ການລ້ຽງປາດຸກ

Soulivanh BOUNTHAMMY
ເຕັກນິກການລ້ຽງປາດຸກໃຫ້ມີຄຸນນະພາບດີຕ້ອງປະຕິບັດຂັ້ນຕອນດັ່ງລຸ່ມນີ້
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B9%80%E0%B8%A5%E0%B8%B5%E0%B9%89%E0%B8%A2%E0%B8%87%E0%B8%9B%E0%B8%A5%E0%B8%B2%E0%B8%94%E0%B8%B8%E0%B8%81&source=lnms&tbm=isch&sa=X&ved=0ahUKEwi40-r2uZ_kAhUCWX0KHQGtBj8Q_AUIEigC&cshid=1566785369714960&biw=1280&bih=610#imgrc=YoSddG_76E15RM:
esan108.com

ປາດຸກພັນປະສົມ
    ປາດູກລ້ຽງເປັນປາທີ່ເປັນລູກປະສົມລະຫວ່າງປາດູກແມ່ເປັນປາດຸກອຸຍປະສົມພັນກັບໂຕຜູ້ປາດຸກພັນ, ພັນປາທີ່ລ້ຽງໃຫຍ່ໄວ, ທົນທານຕໍ່ສະພາບແວດລ້ອມ, ບໍ່ມັກເກີດພະຍາດ ແລະ ມີຕົນຕົວຄ້າຍຄືກັບປາດຸກອຸຍມີຄວາມນິຍົມລ້ຽງກັນຫຼາຍເພາະມັນລ້ຽງງ່າຍ, ຊີ້ນມີລົດຊາດແຊບ ແລະ ຂາຍກໍ່ໄດ້ລາຄາດີ. 
ປະໂຫຍດຂອງການລ້ຽງປາດຸກ 
  
•  ໃຊ້ເນື້ອທີ່ນ້ອຍ, ລ້ຽງໄດ້ໃນທຸກສະຖານທີ່.
  •  ລ້ຽງໄດ້ຈໍານວນຫຼາຍໃນເນື້ອທີ່ຈໍາກັດ. 
  •  ໃຊ້ເວລາລ້ຽງພຽງແຕ່ 2-3 ເດືອນກໍສາມາດຈັບກິນ ແລະ ຂາຍໄດ້.
  •  ປາດຸກເປັນປາທີ່ທົນທານ, ບໍ່ຕາຍງ່າຍ ແລະ ສາມາດຢູ່ໃນນ້ໍາເປື້ອນໄດ້ດີສົມຄວນ. 
  •  ສາມາດລ້ຽງຢູ່ໃກ້ຄອບຄົວ ແລະ ງ່າຍໃນການດູແລຮັກສາ.
ການເລືອກສະຖານທີ່ ແລະ ການສ້າງບ່ອນລ້ຽງປາດຸກ
  -  ຄວນສ້າງອ່າງ ຫຼື ໜອງໃກ້ເຮືອນ ຫຼື ຢູ່ບ່ອນທີ່ຈະເບິ່ງແຍງໄດ້ສະດວກ. 
  -  ຄວນຢູ່ໃນຮົ່ມ ຫຼື ຄວນມຸງຫຼັງຄາໄວ້ເພາະປາດຸກບໍ່ມັກແດດ ແລະ ປ້ອງກັນບໍ່ໃຫ້ໃບໄມ້ລົ່ນໃສ່ຈະເຮັດໃຫ້ນ້ໍາເໜົ່າເໝັນເປັນອັນຕະລາຍຕໍ່ປາໄດ້.
  -  ໃກ້ແຫຼ່ງນ້ໍາເຊັ່ນ: ນໍ້າສ້າງ, ນໍ້າບາດານ, ຫ້ວຍ, ໜອງ, ຄອງ, ບຶງຕ່າງໆ (ເພາະວ່າການລ້ຽງປາດຸດໃສ່ອ່າງໜອງປູດ້ວຍຜາຢາງຕ້ອງໄດ້ປ່ຽນນໍ້າເລື້ອຍໆ ແລະ ການລ້ຽງໃສໜອງຕ້ອງໄດ້ຕື່ມນ້ໍາເປັນປະຈໍາ).

