#imgrc=d0mzWod4bjEsWM:
sokhaviek.com

ນິຍາມ
   ນ້ໍາໝັກຊີວະພາບແມ່ນນໍ້າທີ່ໄດ້ມາກຈາກຊາກພືດ ແລະ ສັດ ຫຼື ສານອິນຊີຊະນິດຕ່າງໆທີ່ຫາໄດ້ໃນທ້ອງຖິ່ນເຊິ່ງອາດໝັກຮ່ວມກັບກາກນໍ້າຕານ ຫຼື ນ້ໍາຕານຊາຍແດງກໍ່ໄດ້. ຂະບວນການໝັກຂອງນ້ໍາໝັກຊີວະພາບຈະເກີດຈາກການຍ່ອຍສະຫຼາຍຊາກພືດ ແລະ ສັດດ້ວຍຈຸລິນຊີໂດຍໃຊ້ກາກນ້ໍາຕານ ຫຼື ນ້ໍາຕານຊາຍແດງເປັນແຫຼ່ງພະລັງງານ. 

ວິທີເຮັດນ້ໍາໝັກຊີວະພາບ
ນໍ້າຫົວເຊື້ອຈຸລິນຊີ (EM) 

   - ລະລາຍນ້ໍາຕານຊາຍແດງ (Jaggery) ໃນນໍ້າ. 
   - ບີບ ແລະ ປະສົມນໍ້າຕານຊາຍແດງໃຫ້ເຂົ້ານໍ້າດີ. 
   - ຖອກນ້ໍາທີ່ລະລາຍນ້ໍາຕານຊາຍແດງໃສຖັງ. 
   - ໃສ່ນໍ້າຫົວເຊື້ອ EM.
   - ຕື່ມນ້ໍາອີກໃຫ້ໄດ້ 20 ລິດ. 
   - ປິດຝາຖັງໃຫ້ແໜ້ນປະໄວ້ 5-7 ວັນ. 
   - ຍ້າຍເຊື້ອ EM ໃສ່ຖົງຢາງ ແລະ ເກັບໄວ້ໃນບ່ອນທີ່ຮົມ ແລະ ມືດເພື່ອນໍາໃຊ້ໃນຕໍ່ໜ້າ.

ຂະຫຍາຍຫົວເຊື້ອ EM :
   ນໍ້າສະກັດທີ່ໄດ້ມາຈາກຄວາມເຂັ້ມຂຸ້ນກ່ອນຈະນໍາໄປໃຊ້ຕ້ອງຂະຫຍາຍຕົວເຊື້ອສາກ່ອນ.
  ສ່ວນປະສົມ:
  -  ຫົວເຊື້ອ 1 ລິດ 
  -  ກາກນ້ໍາຕານ 1 ລິດ
  -  ນໍ້າ 10 ລິດ 
ວິທີການປະສົມ:
   -  ນໍາທຸກສ່ວນປະສົມເຂົ້າກັນ
   -  ອັດຖັງບໍ່ໃຫ້ອາກາດເຂົາປະໄວ້ປະມານ 3 ວັນສາມາດນໍາໄປໃຊ້ໄດ້. 
ຫມາຍເຫດ: ແຕ່ລະວັນໃຫ້ຄ່ອຍໆເປີດຝາຖັງເພື່ອໃຫ້ອາຍແກັສອອກແລ້ວປິດຝາຖັງໄວ້ຄືເກົ່າເພື່ອປ້ອງກັນບໍ່ໃຫ້ຖັງລະເບີດ). 
   ການເກັບຮັກສາ: 
    -  ເອົານໍ້າຫົວເຊື້ອໃສ່ແກ້ວອັດຝາໃຫ້ແໜ້ນປະໄວ້ໃນບ່ອນອາກາດເຢັນ.
   -  ສັງເກດເບິ່ງຈະເຫັນຜ້າສີຂາວ, ນັ້ນແມ່ນຈຸລີນຊີທີ່ເປັນປະໂຫຍດກໍາລັງຂະຫຍາຍຕົວ.
   -  ກໍລະນີເກັບໄວ້ດົນຄວນເປີດຝາແກ້ວ 1 ເທື່ອຕໍ່ວັນເພື່ອປ່ອຍອາຍແກ໊ສໃນຂວດແກ້ວອອກ. 

