ຕົ້ນດອກເຂັມແດງ / Glossy Ixora

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ixora lobbii Loudon / Rubiaceae
ຊື່ພ້ອງ
Ixora lobbii var. angustifolia King & Gamble
Ixora lobbii var. lobbii
Ixora lobbii var. stenophylla (Ridl.) Corner
ຊື່ອື່ນ
ລາວ: ເຂັ້ມແດງ
ໄທ: ເຂັມຍີ່ປຸ່ນ, ເຂັັມແດງເຂັມພວງແດງ
ວຽດນາມ: Doon dor
ອັງກິດ: Glossy Ixora
ຍີປຸຸ່ນ: kam ron ted
ບັນຍາຍລັກສະນະພືດສາດ

ຕົ້ນດອກເຂັມແດງເປັນຕົ້ນໄມ້ນ້ອຍ ສູງປະມານ 0.6-1.0 ແມັດ, ໃບດ່ຽວ, ຈັບກົງກັນ, ກ້ານໃບສັ້ນ, ແຜ່ນໃບຮູບໄຂ່, ປາຍແຫຼມ, ຍາວ 5-10 ຊມ, ກວ້າງ 3-5 ຊມ, ໂຄນໃບມົນ, ຂອບໃບລຽບ, ດ້ານເທິງເປັນສີຂຽວເຫຼື້ອມ. ດອກເປັນຫຼອດຮຽວຍາວ, ເປັນສີແດງ, ເກີດເປັນຊໍ່ແບບກະຈຸກ (Cyme), ກີບດອກເຊື່ອຕິດກັນ, ປາຍແຍກເປັນ 4 ແສກ, ສີແດງ, ເຕົ້າໄຂ່ຈັບລຸ່ມວົງກີບ, ບໍ່ມີກິ່ນ. ໝາກເສັ້ນຜ່າກາງ 6-7 ມມ, ແຕ່ລະໜາກມີ 1 ແກ່ນເປັນຮູບໝາກໄຂ່ຫຼັງ, ສີຂອງໝາກຖ້າເປັນໝາກອ່ອນຈະມີສີຂຽວ ແລະ ຖ້າເປັນໝາກແກ່ໝາກແກ່ຈະມີສີມ່ວງ, ຮູບຮ່າງໝາກກົມ, ສີຂອງແກ່ນຈະເປັນສີນໍ້າຕານອ່ອນ, ຮູບຮ່າງແກ່ນກົມ.

ບັນຍາຍການນຳໃຊ້

ຮາກດອກເຂັັມ ເປັນຢາພື້ນເມືອງ, ຊາວບ້ານໃຊ້ເປັນຢາຖ່າຍສະດວກ, ໃຊ້ໃນກໍລະນີ້ນໍ້າຍ່ຽວຂຸ່ນ. ນອກຈາກນັ້ນຍັງເປັນຢາແກ້ໄຂ້ຮ້ອນ, ຮັກສາຕາພິການ, ບັນເທົາອາການບວມ. ປະລິມານ ແລະ ວິທີໃຊ້: ມື້ໜຶ່ງກິນ 10-15 ກຼາມ ໃນຮູບຢາຕົ້ມ ຫຼື ບອງເຫຼົ້າ. ສຳລັບດອກ, ອາດໃຊ້ພາຍໃຕ້ຮູບຢາຊົງແບບຊົງຊາ, ໃບໃຊ້ເປັນຢາຂ້າພະຍາດ. ດອກໃຊ້ແກ້ພະຍາດຕາແດງ. ໝາກໃຊ້ແກ້ພະຍາດລິດສະດວງໃນດັງ.

ການປະກອບສ່ວນ