ການລ້ຽງອ່ຽນນາ

Sakhone INTHAVONG
ການລ້ຽງອ່ຽນນາໃນອ່າງຊີເມນ
ຊີວະນາໆພັນກະສິກຳ
www.phakhaolao.la
https://xn--12cmh8bbc4da0bh2bc2a3d5edobk6sg.com/?p=2842

ການລ້ຽງອ່ຽງນາເລີ່ມນິຍົມໃນຫຼາຍຮູບແບບເຊັ່ນ: ການລ້ຽງໃນອ່າງຊີເມນ, ການລ້ຽງໃສ່ຢາງຕີນລົດ ແລະ ການລ້ຽງໃນອ່າງພາສຕິກ,  ແຕ່ໃນມື້ນີ້ເຮົາຈະນຳເອົາຮູບແບບການລ້ຽງໃນອ່າງຊີເມນແບບມົນມານຳສະເໜີໃຫ້ທ່ານໄດ້ຮູ້ ແລະ ສາມາດນຳເອົາໄປປະຕິບັດຕາມເພື່ອລ້ຽງໄວ້ກິນເອງ ຫຼື ຈະນຳໄປປະກອບເປັນອາຊີບກໍໄດ້.

ການກຽມອ່າງຊີເມນ ໃນການຂະຫຍາຍພັນ:

  1. ອ່າງຂະຫຍາຍພັນ: ຈະໃຊ້ອ່າງ 2 ອັນຊ້ອນກັນໃນອ່າງໜຶ່ງ ໂດຍອ່າງທີໃຊ້ຕ້ອງມີເສັ້ນຂະໜາດຜ່ານສູນກາງ 120 ຊັງຕີແມັດ ແລະ ສູງ 40 ຊັງຕີແມັດ, ບໍລິເວນພື້ນແມ່ນຈະຕໍ່ທໍ່ລະບາຍນ້ຳສຳລັບການປ່ຽນນ້ຳ ແລະ ບໍ່ລິເວນພື້ນບໍ່ຈພເທປູນ, ເນື່ອງຈາກປູນມີຄວາມເປັນກົດຈະສົ່ງຜົນໃຫ້ຜິວໜັງຂອງອ່ຽນຈະເກີດບາດແຜ ເພາະສະນັ້ນກ່ອນປ່ອຍອ່ຽນລົງນັ້ນຈະຕ້ອງລ້າງອ່າງເພື່ອຫຼຸດຜ່ອນຄວາມເປັນກົດຂອງປູນເສຍກ່ອນ, ໂດຍການເທນ້ຳລົງໄປໃຫ້ເຕັມອ່າງ ແລະ ໃສ່ຕົ້ນກ້ວຍແຊ່ໄວ້ປະມານ 7 ມື້ (ຕົ້ນກ້ວຍຈະຊ່ວຍດູດຊືມເອົາຄວາມເຄັມຂອງປູນອອກ), ຫຼັງຈາກນັ້ນໃຫ້ປ່ອຍນ້ຳອອກ ແລະ ເຕີມນ້ຳແຊ່ອີກຄັ້ງປະມານ  7 ມື້.
  2. ຫຼັງຈາກນັ້ນແມ່ນນຳເຟືອງເຂົ້າມາຮອງພື້ນອ່າງໃຫ້ສູງປະມານ 30 ຊັງຕີແມັດ ແຊ່ໄວ້ປະມານ 5-7 ມື້ (ເຟືອງເປັນອາຫານໃຫ້ອ່ຽນຫຼັ້ງຈາກທີ່ມັນເນົ່າເປື່ອຍ), ນອກຈາກນີ້ເຟືອງເຂົ້າຈະເຮັດໃຫ້ເກີດໄຮແດງ ແລະ ໜອນແດງ ດັ່ງນັ້ນມັນຈະກາຍເປັນອາຫານອ່ຽນ.
  3. ສຳລັບຂັ້ນຕອນຕໍ່ໄປແມ່ນການນຳດິນໜຽວທີ່ມີເນື້ອລະອຽດ (ວິທີທົດສອບທີ່ມີເນື້ອດິນລະອຽດແມ່ນໃຫ້ນຳດິນມາລະລາຍໃນນ້ຳ ຫາກມີລັກສະນຄ້າຍຄືແປ້ງສະແດງວ່າໄດ້ແລ້ວ), ຫາກເປັນດິນທີ່ບໍ່ລະອຽດອາດຈະສົ່ງຜົນໃຫ້ອ່ຽນເກີດບາດແຜໄດ້. ການໃສ່ດິນລົງໄປນັ້ນ ຕ້ອງໃຫ້ເປັນລັກສະນະອຽງຊັນ ໂດຍຈາກຈຸດຕ່ຳສຸດເຖິງສູງສຸດໃຫ້ສູງປະມານ 10 ຊັງຕີແມັດ ແລະ ໃສ່ຜັກຕົບເພື່ອເປັນທີ່ອາໄສຂອງອ່ຽນນ້ອຍທີ່ຈະເກີດມາ.
  4. ຂັ້ນຕອນສຸດທ້າຍແມ່ນການນຳດິນຈີ່ລົງອ່າງເພື່ອວາງອາຫານເຊັ່ນ: ໂຄງກະດູກໄກ່ ແລະ ເສດຊີ້ນ, ດິນຈີ່ຈະເຮັດໃຫ້ອາຫານບໍ່ຟູ ເມື່ອອາຫານເນົ່າມັນກໍຈະບໍ່ສົ່ງກິ່ນເໝັນ. ເມື່ອກຽມບໍ່ຂະຫຍາຍພັນສຳເລັດແລ້ວຄວນຈະປະບໍ່ໄວ້ເພື່ອປັບສະພາບຢ່າງໜ້ອຍ 1 ເດືອນຈຶ່ງຈະປ່ອຍພໍ່ແມ່ພັນລົງບໍ່ໄດ້. 

