ວິທີການເຮັດຝຸ່ນບົ່ມ

Soulivanh BOUNTHAMMY
ມາຮຽນຮູ້ການເຮັດຝຸ່ນບົ່ມໃຊ້ໃນຄອບຄົວ ໂດຍບໍ່ຕ້ອງໃຊ້ປຸ໋ຍເຄມີ
ແນະນຳວິທີເຮັດ
https://www.google.com/search?q=%E0%BA%81%E0%BA%B2%E0%BA%99%E0%BB%80%E0%BA%AE%E0%BA%B1%E0%BA%94%E0%BA%9D%E0%BA%B8%E0%BB%88%E0%BA%99%E0%BA%9A%E0%BA%BB%E0%BB%88%E0%BA%A1&source=lnms&tbm=isch&sa=X&ved=0ahUKEwiM6KGtxaLkAhXBad4KHTS_Ba8Q_AUIESgB&cshid=1566891473378678&biw=1280&bih=610#imgrc=keuhKvcGaJuuXM:
hukased.blogspot.com

ນິຍາມ
    ຝຸ່ນບົ່ມຄື: ຝຸ່ນທໍາມະຊາດທີ່ໄດ້ຈາກການນໍາເອົາຊາກອາຫານທີ່ເສດເຫຼືອ, ພືດຜັກ ແລະ ເສດໝາກໄມ້ຕ່າງເຊັ່ນ: ເສດເຟືອງ, ຕົ້ນໝາກສາລີ (ຫຼັງຈາກການເກັບກ່ຽວ), ຕົ້ນຖົ່ວຕ່າງໆ, ຫຍ້າແຫ້ງແລ້ວນໍາມາປະສົມກັບມູນສັດນ້ໍາຊີວະພາບ, ສິ່ງເສດເຫຼືອຈາກພືດທີ່ເອົາມາຜ່ານຂັ້ນຕອນການໝັກໂດຍໃຊ້ໄລຍະເວລາໜຶ່ງກໍ່ຈະປ່ຽນສະພາບມາເປັນຜົງເປື່ອຍສີນ້ໍາຕານປົນດໍາສາມາດນໍາໄປໃຊ້ໃນການປູກພືດໄດ້.
    ຝຸ່ນໝັກຄື: ໂດຍທົ່ວໄປແລ້ວຈະມີທາດອາຫານໃນປະລິມານໜ້ອຍກວ່າປຸ໋ຍເຄມີແຕ່ມີຄົບທຸກໆທາດ, ຄຸນນະພາບຂອງປູ໋ຍໝັກແມ່ນຂຶ້ນກັບວັດຖຸດິບທີ່ໃຊ້ເຊັ່ນ: ພືດຕະກຸນຖົ່ວຈະມີແຮ່ທາດຫຼາຍກວ່າເສດເຟືອງເປັນຕົ້ນ.
ວິທີການເຮັດຝຸ່ນບົ່ມ
   ອຸປະກອນ:
   ຮໍາອ່ອນ 2 ສ່ວນ.
   ແກບເຜົາ 2 ສ່ວນ.
   ມູນສັດ 2 ສ່ວນ.
   ຫົວເຊື້ອຈຸລິນຊີ (EM), ກາກນ້ໍາຕານຢ່າງລະ 10-20 ຊີຊີ.
   ນໍ້າ 10 ລິດ. 
ວິທີເຮັດຝຸ່ນບົ່ມ 
  -  ປະສົມແກບ, ມູນສັດ ແລະ ອື່ນໆເຂົ້າກັນແລ້ວນໍາເອົາຮໍາມາປະສົມຄົນໃຫ້ເຂົ້າກັນ.
  -  ປະສົມ EM, ກາກນ້ໍາຕານ ແລະ ນ້ໍາຫົດກອງຝຸ່ນໃຫ້ໄດ້ຄວາມຊຸ່ມພໍດີປະມານ 50%.
  -  ນໍາສ່ວນປະສົມໄປກອງໄວ້ໜາປະມານ 10 ຊມ ແລ້ວປົກດ້ວຍກະເປົາປ່ານ.
  -  ບົ່ມໄວ້ 3–4 ວັນ.
ຄຸນປະໂຫຍດຂອງຝຸ່ນບົ່ມ
  -  ປ່ຽນດິນໜຽວ ແລະ ດິນຊາຍໃຫ້ເປັນດິນຜຸຜຸ່ຍຂຶ້ນ, ເຫມາະສົມໃນການປູກພືດ. 
  -  ເຮັດໃຫ້ດິນມີໂຄງສ້າງທີ່ດີ, ມີຄວາມຊຸ່ມຊື່ນສາມາດເກັບ ຫຼື ລະບາຍນ້ໍາ ແລະ ອາກາດໄດ້ດີ, ມີຄວາມອຸດົມສົມບູນ, ມີທາດອາຫານທີ່ຈໍາເປັນຕໍ່ພືດຄົບຖ້ວນ. 
  -  ບໍ່ເປັນອັນຕະລາຍຕໍ່ດິນເຖີງແມ່ນວ່າຈະໃຊ້ເປັນໄລຍະເວລາຕິດຕໍ່ກັນດົນ ຫຼື ໃຊ້ໃນປະລິມານຫຼາຍ.
  -  ຫຼຸດຜ່ອນການໃຊ້ປຸ໋ຍເຄມີ. 
  -  ຊ່ວຍກະຕຸ້ນໃຫ້ທາດອາຫານໃນດິນທີ່ລະລາຍນ້ໍາໄດ້ຍາກໃຫ້ລະລາຍນ້ໍາໄດ້ດີ. 
  -  ຊ່ວຍຫຼຸດເຊື້ອພະຍາດພືດ ແລະ ໄຂ່ແມງຕ່າງໆທີ່ມີຢູ່ໃນດິນ. 
  -  ຢູ່ໃນດິນໄດ້ດົນ ແລະ ຈະຄ່ອຍໆປ່ອຍທາດອາຫານພືດອອກມາຢ່າງຊ້າໆ. 
  -  ສາມາດຜະລິດໄດ້ເອງ, ເພີ່ມຂີດຄວາມສາມາດໃນການເພິ່ງຕົນເອງໄດ້ສູງ.
ວິທີການນໍາໃຊ້
   ໃຊ້ໃນການປູກຜັກ, ຕົ້ນໄມ້ໃຫ້ໝາກ, ໄມ້ດອກ, ໄມ້ປະດັບທຸກຊະນິດ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືຝືກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