ວິທີເຮັດນ້ໍາສະກັດຈາກໃບກະເດົາ
    ນໍ້າສະກັດຈາກໃບກະເດົາ, ຜະລິດເພື່ອກໍາຈັດຈໍາພວກສັດຕູພືດເປັນຕົ້ນແມ່ນບົ້ງກິນໃບ, ດ້ວງ ແລະ ຕັກແຕນທີ່ຈະມາທໍາລາຍຜົນລະປູກ 
 ອຸປະກອນ:
   -  ໃບກະເດົາສົດ 1 ກິໂລ 
   -  ນ້ໍາ 5 ລິດ 
   -  ແຜ່ນຜ້າຝ້າຍ 
ວິທີເຮັດນ້ໍາສະກັດ: 
   ຕໍາໃບກະເດົາສົດໃຫ້ມຸ່ນແລ້ວເອົາມາຫໍ່ໃສ່ແຜ່ນຜ້າຝ້າຍ, ມັດໃຫ້ພໍດີແລ້ວຈຸ່ມລົງນໍ້າປະມານ 15 ນາທີ
ແລ້ວບີບຈະໄດ້ນໍ້າສະກັດໃບກະເດົາສີຂຽວອ່ອນໆ.
ອັດຕາການນໍາໃຊ້: ນໍ້າສະກັດ 1 ລິດລະລາຍໃນນໍ້າ 10 ລິດໃສ່ບັ້ງສີດໄປສິດໃສ່ພືດ. 
ການຜະລິດນ້ໍາສະກັດຊີວະພາບ (Bio-Extracts
    ນໍ້າສະກັດຊີວະພາບແມ່ນທາດແຫຼວທີ່ເກີດຈາກການໝັກສ່ວນຕ່າງໆຂອງພືດກັບນໍ້າຕານປະກອບກັບຈຸລິນຊີທີ່ສາມາດເປັນຕົວຍ່ອຍສະຫຼາຍອິນຊີວັດຖຸໃນດິນໃຫ້ກາຍເປັນຝຸ່ນ ແລະ ສານອິນຊີຫຼາຍຊະນິດໃຫ້ກາຍເປັນຝຸ່ນໂດຍກົງທີ່ມີຜົນປະໂຫຍດຕໍ່ການປູກຝັງ, ລ້ຽງສັດ ແລະ ຮັກສາສິ່ງແວດລ້ອມໄດ້ເປັນຢ່າງດີ.
ຈຸດດີຂອງນ້ໍາສະກັດຊີວະພາບ (Bio Extracts).
   -  ໃຊ້ເລັ່ງການຈະເລີນເຕີບໂຕ. 
   -  ຫຼຸດຜ່ອນການລະບາດຂອງແມງໄມ້ສັດຕູພືດ. 
   -  ໃຊ້ເຮັດປຸ໋ຍບົ່ມ. 
   -  ໃຊ້ປຸ໋ຍບົ່ມແຫ້ງ, ຝຸ່ນໝັກ, ບໍາລຸງດິນ.. 
   -  ຕົ້ນທຶນຕໍ່າສາມາດຜະລິດເອົາເອງໄດ້.
   -  ໃຊ້ດັບກິ່ນຫ້ອງນ້ໍາ, ຄອກສັດ, ບໍລິເວນນໍ້າເສຍ.
   -  ໃຊ້ປະສົມກັບນ້ໍາ ຫຼື ອາຫານໃຫ້ສັດກິນເຮັດໃຫ້ສັດແຂງແຮງຕ້ານທານຕໍ່ພະຍາດ. 
   -  ຊ່ວຍຄວບຄຸມຄຸນນະພາບນໍ້າໃນໜອງ.
   -  ຊ່ວຍກໍາຈັດວົງຈອນຂອງແມງວັນ ແລະ ຍຸງໄດ້. 

ວິທີເຮັດນ້ໍາສະກັດຊີວະພາບ:
  ສ່ວນປະກອບມີຄື:
    -   ບອນ 0,5 ກລ.
    -   ຜັກບົ່ງ 0,5 ກລ.
    -   ກະລໍາປີ 0,5 ກລ. 
    -   ໝາກໂມ 0,5 ກລ. 
    -   ໝາກນັດ 0,5 ກລ. 
    -   ໝາກຫຸ່ງ 0,5 ກລ.
    -   ກາກນ້ໍາຕານ 1 ລິດ (ຖ້າບໍ່ມີກາກນ້ໍາຕານສາມາດນໍາໃຊ້ນ້ໍາຕານແດງ 1 ກລ). 
ໝາຍເຫດ: ຖ້າບໍ່ມີຄົບສາມາດໃຊ້ເສດພືດໜຶ່ງ ຫຼື ສອງຊະນິດແທນກໍໄດ້.

ວິທີການສະກັດຄື:
    -  ເອົາຜັກ ແລະ ໝາກໄມ້ມາຟັກໃຫ້ເປັນຕ່ອນນ້ອຍໆ.
    -  ຫຼັງຈາກນັ້ນໃຫ້ເອົາລົງຖັງພລາສະຕິກພ້ອມທັງໃສ່ກາກນໍ້າຕານ, ຄົນໃຫ້ເຂົ້າກັນແລ້ວອັດຝາບໍ່ໃຫ້ອາກາດເຂົ້າ.
    -  ໝັກໄວ້ 5-7 ວັນແລ້ວຕອງເອົານໍ້າກະກັດມາເກັບໄວ້. 

 

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