ລາບໄກ່

Andy Souvanhphukdee
ລາບໄກ່ ເມນູອາຫານລາວ ອຸດົມສົມບູນໄປດ້ວຍສ່ວນປະກອບນາໆຊະນິດ ຫຼາກຫຼາຍຢ່າງ ສາມາດຫາໄດ້ຈາກໃນປ່າ ຫຼື ສວນໃນບ້ານ. ສະນັ້ນ, ລົດຊາດອາຫານຈານນີ້ຈຶ່ງມີກິ່ນອາຍ ບົ່ງບອກໃຫ້ເຫັນເຖິງຄວາມເປັນລາວຢ່າງຊັດເຈນ.
ເຮືອນຄົວລາວ
kees Sprengers

ສ່ວນປະກອບ
• ຊີ້ນໄກ່ 2 ຖ້ວຍ (ປະກອບດ້ວຍ ຊີ້ນ ຫົວໃຈ ແລະ ໄຕ)
• ນໍ້າ 3 ບ່ວງແກງ
• ຜັກທຽມ 2 ຫົວ
• ຫົວຜັກບົວແດງ 5 ຫົວ
• ໝາກເຜັດ 3 ໜ່ວຍ
• ຫົວສີໄຄ 1 ກ້ານ 
• ນໍ້າປາ ຫຼື ປາແດກ 1 ບ່ວງແກງ
• ໝາກນາວ 1-2 ໜ່ວຍ
• ເຂົ້າຂົ້ວ 2 ບ່ວງແກງ
• ຫອມລາບຊອຍ ½ ຈອກ
• ໝາກປີຊອຍ 1 ຖ້ວຍ (ຊອຍໃສ່ນ້ຳ ປະສົມເກືອ ຫຼື ໝາກນາວ ຈົນກວ່າຈະນຳໄປໃຊ້ປຸ່ງແຕ່ງ)  
• ໝາກເຜັດ 3 ໜ່ວຍ ໃຊ້ປະດັບໜ້າຕາອາຫານ ຫຼັງຈາກສຳເລັດແລ້ວ

ວິທີການ
1. ກຽມເຂົ້າຂົ້ວ
2. ສັບຊີ້ນໄກ່ໃຫ້ມຸ່ນ ໃຊ້ເວລາປະມານ 10 ນາທີ, ແລະ ຊອຍຜັກທຽມ ຜັກບົ່ວ, ໝາກເຜັດ ແລະ ຫົວສີໄຄ
3. ເດັດຫອມລາບ (ຊອຍຖ້າໃບໃຫ່ຍຫຼາຍເກີນໄປ)
4. ກຽມເຄື່ອງປຸງ ເພື່ອປະສົມກັບຊີ້ນໄກ່
5. ຂົ້ວໄຕໄກ່ ແລະ ຫົວໃຈໄກ່ໃນໝໍ້ແຫ້ງ ໂດຍບໍ່ໃຊ້ນ້ຳມັນໃດໆ
6. ໃສ່ຊີ້ນລົງໃນໝໍ້ ພ້ອມນໍ້າ2-3 ບ່ວງຊາ ເພື່ອປ້ອງກັນບໍໃຫ້ຊີ້ນແຫ້ງເກີນໄປ ແລະ ການສູນເສຍລົດຊາດ
7. ເຮັດໃຫ້ຊີ້ນເຢັນ ໂດຍນຳອອກຈາກໝໍ້ ແລ້ວເທໃສ່ຊາມ
8. ທອດກະທຽມ ໃສ່ນ້ຳມັນ ຈົນກາຍເປັນສີເຫຼືອງ ແລ້ວໃສ່ລົງໃນຊາມ
9. ໃສ່ນ້ຳປາ ຫຼື ປາແດກ ແລະ ໝາກນາວລົງໃນຊາມ ແລະ ຂົນທຸກຢ່າງໃຫ້ເຂົ້າກັນ. ຕາມດ້ວຍຫົວສີໄຄ, ຫົວຜັກບົ່ວ, ໝາກເຜັດ, ໝາກປີ,ເຂົ້າຂົ້ວ ແລະ ເຄື່ອງປະສົມອື່ນໆ ທີ່ຕ້ອງໃຊ້ ລົງໃນຊາມ, ແລ້ວຂົນໃຫ້ເຂົ້າກັນອີກເທື່ອໜຶ່ງ.
10. ຊິມ ແລະ ເພີ່ມເຄື່ອງປຸງໃສ່, ເມື່ອລົດຊາດເຂົ້າກັນແລ້ວ ໃຫ້ໃສ່ຫອມລາບ. ຕັກໃສ່ຊາມ ແລະ ແຕ່ງໜ້າອາຫານໂດຍ ໝາກເຜັດດິບ 3 ໜ່ວຍທີ່ກຽມໄວ້
ຄຳແນະນຳ
ຮັບປະທານກັບ ເຂົ້າໜຽວ

ຂໍ້ມູນສ່ວນຫຼາຍມາຈາກ ອາຫານຈາກພາກເໜືອລາວ (ປຶ້ມສູດອາຫານຈາກເຮືອນພັກທ່າເຮືອ)

ວີດີໂອຈາກ Simply katie

 

ການປະກອບສ່ວນ