ວິທີການລ້ຽງຈິງຫຼີດ

Soulivanh BOUNTHAMMY
ເຕັກນິກການລ້ຽງຈິງຫຼີດ ໃຫ້ໄດ້ຄຸນນະພາບທີ່ດີ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B9%80%E0%B8%A5%E0%B8%B5%E0%B9%89%E0%B8%A2%E0%B8%87%E0%B8%88%E0%B8%B4%E0%B9%89%E0%B8%87%E0%B8%AB%E0%B8%A3%E0%B8%B5%E0%B8%94&source=lnms&tbm=isch&sa=X&ved=0ahUKEwiAgqTYy6TkAhWPMd4KHcQ_CZsQ_AUIEigC&cshid=1566962077965057&biw=1280&bih=610#imgrc=Yd5y_-Kxz2Q_9M:
phan nathorn

ຄຸນປະໂຫຍດຂອງຈິງຫຼີດ
    ຈິງຫຼີດມີຄຸນຄ່າທາງດ້ານໂພຊະນາການສູງ ໂດຍສະເພາະໂປຼຕີນ ແລະ ວິຕາມິນຕ່າງໆເໝາະສົມສໍາລັບນໍາມາແປຮູບເປັນອາຫານເພື່ອບໍລິໂພກພາຍໃນຄອບຄົວ ແລະ ຈໍາໜ່າຍໃຫ້ສັງຄົມ. ກ່ອນຈະຈັບຈິງຫຼີດມາບໍລິໂພກບໍ່ຄວນໃຫ້ອາຫານເສີມແກ່ຈິງຫຼີດຢ່າງໜ່ອຍ 2-3 ມື້, ໃຫ້ກິນແຕ່ໃບພືດ ແລະ ນໍ້າທັງນີ້ກໍ່ເພື່ອບໍ່ໃຫ້ມີກິ່ນຂິວອາຫານເສີມໃນເວລາຮັບປະທານ ແລະ ຄວນເອົາຈິງຫຼິດອອກຈໍາໜ່າຍເມື່ອຈິງຫຼີດເລີ່ມມີອາຍຸໄດ້ 45 ວັນຂຶ້ນໄປເພາະເປັນໄລຍະທີ່ມີນໍ້າໜັກດີ ແລະ ເໝາະສົມໃນການຈໍາໜ່າຍແບບແປຮູບຜະລິດຕະພັນ, ສາມາດແປຮູບເປັນອາຫານໄດ້ຫຼາຍວິທີເຊັ່ນ: ການຈຸ່ມໃສ່ແປ້ງທອດ, ການຈືນ, ການຕົ້ມຍໍາ ແລະ ວິທີການອື່ນໆ.

ການນໍາໃຊ້ຈິງຫຼີດເປັນອາຫານສັດ ຈິງຫຼີດສາມາດປະກອບເປັນອາຫານສັດໄດ້ໂດຍການນໍາໃຊ້ຈິງຫຼີດໄດ້ທັງອາຍຸອ່ອນ ແລະ ອາຍຸແກ່ນໍາມາເປັນອາຫານສັດໂດຍກົງກໍ່ໄດ້ເຊັ່ນ: ອາຫານໄກ່, ນົກ, ປາ, ກົບ ແລະ ອື່ນໆ. 