ພໍ່ແມ່ພັນ: 

  • ເລືອກພໍ່ພັນທີ່ມີນ້ຳໜັກ 300-420 ກຼາມ, ລຳຕົວຍາວ 60 ຊມ ແລະ ແມ່ພັນທີ່ມີນ້ຳໜັກ 70-250  ກຼາມ, ລຳຕົວຍາວ 29-50  ຊມ.
  • ປ່ອຍພໍ່-ແມ່ພັນ ໃນອັດຕາສ່ວນ (ເພດຜູ້:ເພດແມ່) 1:3 ຕໍ່ພື້ນທີ່ຕາແມັດ
  • ເມື່ອລູກອ່ຽນທີ່ມີອາຍຸ 2 ອາທິດ ໃຫ້ນຳພໍ່-ແມ່ພັນອອກຈາກບໍ່ ເພື່ອປ້ອງກັ່ນການກິນລູກຕົວເອງ.

ການໃຫ້ອາຫານ:

  • ອ່ຽນຂະໜາດ 2,5–3,0 ຊັງຕີແມັດ ຈະກິນໄຮແດງ 2 ຄັ້ງ/ມື້.
  • ອ່ຽນຂະໜາດ 5 ຊັງຕີແມັດ ຈະເລີ່ມໃຫ້ອາຫານສຳເລັດຮູບຮ່ວນກັບໜອນແດງຂະໜາດ 6 ອາທິດ.
  • ອ່ຽນຂະໜາດ 8-10 ຊັງຕີແມັດ ຈະເລີ່ມໃຫ້ປາດິບບົດ 2 ຄັ້ງ/ມື້ ແລະ ສາມາດແຍກອອກໄປລ້ຽງໄດ້.