ການສ້າງອ່າງຊີມັງສໍາລັບລ້ຽງປາດຸກ
  -  ອາງທີ່ເໝາະສົມຄວນມີຂະໜາດ 6-8 ຕາແມັດຄື ກວ້າງ 2 ແມັດຍາວ 3 ແມັດ ຫຼື ກວ້າງ 2 ແມັດ ຍາວ 4.
  -  ສ້າງອ່າງຕິດກັນເພື່ອສະດວກໃນການຄັດຂະໜາດຂອງປາລ້ຽງໄດ້ສະດວກ.
  -  ມີທໍ່ລະບາຍນ້ໍາເພື່ອໃຫ້ສາມາດປ່ຽນນໍ້າໄດ້ສະດວກ.
  -  ອ່າງທີ່ສ້າງໃໝ່ຄວນແຊ່ນ້ໍາກັບຢວກຕົ້ນກ້ວຍໄວ້ຢ່າງໜ້ອຍແຊນໍາໄວ້ 14 ວັນໂດຍເບິ່ງນໍາອອກຢ່າງໜ້ອຍກ່ອນເພື່ອໃຫ້ຊີມັງຈືດແລ້ວຈຶ່ງນໍ້າປາມາລ້ຽງໃສ່.
ການສ້າງໜອງດິນ ຫຼື ໜອງປູຜ້າຢາງຂະໜາດນ້ອຍສໍາລັບລ້ຽງປາດູກ 
  -   ໜອງທີ່ເໝາະສົມຄວນມີຂະໜາດ 6-8 ຕາລາງແມັດ, ກວ້າງ 2 ແມັດ, ຍາວ 3 ແມັດ ຫຼື ກວ້າງ 2 ແມັດຍາວ 4 ແມັດ. 
  -  ສາມາດເກັບນໍ້າໄດ້ຢ່າງໜ້ອຍ 3 ເຖິງ 4 ເດືອນ.
  -  ມີທໍ່ລະບາຍນ້ໍາເພື່ອໃຫ້ສາມາດປ່ຽນ ຫຼື ຕື່ມນໍ້າໄດ້ສະດວກ.
ການສ້າງກະຊັງສໍາລັບລ້ຽງປາດຸກ:
  -  ກະຊັງທີ່ເໝາະສົມຄວນມີຂະຫນາດ 6 ຕາແມັດ ຄື ກວ້າງ 2 ແມັດ ຍາວ 3 ແມັດ ສໍາລັບລ້ຽງປາ 200 ໂຕ ຫຼືຂະໜາດ 20 ຕາລາງແມັດ ຄື ກວ້າງ 4 ແມັດ ຍາວ 5 ແມັດ ສໍາລັບລ້ຽງປາ 1.500 ໂຕ.
  -  ກະຊັງຄວນກາງລົງໃນແຫຼ່ງນ້ໍາທີ່ມີນໍ້າຢ່າງໜ້ອຍ 3 ເຖິງ 4 ເດືອນ. 
  -  ກະຊັງທີ່ສ້າງໃໝ່ຄວນແຊ່ນ້ໍາໄວ້ຢ່າງໜ້ອຍ 7-10 ວັນກ່ອນປ່ອຍລູກປາລົງລ້ຽງ. 
ການກະກຽມອ່າງກ່ອນປ່ອຍປາລ້ຽງ: 
  -  ຕ້ອງກວດກາສະພາບນ້ໍາກ່ອນປ່ອຍປາ, ນ້ໍາບໍ່ມີຄວາມເຄັມເນື່ອງມາຈາກຊີມັງທີກໍ່ອ່າງນັ້ນ. 
  -  ຖ້າໃຊ້ນ້ໍາຈາກຮ່ອງ, ຫ້ວຍ, ໜອງ ແລະ ບຶງທໍາມະຊາດຄວນໃຫ້ແນ່ໃຈວ່າເປັນນໍ້າທີ່ມີຄຸນນະພາບດີບໍ່ເນົ່າເສຍບໍ່ມີຢາຂ້າແມງໄມ້ເຈືອປົນມານໍາ. 
  -  ຖ້າໃຊ້ນໍ້າຝົນ, ນ້ໍາບາດານ ຫຼື ນ້ໍາປະປາຕ້ອງຜັກນ້ໍາແຊ່ໄວ້ໃນອ່າງກ່ອນ 3-4 ວັນກ່ອນປ່ອຍປາລົງລ້ຽງໃສ.
ການເລືອກຊື້ລູກປາ
ແຫຼ່ງທີ່ມາຂອງລູກປາ