ວິທີການລ້ຽງຈິງຫຼີດ
   ວິທີລ້ຽງຈິງຫຼີດມີ 2 ວິທີຄື: 
 ວິທີການລ້ຽງແບບເປັນກຸ່ມ
   ການລ້ຽງແບບເປັນກຸ່ມແມ່ນຈະມີຫຼາຍລຸ້ນຫຼາຍຂະໜາດຢູ່ຮ່ວມກັນ, ການດໍາເນີນງານຕ່າງໆກໍ່ຈະຫຍຸ້ງຍາກ, ວິທີການລ້ຽງແບບນີ້ມີຄື: 
     - ປ່ອຍພໍ່ພັນ ແລະ ແມ່ພັນລົງໃນອ່າງລ້ຽງໃນອັດຕາ 1:3.
     - ນໍາຖາດດິນ ຫຼື ຊາຍປະມານ 2-3 ອັນ ລົງໃນອ່າງຊີມັງ.
     - ຫຼັງຈາກຟັກໄຂ່ໄດ້ປະມານ 7 ວັນ ກໍ່ຈະແຕກອອກເປັນໂຕອ່ອນ. 
     - ນໍາແກບເຜົາປົນດິນຊາຍອອກ. 
     - ນໍາຖາດໃໝ່ມາໃສ່ໃນອ່າງລ້ຽງຄືເກົ່າ. 
     - ເພດແມ່ຈະວາງໄຂ່ໃນລຸ້ນ 2, 3 ແລະ 4 ຕໍ່ໄປ.
     - ຜູ້ລ້ຽງຈະເລີ້ມຈັບຈິ່ງຫຼີດໄປຂາຍ. 

ວິທີລ້ຽງແບບແຍກກຸ່ມ
    ການລ້ຽງແບບແຍກກຸ່ມຈິງຫຼີດຈະມີໂຕສະເໝີກັນ, ງ່າຍຕໍ່ການຈັດການ ແລະ ການເກັບຜົນຜະລິດ, ວິທີການລ້ຽງແບບນີ້ມີຄື:
    - ປ່ອຍພໍ່-ແມ່ນັ້ນລົງໃນອ່າງລ້ຽງໃນອັດຕາ 3:9 (ໂຕຜູ້ 3 ໂຕ/ໂຕແມ່ 9 ໂຕ). 
    - ນໍາແກບເຜົາປົນດິນຊາຍ 1/2 ໃສ່ໂອຈໍານວນ 3-5 ອັນຕາມຄວາມເໝາະສົມໃສ່ໃນອ່າງລ້ຽງ.
    - ຫຼັງຈາກຈິງຫຼີດວາງໄຂ່ໄດ້ປະມານ 4 ວັນ, ໃຫ້ເອົາໂອໄຂ່ອອກແລ້ວນໍາໄປໃສ່ອ່າງໃໝ່ຈະໃຊ້ເວລາ 7 ວັນ ໄຂ່ຈິງຫຼີດຈະແຕກອອກເປັນໂຕ.
    - ນໍາແກບເຜົ່າປົນດິນຊາຍໃສ່ໂອລ້ຽງຄືເກົ່າ. 
    - ຜູ້ລ້ຽງຈະເລີ່ມຈັບຈິງຫຼີດໄປຂາຍແຕ່ລະລຸ້ນໆ. 

ການໃຫ້ອາຫານ ແລະ ນໍ້າ
   ຈິງຫຼີດເປັນແມງໄມ້ທີ່ກິນພືດເປັນອາຫານຄື: ປະເພດຫຍ້າອ່ອນ ແລະ ຫຍ້າສັດທຸກປະເພດເຊັ່ນ: ຫຍ້າຂົນ, ຫຍ້າຣູຊີ, ຜັກຕົບ, ໃບກ້ວຍເປັນຕົ້ນ. ການລ້ຽງຈິງຫຼີດໃຫ້ໃຫຍ່ໄວ ແລະ ໃຫ້ຜົນຜະລິດຈະຕ້ອງໄດ້ໃຫ້ອາຫານເສີມສໍາລັບການໃຫ້ອາຫານ, ນໍ້າ ແລະ ຫຍ້າສົດຕ້ອງໃຫ້ທຸກໆມື້ຢ່າໃຫ້ຂາດໂດຍສະເພາະຫຍ້າສົດທີ່ເອົາມາຄວນປະໄວ້ໃຫ້ແຫ້ງແລ້ວກາຍເປັນບ່ອນຢູ່ຂອງລູກຈິງຫຼີດແຕ່ລະວັງຢ່າໃຫ້ເໜົ່າເປື່ອຍເພາະຈະເຮັດໃຫ້ເກີດມີຄວາມຮ້ອນພາໃຫ້ລູກຈິງຫຼີດອາດຈະຕາຍໄດ້.