ການຂະຫຍາຍພັນ:

ອ່ຽນນາມີການສືບພັນແບບອາໄສເພດ ແລະ ບໍ່ອາໄສເພດ ການວາງໄຂ່ແມ່ນຈະຢູ່ໃນລະຫວ່າງເດືອນພຶດສະພາ ເຖິງ ກໍລະກົດ ສຳລັບປະລິມານຂອງໄຂ່ແມ່ນຂຶ້ນກັບນ້ຳໜັກ ແລະ ຄວາມຍາວຂອງອ່ຽນ ຄວາມຍາວປະມານ  20-30 ຊັງຕີແມັດຈະໃຫ້ໄຂ່ປະມານ 300 – 400 ໜ່ວຍ, ຄວາມຍາວ 40-50 ຊັງຕີແມັດ ຈະມີໄຂ່ປະມານ 400 – 500 ໜ່ວຍ, ຫາກຍາວຫຼາຍກວ່າ 50 ຊັງຕີແມັດ ຈະໃຫ້ໄຂ່ປະມານ 1000 ໜ່ວຍ.

ການດູແລຈັດການ:

  • ສັງເກດພຶດຕິກຳການກິນອາຫານຂອງອ່ຽນ, ປັບປະລິມານອາຫານໃຫ້ພໍດີຕາມວາມຕ້ອງການ, ຖ້າໃຫ້ອາຫານສົດແມ່ນຄວນປ່ຽນນ້ຳທຸກໆອາທິດ, ຖ້າເປັນອາຫານສຳເລັດຮູບຄວນປ່ຽນນ້ຳທຸກໆ 10-20 ວັນ ເພາະຄຸນນະພາບນ້ຳສົ່ງຜົນຕໍ່ການຈະເລີອນເຕີບໂຕຂອງອ່ຽນ ແລະ ອັດຕາການຫຼອດສູງ, ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດ
  • ສຳລັບການຄວັດດິນໃນບໍ່ລ້ຽງຢ່າງນ້ອຍອາທິດລະຄັ້ງ ເພື່ອເບິ່ງປະລະມານເປັນໄຂ່, ການຈະເລີນເຕີບໂຕ ແລະ ຈຳນວນປະຊາກອນຂອງອ່ຽນ.

ຂໍ້ຄວນລະວັງ: 

  • ການນຳພໍ່ແມ່ພັນຈາກທຳມະຊາດເຂົ້າມາລ້ຽງຕ້ອງລະມັດລະວັງເລື່ອງການຂົນສົ່ງ ບໍ່ຄວນໃຫ້ແໜ້ນເກີນໄປເພາະຈະເຮັດໃຫ້ພໍ່ແມ່ພັນເຫງົາໄດ້.
  • ການຄັດເລືອກເອົາອ່ຽນມາລ້ຽງຕ້ອງຄັດຂະໜາດ ແລະ ອາຍຸທີ່ບໍ່ຕ່າງກັນຫຼາຍ ເພື່ອຫຼຸດບັນຫາການກັດກິນກັນເອງ.
  • ການນຳອ່ຽນມາລ້ຽງຄວນນຳມາຂັງໄວ້ປະມານ 3-4 ວັນກ່ອນປ່ອຍລົງບໍ່ລ້ຽງ
  • ອາຫານທີ່ໃຊ້ເກືອໃນຊ່ວງທຳອິດບໍ່ຄວນແຕກຕ່າງຈາກອາຫານທີ່ເຄີຍກິນໃນທຳມະຊາດ ເນື່ອງຈາກອ່ຽນຈະບໍ່ຍອມກິນອາຫານ.
  • ເມື່ອພົອ່ຽນມີອາການຜິດປົກກະຕິ ຫຼື ບໍ່ສະບາຍ ຄວນຮີບກວດສອບຫາສາເຫດ ແລະ ຮີບແກ້ໄຂທັນທີ, ເລືອກຢາທີ່ໃຊ້ຮັກສາພະຍາດ ຫຼື ສານເຄມີທີ່ເໝາະສົມ

ທີ່ມາ:

ເພຕຸສັດ ສິຣິໄພໂຣດ. (ເລກທີ.ວັນທີ.). ການລ້ຽງອ້ຽນ. ແຂວງ ສະກົນນະຄອນ ປະເທດໄທ: ຄະນະຊັບພະນາກອນທຳມະຊາດ ແລະ ອຸດສາຫະກຳກະເສດ ມະຫາວິທະຍາໄລກະເສດສາດ ວິທະຍາເຂດສະເຫຼີມ.

ການປະກອບສ່ວນ