ປົ່ນກົບ

Andy Souvanphakdy
ເມື່ອຍ່າງເຂົ້າລະດູຝົນ ທົ່ງໄຮ່ທົ່ງນາກໍເຕັມໄປດ້ວຍນໍ້າ ບົ່ງບອກເຖິງວ່າລະດູການເຮັດນາມາເຖິງແລ້ວ ແຕ່ໃນທົ່ງນານັ້ນ ນອກຈາກຈະເຕັມໄປດ້ວຍຕົ້ນເຂົ້າຂຽວງາມແລ້ວ ຍັງເຕັມໄປດ້ວຍປູປານານໍ້າ ເຊິ່ງສາມາດນຳມາປະກອບອາຫານໃຫ້ອີ່ມທ້ອງໄດ້ເຊັ່ນດຽວກັນ ດັ່ງເຊັ່ນກົບທີ່ສາມາດນຳມາປະກອບອາຫານໄດ້ຫຼາຍຢ່າງ ຕົວຢ່າງຄື ປົ່ນກົບເປັນຕົ້ນ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ກົບ 2 ໂຕ (ອາດຈະເຜົາໄຟກ່ອນກໍ່ໄດ້)
  • ໝາກເຂືອ 3-5 ໝາກ
  • ຫອມບົ່ວແດງ 3-5  ຫົວ
  • ໝາກເຜັດດິບ 5 ໝາກ
  • ໃບຂີງ 7-10 ໃບ
  • ໃບຂີ້ຫູດ 3 ໃບ
  • ຫົວສີໄຄ 2 ຫົວ
  • ປາແດກ

ວິທີປຸງແຕ່ງ

  1. ຕົ້ມນໍ້າ ແລ້ວນຳປາແດກລົງໃສ່
  2. ນຳກົບມາຄົວ ແລະ ລ້າງໃຫ້ສະອາດ
  3. ຫຼັງຈາກໝໍ່ຟົດແລ້ວໃຫ້ໃສ່ຫົວສີໄຄ, ໃບຂີ້ຫູດ ພ້ອມນໍ້າປາແດກເພື່ອດັບກິ່ນຄາວ ລໍຖ້າປະມານ 2 ນາທີ
  4. ແລ້ວໃສ່ ກົບພ້ອມ ໝາກເຂືອ ຕົ້ມປະມານ15 ນາທີ, ຕົ້ມສຸກແລ້ວໃຫ້ຕັກອອກ ປ່ອຍໄວ້ໃຫ້ເຢັນ 
  5. ຈີ່ກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດຈົນສຸກ ຫຼື ຈົນເປືອກໄໝ້ກາຍເປັນສີດຳ
  6. ເອົາເປືອກດຳ ທີ່ໄຫ້ມອອກໃຫ້ໝົດ ແລ້ວໃສ່ລົງໃນຄົກ ຕຳທຸກຢ່າງໃຫ້ເຂົ້າກັນ
  7. ນຳກົບທີ່ຕົ້ມໄວ້ແລ້ວນັ້ນ ພ້ອມກັບໝາກເຄືອ ໃສ່ລົງໃນຄົກທີ່ຕຳກະທຽມ ແລ້ວຕຳທຸກຢ່າງໃຫ້ເຂົ້າກັນອີກເທື່ອໜຶ່ງ, ຫຼັງຈາກນັ້ນກໍໃສ່ນໍ້າຕົ້ມປາລົງໄປໃນຄົກ (ພ້ອມເກືອ ຫຼື ນໍ້າປາ ຖ້າຕ້ອງການ)
  8. ຊອຍໃບຂີງໃສ່, ປຸງລົດຊາດຕາມໃຈມັກ ແລ້ວຕັກໃສ່ຖ້ວຍພ້ອມຮັບປະທານ
     

ແນະນຳ ກິນກັບຜັກແວ່ນ ຈະແຊບດີ

ສູດໂດຍ ເກດສະລິນ

ການປະກອບສ່ວນ