ວິທີການຈັກສານຫວດໜື້ງເຂົ້າ

Soulivanh BOUNTHAMMY
ຫວດ ອຸປະກອນທີ່ໃຊ້ໃນການໜຶ້ງເຂົ້າໜຽວ, ມີຄຸນປະໂຫຍດ ແລະ ວິທີການຈັກສານດ້ານລຸ່ມນີ້
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sxsrf=ACYBGNRdVUz7ddRntOqzpY58oWFe6CFURw%3A1568602904042&sa=1&ei=GPt-XYaOAuOWr7wPzrKbgAE&q=%E0%B8%81%E0%B8%B2%E0%B8%A3%E0%B8%AA%E0%B8%B2%E0%B8%99%E0%B8%AB%E0%B8%A7%E0%B8%94&oq=%E0%B8%81%E0%B8%B2%E0%B8%A3%E0%B8%AA%E0%B8%B2%E0%B8%99%E0%B8%AB%E0%B8%A7%E0%B8%94&gs_l=img.3..0j0i24.17233.24830..25336...0.0..0.108.891.3j6......0....1..gws-wiz-img.......35i39j0i10.isG_GbfE4_Y&ved=0ahUKEwiG-o2XrdTkAhVjy4sBHU7ZBhAQ4dUDCAc&uact=5#imgrc=Hpj6SazJ40eqXM:
chaiyaphum.cdd.go.th

ວິທີການຈັກສານຫວດໜຶ້ງເຂົ້າ
ຄຸນປະໂຫຍດຂອງຫວດໜຶ້ງເຂົ້າ

    ຫວດ ເປັນເຄື່ອງຫັດຖະກໍາອັນໜຶ່ງທີ່ສານດ້ວຍໄມ້ປ່ອງ, ສາມາດນໍາໄປຈັດວາງຈໍາໜ່າຍຕາມຮ້ານຕ່າງໆ, ຖ້າສານໄດ້ຫຼາຍກໍ່ສາມາດສ້າງລາຍໄດ້ໃຫ້ແກ່ຄອບຄົວໄດ້. ຫວດໃຊ້ເພື່ອໜຶ້ງຂອງກິນຊະນິດຕ່າງໆໄດ້ເຊັ່ນ: ເຂົ້າ, ຜັກ, ປາ, ຊີ້ນ ແລະ ອາຫານຊະນິດຕ່າງໆ.

ອຸປະກອນ
   1. ມີດ ຫຼື ພ້າ
   2. ໄມ້ປ່ອງ
   3. ຫວາຍ
   4. ເຫຼັກຊີ

ການຈັດຕອກ
   ເລືອກໄມ້ປ່ອງທີ່ຍາວ, ລໍາໜຽວດີ ແລະ ບໍ່ຄວນເອົາໄມ້ປາຍກຸດເພາະມັນຜ່ອຍ, ເມື່ອເລືອກໄດ້ຕົງກັບຄວາມຕ້ອງການແລ້ວເອົາມາຕັດເປັນທ່ອນຍາວປະມານ 40-60 ຊມ (ປະມານ 2-3 ກາດ) ມາສິນສົ້ນໃຫ້ພຽງດີເສຍກ່ອນ. ຫຼັງຈາກນັ້ນນໍາມາຜ່າເປັນບີ້ງນ້ອຍໆປະມານ 2 ຊມ ແລ້ວກໍ່ລົງມືຈັກບີ້ງໜຶ່ງໃຫ້ໄດ້ປະມານ 4 ເສັ້ນ ສ່ວນເຕືອກ ແລະ ຕີວບໍ່ຄວນເອົາ, ສ່ວນການຈັກຕອກໃຫ້ມີຄວາມສະໝໍ່າສະເໝີ, ບໍ່ໜາ ຫຼື ບາງເກີນໄປ ແລ້ວສອງສົ້ນໃຫ້ພໍດີ ແລະ ເທົ່າກັນ.

ການສານຫວດໜຶ່ງເຂົ້າ
   ເມື່ອໄດ້ຕອກຕາມທີ່ຕ້ອງການແລ້ວກໍລົງມືສານໂດຍການໃຊ້ຕອກແປດເສັ້ນມາແບ່ງອອກເປັນເບື້ອງລະ 8 ເສັ້ນ, ເພື່ອໃຫ້ກົ້ນຫວດນັ້ນໃຫຍ່ ແລະ ດືງຕອກອອກເບື້ອງລະເສັ້ນ ເພື່ອໃຫ້ມັນມີບີຢູ່ປະມານ 25 ຊມ ຈຶ່ງມ້ວນປາກ ຫຼື ພາຍປາກຫວດຄືຕິນຂີ້ເຂັບ.
ຂໍ້ມູນຈາກ: ເອກະສານປະກອບການສອນ ວິຊາ ການປຸງແຕ່ງເຄື່ອງປ່າຂອງດົງ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ.

ການປະກອບສ່ວນ