ວິທີການໃຫ້ນ້ໍາ
    ການໃຫ້ນ້ໍາແມ່ນບໍ່ໄດ້ຈໍາກັດໂດຍຈະໃສ່ຕຸກນໍ້າດື່ມຂວດນ້ອຍທີ່ເຈາະ 2 ສົ້ນແລ້ວເອົາແພທີ່ດູດຊື່ມນໍ້າສອດໃສ່ຕາມຮູເຈາະແລ້ວເຕີມນໍ້າໃສ່ຕູກປ່ອຍໃຫ້ນໍ້າຊື່ມຂຶ້ນຕາມແພວາງໄວ້ໃນອ່າງໃຫ້ຈິງຫຼີດດູດກິນ ແລະ ຈະສັງເກດເບິ່ງແຕ່ລະມື້ຖ້າມື້ໃດນໍ້າ, ໃນຕຸກແຫ້ງຕ້ອງໄດ້ຕື່ມນໍ້າໃສ່, ນ້ໍາກໍ່ຕ້ອງເປັນນໍ້າທີ່ສະອາດ ແລະ ອານາໄມແພດູດນໍ້າຖ້າເຫັນວ່າມັນເປື້ອນ ແລະ ສິ່ງສໍາຄັນແມ່ນບໍ່ໃຫ້ຈິງຫຼີດຂາດນໍ້າ.

ການຈັບຈິງຫຼີດ
   ລູກຈິງຫຼີດເມື່ອອາຍຸ 36 ວັນຂຶ້ນໄປແມ່ນຈັດເປັນຈິງຫຼີດໃຫຍ່ພ້ອມທີ່ຈະຈັບໄປຂາຍໄດ້. ການຈັບຈິງຫຼີດນັ້ນໂດຍພຶດຕິກໍາຂອງຈິງຫຼີດແລ້ວ, ຕອນກາງເວັນມັນຈະຫາບ່ອນລີ້ຊ້ອນ, ເມື່ອເວລາມືດຈຶ່ງອອກຫາອາຫານຈາກພຶດຕິກໍານີ້ໃຫ້ໃຊ້ບັ້ງໄມ້ໄຜ່ ຫຼື ແຕະໄຂ່ວາງຂວາງພື້ນທີ່ອ່າງ, ຈິງຫິດກໍ່ຈະເຂົ້າໄປລີຢູ່ເວລາເອົາກໍ່ຍົກຂຶ້ນເຄາະໃສ່ໃນຖົງ ຫຼື ຄຸທີ່ກຽມໄວ້.

ການປະສົມພັນຂອງຈິງຫຼີດ:
   ກົມສົ່ງເສີມການກະເສດ (2003) ໄດ້ເວົ້າວ່າ: ຈິງຫຼີດຈະປະສົມພັນເມື່ອໃຫຍ່ເຕັມໄວການປະສົມພັນ ແລະ ການວາງໄຂ່ແຕ່ລະລຸ້ນຈະໃຊ້ເວລາປະມານ 15 ມື້/ຄັ້ງ/ລຸ້ນ ເມື່ອຫມົດການວາງໄຂ່ລຸ້ນສຸດທ້າຍ.

