APA 6th ed. ປາປາກ / Silver Barb. (2019, June 24). Retrieved from https://www.phakhaolao.la/kb/0000560
MLA 8th ed. ປາປາກ / Silver Barb. Pha Khao Lao, 24 June 2019, https://www.phakhaolao.la/kb/0000560.
Chicago 17th ed. Pha Khao Lao. 2019. "ປາປາກ / Silver Barb." Published June 24, 2019. https://www.phakhaolao.la/kb/0000560.
ການລ້ຽງປາໃນນາເຂົ້າ
ຄວນມີເນື້ອທີ່ປະມານ 10-15 ໄລ່, ການດັດແປງພື້ນທີ່ນາໃຫ້ເປັນນາປາກໍ່ສາມາດປະຕິດບັດໄດ້ງ່າຍ ໂດຍຂຸດດິນ ໃນພື້ນທີ່ອ້ອມນາ ຖົ່ມ ແລະ ເສີມຄັນນາໃຫ້ສູງຂຶ້ນ, ຄວນກ້ວາງ 50 ຊມ, ເລິກປະມານ 30 ຊມ, ຄັນນາຈະຕ້ອງສູງ 75-100 ຊມ ຫຼື ຄັນນາສູງກວ່າລະດັບນ້ຳປະມານ 60 ຊມ, ກວ້າງ 50 ຊມ, ມຸມທີ່ຈະເປັນທາງລະບາຍນ້ຳອອກຈາກນາຄວນເປັນດ້ານທີ່ຕ່ຳສຸດທີ່ສຸດ ຖ້າເປັນໄປໄດ້ຂຸດຫຼຸມກວ້າງ 1 ແມັດ ຍາວ 1 ແມັດ, ເລິກ 60-70 ຊມ, ໄວ້ເພື່ອສະດວກໃນການຈັບປາ ໂດຍປາຈະມາລວມກັນຢູ່ໃນຫຼຸມນີ້ ເມື່ອເວລານ້ຳແຫ້ງໃນລະດູເກັບກ່ຽວ.