ນ້ຳພິກອ່ອງ

Andy Souvanhphukdee
ນ້ຳພິກອ່ອງແຕ່ລະພາກໃນລາວ ຈະມີສູດ ແລະ ວິທີປຸງແຕ່ງແຕກຕ່າງກັນເຊັ່ນ ພາກເໜືອຈະໃຊ້ແຈ່ວເຂົ້າຊອຍໝາກຖົ່ວເນົ່າ ເປັນສ່ວນປະສົມ, ແຕ່ພາກໃຕ້ຈະໃຊ້ກຸ້ງ ແລະ ຫົວສີໄຄບົດ.
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ກະທຽມ 1 ຫົວນ້ອຍ (ປອກເປືອກອອກ ແລະ ຊອຍ)
•  ນ້ຳມັນພືດ 4 ບ່ວງແກງ
•  ແຈ່ວໝາກເຜັດກຽວ 1 ບ່ວງແກງ
•  ຊີ້ນໝູ ຊອຍ 1 ຈອກກາເຟ ຫຼື ຖ້ວຍນ້ອຍ (ທາງເລືອກ)
•  ນ້ຳຕານ ½ ບ່ວງຊາ
•  ສະອິວ 1 ບ່ວງແກງ
•  ໝາກເຜັດປົ່ນ (ທາງເລືອກ)
•  ໝາກເລັ່ນໃຫ່ຍ 2 ໜ່ວຍ(ຊອຍ)
•  ນ້ຳ ຫຼື ນ້ຳແກງ ເພື່ອປະສົມເຄື່ອງປະສົມຕ່າງໆໃຫ້ເຂົ້າກັນ
•  ຫອມບົ່ວໃບ 1 ມັດນ້ອຍ (ໃຊ້ພຽງໃບເທົ່ານັ້ນ)
•  ຜັກຫອມປ້ອມ ຊອຍ 1 ບ່ວງແກງ (ທາງເລືອກ)
•  ຜັກກາດຊອມ 1 ມັດ
•  ນ້ຳ ສຳລັບລວກຜັກ

ວິທີປຸງແຕ່ງ
1.  ຄ້າງໝໍ້, ໃສ່ນ້ຳມັນ ລໍຖ້າຈົນກ່ວານ້ຳມັນຈະຮ້ອນ ແລ້ວໃສ່ກະທຽມລົງໄປ ຕາມດ້ວຍແຈ່ວໝາກເຜັດກຽວ (ຖ້າຫາກກະທຽມສຸກໄວເກີນໄປ ໃຫ້ຕັກອອກກ່ອນ), ຄົນໃຫ້ເຂົ້າກັນຢ່່າງລະມັດລະວັງ ເພາະໝາກເຜັດຈະໄຫມ້ໄດ້ງ່າຍ. ໃສ່ຊີ້ນໝູ ຫຼື ເຕົ້າຮູ້ ພ້ອມທັງກະທຽມທອດ ທີ່ຕັກອອກ ຕາມດ້ວຍນ້ຳຕານ, ສະອິວ ແລະ ໝາກເລັ່ນ ອາດຈະໃສ່ໝາກເຜັດປົ່ນເພີ່ມເຕີມຖ້າຕ້ອງການ
2.  ຂົ້ວຈົນກ່ວາຊີ້ນ ແລະ ໝາກເລັ່ນຈະສຸກ ຫຼື ຈົນກວ່າສ່ວນປະສົມທຸກຢ່າງຈະປະສົມເຂົ້າກັນຈົນເປັນກ້ອນ ແລ້ວໃສ່ນ້ຳລົງໄປເພື່ອຄວາມລົງຕົວຂອງນ້ຳພິກ. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
3.  ຫຼັງຈາກທີ່ຂົ້ວສ່ວນປະສົມຮຽບຮ້ອຍແລ້ວ ຊອຍຫອມບົ່ວໃບ ແລະ ຜັກຫອມປ້ອມໃສ່, ຕັກໃສ່ຖ້ວຍ
4.  ໜຶ້ງ ຫຼື ລວກຜັກ ປະມານ5 ນາທີ

https://foodfromnorthernlaos.com/2010/08/01/chilli-paste-awng/
Kees  Sprengers (Food from Northern Laos)

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ MrFoodandTravel

ການປະກອບສ່ວນ