  -  ໄດ້ຈາກແຫຼ່ງຜະລິດທີ່ເຊື່ອຖື ແລະ ໄວ້ວາງໃຈໄດ້, ຖ້າດີແທ້ຕ້ອງມີໃບຮັບຮອງຂອງສະຖານຂະຫຍາຍພັນປາຍິ່ງເປັນການດີ.
  -  ມີຄວາມຊໍານານໃນການຂົນສົ່ງລູກປາ ແລະ ມີລູກປາຕາຍໜ້ອຍທີ່ສຸດ.
  -  ເຄື່ອງມື ແລະ ອຸປະກອນເພາະພັນຄວນຮັກສາຄວາມສະອາດໄດ້ເປັນຢ່າງດີ.
ລັກສະນະຂອງລູກປາດີ
  -  ການລອຍ ຫຼື ເຄື່ອນໄຫວຄ່ອງແຄ້ວບໍ່ລອຍຕັ້ງສາກກັບນໍ້າ. 
  -  ຕົວສົມບູນ, ໜວດ, ຫາງ ແລະ ຄີບໍ່ກຸດຫ້ຽນ, ບໍ່ມີບາດແຜຕາມຕົນຕົວ.
  -  ຂະໜາດຂອງລູກປາຕ້ອງສະໝໍ່າສະເໝີກັນເພາະປາດຸກເປັນປາກິນຊີ້ນ, ຖ້າອາຫານບໍ່ພຽງພໍໂຕໃຫຍ່ຈະກິນໂຕນ້ອຍ (ກິນກັນເອງ).
ການລ້ຽງ
  -  ປາທີ່ເລີ່ມລ້ຽງຄວນມີຂະໜາດ 5-7 ຊມ, ຄວນປ່ອຍໃນອັດຕາ 50 ເຖິງ 80 ຕົວ/ແມັດມົນທົນ.
  -  ໃນໄລຍະລ້ຽງທໍາອິດຄວນປັບລະດັບນໍ້າໃຫ້ເລິກປະມານ 30 ຊມ. 
  -  ແຊ່ຖົງລູກປາໄວ້ປະມານ 10-15 ນາທີກ່ອນປ່ອຍປາລົງລ້ຽງ. 
  -  ຄວນມີວັດຖຸໃຫ້ປາລີ້ຊ້ອນເພື່ອຫຼຸດຜ່ອນປາໂຕໃຫຍ່ກິນປາໂຕນ້ອຍ, ທຸກໆອາທິດຕ້ອງໄດ້ຄັດໂຕທີ່ໃຫຍ່ກວ່າໝູ່ອອກໄປລ້ຽງຕ່າງຫາກ.
ການປ່ຽນຖ່າຍນໍ້າ
  -  ໄລຍະເລີ່ມລ້ຽງ, ລະດັບນໍ້າຄວນໃຫ້ເລິກ 30 ຊມ. 
  -  ທຸກໆອາທິດໃຫ້ເພີ່ມລະດັບນ້ໍາຂຶ້ນ 5 ຊມ. 
  -  ລະດັບນ້ໍາສູງສຸດບໍ່ໃຫ້ເກີນ 80 ຊມ. 
  -  ຖ່າຍນໍ້າທຸກໆ 4-7 ວັນ, ເວລາທີ່ເຮົາເຂົ້າໄປໃກ້ໜອງຮູ້ສຶກວ່າມີກິ່ນເໝັນຄວນປ່ຽນນໍ້າໃໝ່.
  -  ໃນເວລາຖ່າຍນ້ໍາບໍ່ຄວນເຮັດໃຫ້ປາຕົກໃຈເພາະຈະເຮັດໃຫ້ມັນຄຽດ ແລະ ບໍ່ກິນອາຫານ. 
ອາຫານ ແລະ ການໃຫ້ອາຫານ 
ປະເພດອາຫານ