ວິທີປະສົມພັນ:
    ໂຕຜູ້ຈະເຮັດສຽງໂດຍການຍົກປີກຄູ່ໜ້າຖູກັນເຮັດໃຫ້ເກີດມີສຽງເພື່ອຮ້ອງຫາໂຕແມ່, ຈັງຫວະຮ້ອງຈະດັງເພື່ອຮ້ອງເອົາໂຕແມ່ເຂົ້າມາບໍລິເວນນັ້ນ, ຈາກນັ້ນ, ໂຕຜູ້ຈະເດີນນໍາໄປຮອບໆໂຕແມ່ປະມານ 2-3 ຮອບ. ໃນເວລານີ້, ຈັ່ງຫວະສຽງຮ້ອງກໍ່ເບົາໆລົງ, ໂຕຜູ້ຈະຂຶ້ນໂຄມໂຕແມ່. ຈາກນັ້ນ ໂຕຜູ້ຈະປ່ອຍອະໄວຍະວະເພດແທງໄປຫາເພດຂອງໂຕແມ່ແລ້ວປ່ອຍຖົງນ້ໍາເຊື້ອທີ່ມີລັກສະນະຄ້າຍຄືລູກສອນອອກໄປຕິດຢູ່ປາຍອະໄວຍະວະເພດໂຕແມ່. ຫຼັງຈາກນັ້ນປະມານ 14 ນາທີ ຖົງນ້ໍາເຊື້ອກໍ່ຈະຫ່ຽວລົງແລ້ວໂຕແມ່ຈະໃຊ້ຂາເຂ່ຍຖົງນ້ໍາເຊື້ອຖິ້ມ.

ການວາງໄຂ່ຂອງຈິງຫຼີດ:
   ໂຕແມ່ໃຊ້ອະໄວຍະວະທີ່ຍາວແຫຼມຄ້າຍຄືເຂັມແທງລົງໄປໃນດິນທີ່ມີຄວາມຊຸ່ມພໍປະມານ ແລ້ວວາງໄຂ່ເປັນກຸ່ມ, ກຸ່ມລະ 3-4 ໜ່ວຍ, ໄຂ່ຈະມີລັກສະນະສີເຫຼືອງຮຽວຍາວຄືເມັດເຂົ້າສານ, ໃຊ້ເວລາປະມານ 7 ມື້ກ່ອນແຕກອອກເປັນໂຕອ່ອນ. ຕະຫຼອດອາຍຸຂອງຈິງຫຼີດ, ໂຕແມ່ສາມາດວາງໄຂໄດ້ແຕ່ 600-1,000 ໜ່ວຍ ຊຶ່ງວາງໄຂ່ເປັນລຸ້ນໆປະມານ 4 ລຸ້ນ.

ຂັ້ນຕອນການວາງໄຂ່:
   ຈິງຫຼີດໂຕແມ່ຈະເລີ່ມໄຂ່ພາຍໃນ 7 ມື້ ຫຼັງຈາກປະສົມພັນຊຶ່ງມີຂັ້ນຕອນດັ່ງນີ້: 
      - ຈິງຫຼີດຈະວາງໄຂ່ໃນຂີ້ແກບເຜົາ ທີ່ມີຄວາມຊຸ່ມພໍສົມຄວນ. 
      - ການວາງໄຂ່ຈະວາງເປັນກຸ່ມ, ກຸ່ມລະ 3-4 ໜ່ວຍປະມານ 2-3 ກຸ່ມ.
      - ແທງເຂັ້ມ ຫຼື ທໍ່ສົ່ງໄຂ່ 1 ຄັ້ງຈະວາງໄຂ່ປະມານ 2-3 ກຸ່ມ. 
      - ຍົກເຂັມຂຶ້ນມາເພື່ອຫາທີ່ເໝາະສົມແລ້ວແທງເຂັມໃຫມ່.
      - ຈະມີການວາງໄຂ່ຕະຫຼອດ 4 ເທື່ອ, ເທື່ອລະປະມານ 200-300 ໜ່ວຍ. 
      - ການວາງໄຂ່ແຕລະລຸ້ນຈະໃຊ້ເວລາປະມານ 15 ວັນ.

