ວິທີເຮັດດອກໄມ້ນ້ຳຫອມເພື່ອຫົດສົງພະ

Andy Souvanhphukdee
ເພື່ອສົ່ງນ້ຳພະ ຊາວລາວຈະກະກຽມດອກໄມ້ຫອມເພື່ອປຸງແຕ່ງເປັນນ້ຳຫອມສຳລັບສົງນ້ຳພະ
ສວຍງາມແບບລຽບງ່າຍ
Phakhaolao.la
phakhaolao. la

ໃກ້ຈະຮອດບຸນປີໃໝ່ ຊາວລາວພາກັນກະກຽມ ຕ້ອນຮັບປີໃໝ່ ເຊ່ັນ ທຳຄວາມສະອາດ ຕາມເຮືອນຊານ ບ້ານຊ່ອງ, ກະກຽມຫາດອກໄມ້ທ່ີມີກ່ິນຫອມ ເຊັ່ນ ດອກເຂັມຂາວ, ດອກຈຳປາ,ດອກດາວເຮືອງ ແລະ ອື່ນໆ ເພ່ືອປຸງແຕ່ງນ້ຳຫອມສົງພະ. ນອກຈາກນັ້ນ ເພ່ິນຍັງເອົາດອກ ແລະ ໃບຄູນ ມາເໜັບໄວ້ນຳປະຕູບ້ານປະຕູເຮືອນ ເພາະມີຄວາມເຊ່ືອວ່າເປັນສີລິມົງຄຸນ.

ສ່ວນປະສົມນ້ຳຫອມສົງພະ:

•    ກະກຽມດອກໄມ້ກິ່ນຫອມຕ່າງໆ
•    ນ້ຳສະອາດ
•    ຂີ້ໝິ້ນ
•    ຫວານຫອມ

ວິທີກະກຽມ

1.    ລ້າງດອກໄມ້ທີ່ກຽມໄວ້ໃຫ້ສະອາດ (ໃຊ້ສະເພາະດອກທີ່ດີບໍ່ເນົ່າຫຼືມີຮອຍຊ້ຳຈະເປັນການດີ)
2.    ນຳຂີ້ໝິ້ນ, ຫວານຫອມ ແລະ ດອກໄມ້ມາລ້າງນ້ຳໃຫ້ສະອາດ ແລ້ວຂູດໃຫ້ມຸ່ນ
3.    ເທນ້ຳສະອາດໃສ່ຂັນ ຫຼື ຄຸນ້ອຍ ຕາມດ້ວຍຂີ້ມິ້ນ ແລະ ຫວານຫອມທີ່ຂູດຂູດ, ຄົນໃຫ້ສ່ວນປະສົມລະລາຍເຂົ້າກັນແລ້ວຕອງດວ້ຍຜ້າຂາວສະອາດ
4.    ເກັບນ້ຳສະອາດທີ່ຕອງແລ້ວໄວ້ ແລ້ວໂຮຍດ້ວຍດອກໄມ້ຫອມທີ່ກຽມໄວ້ ເພື່ອນຳໄປສົ່ງພະ

 

phakhaolao.la

 

ສຳລັບການສົງນ້ຳຢູ່ບ້ານຄວນປະຕິບັດດັ່ງນີ້

  • ຕຽມໂຕະວາງ ພ້ອມດ້ວຍຖາດຮອງສຳລັບຕອນສົງນ້ຳ
  • ກ່ອນສົງນ້ຳຫອມຕ້ອງນຳຜ້າສະອາດມາເຊັດລ້າງພະໃຫ້ສະອາດກ່ອນ


 

ການປະກອບສ່ວນ