  -   ອາຫານເມັດສໍາເລັດຮູບ (ຟູນໍ້າ).
  -   ປາຂະໜາດ 2-3 ຊມ ໃຫ້ອາຫານປາດຸກເມັດນ້ອຍພິເສດ (ອາຫານເມັດໝາກງາ).
  -   ປາຂະໝາດ 5-7 ຊມ ໃຫ້ອາຫານປາດຸກເມັດນ້ອຍ. 
  -   ປາຂະໜາດ 7 ຊມ ຂຶ້ນໄປໃຫ້ອາຫານປາດຸກລຸ້ນ.
ການໃຫ້ອາຫານເມັດສໍາເລັດຮູບ 
  -   ໃຫ້ອາຫານວັນລະ 2 ຄັ້ງ (ເຊົ້າ-ແລງ).
  -   ໃຫ້ອາຫານເມັດປະມານ 3 ເຖິງ 7% ຂອງນໍ້າໜັກໂຕປາທີ່ລ້ຽງ.
  -   ປວກ, ຫອຍ, ຂີ້ກະເດືອນ, ແມງໄມ້ເປັນອາຫານທີ່ໃຊ້ແທນອາຫານສໍາເລັດຮູບໄດ້ ແລະ ສາມາດຊອກຫາໄດ້ຕາມຫົວໄຮ່ປາຍນາໄດ້.
  ອັດຕາການຈະເລີນເຕີບໂຕ:
     ລູກປາດຸກໄລຍະເລີ້ມຕົ້ນລ້ຽງຄວນມີຂະໜາດ 2-3 ຊມ, ຈໍານວນ 1,000 ໂຕ, ໃຊ້ເວລາລ້ຽງ 60 ເຖິງ 90 ວັນ ຈະມີອັດຕາການລອດຕາຍປະມານ 80% ຈະໃຫ້ຜົນຜະລິດ 70-80 ກິໂລ, ຂະໜາດປາ 10-15 ໂຕ/ກິໂລ.
ການປ້ອງກັນ ແລະ ຮັກສາພະຍາດປາດຸກ
ການປ້ອງກັນພະຍາດ

  -   ບໍ່ປ່ອຍປາລ້ຽງຫຼາຍເກີນໄປ.
  -   ບໍ່ໃຫ້ອາຫານຫຼາຍເກີນໄປ.
  -   ຮັກສາຄຸນນະພາບນ້ໍາໃຫ້ເໝາະສົມຢູ່ສະເໝີ.
ພະຍາດປາດຸກ ແລະ ວິທີຮັກສາ 
  -   ພະຍາດກະດູກຫົວແຕກແກ້ໄຂດ້ວຍປະສົມ ວິຕາມິນເຊ 1 ກຼາມ ປະສົມກັບອາຫານ 1 ກິໂລ ໃຫ້ປາກິນຕິດຕໍ່ກັນໃນໄລຍະ 15 ວັນ.
  -   ພະຍາດຈາກເຊື້ອ ຈະສັງເກດເຫັນປາມີບາດແຜຕາມຕົນຕົວ ຫຼື ປາມີລັກສະນະການລອຍຊ້າໆ ຫົວຕັ້ງຂະໜານກັບໜ້ານໍ້າ ໃຫ້ຢາປະຕິຊີວະນະເຊັ່ນ: ອົກຊີເຕຕຣາຊີກຣິນ 1 ເມັດ ບົດໃຫ້ລະອຽດປະສົມກັບອາຫານ 1 ກິໂລ ໃຫ້ປາກິນຕິດຕໍ່ກັນ 7-10 ວັນ.
  -   ຖ້າມີປາຕາຍ ແລະ ເປັນບາດແຜຕາມຕົນຕົວໃຫ້ເອົາອອກໄປເຜົາໄຟ ຫຼື ຝັງຖິ້ມ ແລະ ໃຫ້ຟ້າວປ່ຽນຖ່າຍນໍ້າໃນອ່າງທັນທີ, ລ້າງອ່າງໃຫ້ສະອາດດ້ວຍນໍ້າເກືອກ່ອນໃສ່ນໍ້າໃໝ່ແລ້ວຈຶ່ງເອົາປາມາປ່ອຍລ້ຽງຕໍ່ໄປ. 

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