ການເລືອກສະຖານທີ່ຕັ້ງເຮືອນຈິງຫຼີດ 
   ເຮືອນທີ່ຈະເລືອກສ້າງຄອກຈິງຫຼີດຄວນມີລັກສະນະທີ່ເໝາະສົມດັ່ງນີ້:
     - ບໍລິເວນເຮືອນຄວນເປັນພື້ນທີ່ສູງ, ນໍ້າບໍ່ຖ້ວມຂັງ.
     - ບໍລິເວນທີ່ລ້ຽງຄວນມີພື້ນທີ່ຮອງຮັບຢ່າງຈິງຫຼີດໃຫ້ເໝາະສົມຕາມແບບທີ່ຈະລ້ຽງບໍ່ໃຫ້ແຄບເກີນໄປ.
     - ບໍລິເວນທີ່ລ້ຽງຕ້ອງໄດ້ປ້ອງກັນຂີ້ຝຸ່ນ ແລະ ໃຫ້ມີແສງແດດສ່ອງຜ່ານປະມານ 30-40% ໃນຊ່ວງເຊົ້າ ແລະ ແລງ, ມີອາກາດຖ່າຍເທໄດ້ສະດວກ. 
     - ເປັນພື້ນທີ່ທີ່ບໍ່ເຄີຍເກີດພະຍາດ ແລະ ການລະບາດຂອງພວກມົດ ແລະ ໄຮຕ່າງໆ.
     - ພື້ນທີ່ລ້ຽງຄວນມີແຫຼ່ງອາຫານທໍາມະຊາດຫາໄດ້ງ່າຍເຊັ່ນ: ໃບພືດອ່ອນ, ຍອດຫຍ້າ ແລະ ສິ່ງທີ່ເກີດຈາກທໍາມະຊາດ (ກິນໄດ້ໝົດຖ້າຫາກບໍ່ຂົມ). 

ແບບເຮືອນ
    ຈິງຫຼີດສາມາດລ້ຽງໃນສະພາບທົ່ວໄປທີ່ມີຢູ່ເຊັ່ນ: ໃຕ້ສາຍຄາເຮືອນ, ກ້ອງລ່າງເປັນຕົ້ນ ຫຼື ອາດຈະເຮັດເຮືອນສະເພາະຕາມແບບຕ່າງໆທີ່ມີຄຸນສົມບັດຄືດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ.
ການວາງອ່າງຊີມັງ
     ຄວນວາງອ່າງເປັນແຖວ, ແຕ່ລະອ່າງໃຫ້ຫ່າງກັນເລັກນ້ອຍໂດຍແຕ່ລະແຖວຄວນມີໄລຍະຫ່າງກັນເລັກໜ້ອຍ 1 ເພື່ອເຮັດເປັນທາງທຽວ ແລະ ປະຕິບັດວຽກໄດ້ສະດວກ, ເມື່ອວາງອ່າງຊີມັງແລ້ວຈະຕ້ອງເທພື້ນໃຫ້ໜາ 2-3 ຊມ ເພື່ອປ້ອງກັນມົດຈາກໃຕ້ດິນເຂົ້າມາທໍາລາຍໄຂ່ ແລະ ໂຕຈິງຫຼີດ. ສໍາລັບຂ້າງນອກອ່າງຈະປ້ອງກັນດ້ວຍການໃຊ້ປູກຂາວ ໂຮຍອ້ອມ ຫຼື ໃຊ້ຜ້າຈຸ່ມນ້ໍາມັນເຄື່ອງພັນອ້ອມຢ່າງດ້ານລຸ່ມ. ຈໍານວນອ່າງຊີມັງຈະວາງຫຼາຍ ຫຼື ໜ້ອຍແມ່ນຂື້ນກັບຂະໜາດຂອງສະຖານທີ.

