ຂົ້ວຜັກກູດ

Andy Souvanhphukdee
ຜັກກູດເປັນສ່ວນໜຶ່ງຂອງອາຫານປະເພດຂົ້ວ ສາມາດພົບເຫັນ ແລະ ຫາຊື້ໄດ້ງ່າຍ ໂດຍສະເພາະລະດູຝົນ
ເຮືອນຄົວລາວ
http://food.malaysiamostwanted.com/photos/73469/paku-vegetable
malaysiamostwanted.com

ສ່ວນປະສົມ
•  ຜັກກູດ ຊອຍຍາວ 10 ຊມ 3 ຈອກ,ລ້າງນ້ຳໃຫ້ສະອາດ ( ໃຊ້ຜັກກູດທີ່ ອາຍຸນ້ອຍຈະດີກ່ວາ , ຖ້າໃຊ້ຜັກກູດທີ່ອາຍຸແກ່ ໃຫ້ເລືອກຕັດເອົາສະເພາະກ້ານທີ່ອ່ອນ)
•  ນ້ຳມັນ 3 ບ່ວງແກງ
•  ໝາກເຜັດດິບ 2-4 ນ້ອຍ
•  ກະທຽມຊອຍ 2 ບ່ວງແກງ
•  ນໍ້າປາ 2 ບ່ວງແກງ
•  ໝາກເລັ່ນ ໜ່ວຍເຄິ່ງ ຜ່າເປັນ 8 ປ່ຽງ
•  ຊອດຫອຍນາງລົມ 2 ບ່ວງແກງ
ສຳລັບ 2-4 ຄົນ
ວິທີປຸງແຕ່ງ
1. ໃສ່ນ້ຳມັນ 3 ບ່ວງແກງລົງໝໍ້, ຫຼັງຈາກໝໍ້ຮ້ອນໃຫ້ໃສ່ກະທຽມ ຄົນດ້ວຍກະວັກປະມານ1ນາທີ ຕາມດ້ວຍໝາກເຜັດ. ໃສ່ຜັກກູດ ແລະ ນ້ຳສະອິ້ວ ຄົນ 2-3 ນາທີແລ້ວໃສ່ມາກເລັ່ນຕາມດ້ວຍ ຊອດຫອຍນາງລົມ 2 ບ່ວງແກງ
2. ຕັກໃສ່ຈານພ້ອມຮັບປະທານ

Food from Northern Laos

ຄຳແນະນຳ
ໃສ່ຊີ້ນໝູກ່ອນຜັກກູດ ຫຼັງຈາກກະທຽມສຸກ ຖ້າຕ້ອງການ

ຂໍ້ມູນຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານເຮືອນພັກທ່າເຮືອ)

ການປະກອບສ່ວນ