ຊົ້ວໄກ່

Andy Souvanhphukdee
ແກງໄກ່ ອາຫານທີ່ອຸດົມສົມບູນໄປດ້ວຍສະມຸນໄພນາໆຊະນິດເຊັ່ນ ທອດກະທຽມ, ຫົວສີໄຄ ແລະ ໝາກເຜັດ. ຮັບປະທານກັບໝົກປາ, ອ່ອມຍອດຫວາຍ, ແຈ່ວ ແລະ ເຂົ້າໜຽວ
ເຮືອນຄົວລາວ
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ນ້ຳ ຫຼື ນ້ຳແກງ 2 ຈອກກາເຟ
•  ເກືອ 1 ບ່ວງຊາ
•  ຄະນໍ 1 ບ່ວງຊາ (ໃສ່ແທນນ້ຳແກງ)
•  ຊີ້ນໄກ່ຊ່ວງເອິກ ເຄິ່ງໂຕ
•  ຫົວສີໄຄ 1 ຫົວ
•  ໝາກເຜັດດິບໜຶ່ງໜ່ວຍ
•  ກະທຽມ 3 ກີບໃຫ່ຍ
•  ຜັກຫອມເປ ຊອຍ 1/3 ຈອກກາເຟ
•  ຫອມບົ່ວໃບຊອຍ ½ ຈອກກາເຟ
•  ຜັກຫອມປ້ອມ 1 ບ່ວງແກງ
•  ຜັກຫອມລາບ ຊອຍ1/4 ຈອກກາເຟ
•  ໝາກນາວ 1 ໜ່ວຍ
•  ນ້ຳປາ 1 ບ່ວງແກງ

ວິທີປຸງແຕ່ງ
1.  ຄ້າງໝໍ້ ໃສ່ນ້ຳ 2 ຈອກກາເຟພ້ອມຄະນໍ ແລະ ເກືອເພື່ອຕົ້ມໄກ່ ປະມານ 5 ນາທີ
2.  ຈີ່ຫົວສີໄຄ (ສະເພາະຫົວສີຂາວເທົ່ານັ້ນ),ໝາກເຜັດ ແລະ ກະທຽມ ຂະນະທີ່ກຳລັງຕົ້ມໄກ່
3.  ທຸບຫົວສີໄຄທີ່ຈີ່ສຸກຮຽບຮ້ອຍແລ້ວ ໃສ່ລົງໝໍ້ແກງ
4.  ຟື້ນເບື້ອງໄກ່ທີ່ຕົ້ມໄວ້ ໃຫ້ສຸກທົ່ວເຖິງ
5.  ຕຳກະທຽມ ແລະ ໝາກເຜັດໃສ່ຄົກ ຫຼື ບົດດ້ວຍເຄື່ອງປັ່່ນ
6.  ຫ້ານາທີ ຫຼັງຈາກທີ່ກຽມສ່ວນປະສົມທຸກຢ່າງຮຽບຮ້ອຍແລ້ວ, ຕັກໄກ່ອອກຈາກໝໍ້ ປະໄວ້ໃຫ້ເຢັນ. ໃສ່ກະທຽມ ແລະ ໝາກເຜັດທີ່ຕຳໄວ້ລົງໝໍ້ແກງ ແລ້ວຕັກນ້ຳແກງອອກຂາກໝໍ້, ຊອຍຫອມເປ, ຫົວຜັກບົ່ວໃບ, ຜັກຫອມປ້ອມ ແລະ ຫອມລາບ ພ້ອມນ້ຳໝາກນາວ 1 ໜ່ວຍ
7.  ຊອຍ ຫຼື ຈີກ ຊີ້ນໄກ່ເປັນຕ່ອນ 5 ຊມ ໃສ່ນ້ຳແກງ ແລ້ວຄົນໃຫ້ເຂົ້າກັນ
8.  ໃສ່ນ້ຳປາ 1 ບ່ວງແກງ ຫຼື ເພີ່ມເຄື່ອງປຸງຕາມຕ້ອງການ
9.  ສຸດທ້າຍ ຕັກໃສ່ຖ້ວຍ ກິນກັບເຂົ້າໜຽວ

ຄຳແນະນຳ
•   ສາມາດໃສ່ຊີ້ນໝູ, ເປັດ ຫຼືເຕົ້າຮູ້ ແທນ ຊີ້ນໄກ່

ຂໍ້ມູນຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ວີດີໂອໂດຍ May Laos.kitchen

ການປະກອບສ່ວນ