+ ວິທິການຈັດການອ່າງຊີມັງມີດັ່ງນີ້
     - ເມື່ອວາງອ່າງຊີມັງໃຫ້ເໝາະສົມແລ້ວເຮົາຄວນລ້າງອ່າງໃຫ້ສະອາດກ່ອນ. 
     - ພາຍໃນອ່າງຕ້ອງໃສ່ພາຊະນະເພື່ອໃຫ້ຈິງຫຼີດວາງໄຂ່.
     - ສ່ວນຫຍ້າແຫ້ງປະມານ 1 ກໍາມືໄວ້ກາງອ່າງເພື່ອເປັນບ່ອນລີ້ຊ້ອນ ຫຼື ເປັນທີ່ຢູ່ອາໄສຂອງຈິງຫຼີດ. 
     - ໃສ່ຫຍ້າສົດອ່ອນປະມານ 1 ກໍາມືສໍາລັບເປັນອາຫານຂອງຈິງຫຼີດ (ອາຫານຫຼັກ). 
     - ໃສ່ຖາດແບນໆໄວ້ໃສ່ອາຫານເສີມເຊັ່ນ: ຮໍາອ່ອນ, ເຂົ້າປຽນ, ອາຫານໄກ່ ຫຼື ອາຫານປາ. 
     - ວາງຖາດນໍ້າແບນໆພາຍໃນຖາດນໍ້າໃຫ້ໃຊ້ກ້ອນຫີນ, ກ້ອນດິນແດງທຸບເປັນກ້ອນນ້ອຍໆໃສ່ໃຫ້ເກືອບເຕັມແລ້ວຕື່ມນ້ໍາລົງໃສ່ໃຫ້ເຕັມ ຫຼື ໃຊ້ຕຸກນໍ້າດື່ມເຈາະ 2 ສົ້ນ, ແລ້ວເອົາແພທີ່ດູດນໍ້າສອດໃສ່ຮູທີ່ເຈາະທັງ 2 ສົ້ນ, ຕື່ມນໍ້າໃສ່ຕຸກໃຫ້ເຕັມແລ້ວວາງໃສ່ໃນອ່າງໃຫ້ຈິງຫຼີດກິນ.
     - ຂອບອ່າງດ້ານໃນເບື້ອງເທິງໃຫ້ໃຊ້ສະກ໋ອດເທັບ ກວ້າງປະມານ 4-6 ຊມ ຕິດອ້ອມຈອດເພື່ອບໍ່ໃຫ້ຈິງຫຼີດໄຕ່ອອກ. 

ການຄັດເລືອກພໍ່ແມ່ພັນຂອງຈິງຫຼີດ
  ວິທີການຄັດເລືອກພໍ່ແມ່ພັນຂອງຈິງຫຼີດໃຫ້ພິຈາລະນາດັ່ງລຸ່ມນີ້: 
     - ເລືອກພໍ່ແມ່ພັນທີ່ມີລໍາຕົວໃຫຍ່.
     - ເລືອກພໍ່ແມ່ພັນທີ່ມີອະໄວຍະວະເພດຄົບຖ້ວນ ແລະ ແຂງແຮງ. 
     - ເລືອກພໍ່ແມ່ພັນທີ່ມີສີເຂັ້ມ. 

ອັດຕາການປ່ອຍພໍ່ແມ່ພັນລົງອ່າງ
   ການປ່ອຍພໍ່ພັນ ແລະ ແມ່ມັນລົງອ່າງ, ໂດຍປົກກະຕິຈະໃຊ້ອັດຕາ 1:3 (ໂຕຜູ້ 1 ໂຕຕໍ່ໂຕແມ່ 3 ໂຕ) ເມື່ອປ່ອຍພໍ່ພັນມັນຈິງຫຼີດລົງອ່າງແລ້ວໃຊ້ຕາໜ່າງຂຽວອັດ ແລະ ໃຊ້ສາຍຢາງຮັດຂອບປາກອ່າງໄວ້ເພື່ອປ້ອງກັນບໍ່ໃຫ້ຈິງຫິດໄຕ່ອອກ ແລະ ປ້ອງກັນສັດຕູເຊັ່ນ: ຈີ່ໂກະ, ຈີ່ຈ້ຽມ, ໜູ ແລະ ອື່ນໆ. ຫຼັງຈາກປ່ອຍພໍ່ແມ່ພັນໄດ້ປະມານ 3 ວັນຈະຕ້ອງໄດ້ກວດເບິ່ງຖ້າຫາກມັນຕາຍຈະຕ້ອງໄດ້ຫາມາທົດແທນໃຫ້ໄວທີ່ສຸດ.

ພະຍາດ ແລະ ສັດຕູຂອງຈິງຫຼີດ
   ພະຍາດ ແລະ ສັດຕູຂອງຈີຫຼີດ: ຈິງຫຼີດເປັນແມງໄມ້ທີ່ບໍ່ຄ່ອຍມີພະຍາດ ແລະ ສັດຕູລົບກວນ, ພະຍາດທີ່ມັກພົບເຫັນຈະເປັນພະຍາດທາງລະບົບອາຫານ, ສໍາລັບສັດຕູສ່ວນໃຫຍ່ຈະເຫັນແຕ່ພວກມົດ, ກະປອມ, ຈີ່ໂກະ, ແມງມຸມ, ໜູ ແລະ ໄຮ ເປັນຕົ້ນ. ພວກສັດຕູທີ່ພົບຄວນຈະມີການປ້ອງກັນໄວ້ກ່ອນ. 

ການປ້ອງກັນສັດຕູຈິ່ງຫຼີດ
    ຈິງຫຼີດຈະກິນພືດເປັນອາຫານຫຼັກ, ສັດຕູຈະຕິດມາກັບພືດເຊັ່ນ: ໄຮ ແລະ ແມງມູມ. ດັ່ງນັ້ນ, ກ່ອນຈະນໍາພືດໄປໃຫ້ຈິງຫຼີດກິນຕ້ອງນໍາໄປລ້າງນໍ້າ ແລະ ຕາກໃຫ້ສະເດັດນ້ໍາເພື່ອບໍ່ໃຫ້ສັດຕູເຂົ້າໄປໃນອ່າງ, ກ່ອນຈະນໍາຈິງຫຼີດໄປປ່ອຍລົງໃນອ່າງຕ້ອງປ້ອງກັນມົດ.

ການປ້ອງກັນພະຍາດທາງລະບົບອາຫານ
    ການເກີດພະຍາດທາງລະບົບທາງເດີນອາຫານຂອງຈິງຫຼີດເກີດຈາກຈິງຫຼີດກິນອາຫານທີ່ບໍ່ສະອາດ, ມີເຊື້ອຣາ. ວິທີປ້ອງກັນແມ່ນໃຫ້ອາຫານຈໍານວນພໍດີກັບຈໍານວນຂອງຈິງຫຼີດ, ຄວນໝັ່ນທໍາຄວາມສະອາດຖາດໃສ່ອາຫານ ແລະ ນ້ໍາບໍ່ໃຫ້ອາຫານເກີດເຊື້ອຣາອາຫານເສີມຄວນປ່ຽນທຸກໆມື້, ນອກຈາກນັ້ນຢ່າປ່ອຍໃຫ້ພື້ນຂອງອ່າງປຽກຊຸ່ມເພາະຈະເຮັດໃຫ້ເກີດພະຍາດໄດ້ງ່າຍ. ເມື່ອຈັບຈິງຫຼີດອອກໄປຂາຍໝົດແລ້ວຄວນອະນາໄມອ່າງໃຫ້ສະອາດ ແລະ ຕາກອ່າງທຸກຄັ້ງກ່ອນຈະນໍາຈິງຫຼີດລຸ້ນໃໝ່ເຂົ້າມາລ້ຽງໃນຄັ້ງຕໍ່ໄປ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືຝືກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