ອາຫານຕ້ານການອັກເສບ ສາເຫດເລີ່ມຕົ້ນຂອງມະເຮັງ

ຮູ້ຫຼືບໍວ່າອາການເບື້ອງຕົ້ນຂອງຜູ້ຕິດເຊື້ອມະເຮັງ ສ່ວນຫຼາຍເກີດຈາກການອັກເສບທີ່ຕໍ່ເນື່ອງຍາວນານ
phakhaolao.la
phakhaolao.la

ຮູ້ຫຼືບໍວ່າອາການເບື້ອງຕົ້ນຂອງຜູ້ຕິດເຊື້ອມະເຮັງ ສ່ວນຫຼາຍເກີດຈາກການອັກເສບທີ່ຕໍ່ເນື່ອງຍາວນານ ຈົນເຮັດໃຫ້ເຊວບໍລິເວນນັ້ນກາຍເປັນເຊວມະເຮັງໃນທີ່ສຸດ ແລະ ອາການອັກເສບຍັງເປັນອາການເບື້ອງຕົ້ນຂອງພະຍາດອັນຕະລາຍອື່ນໆອີກຫຼວງຫຼາຍເຊັ່ນ: ພະຍາດຫົວໃຈ, ພະຍາດເບົາຫວານ, ພະຍາດປວດຂໍ້ ລວມໄປເຖິງພະຍາດຊຶມເສົ້າ ແລະ ພະຍາດສະໝອງເຊື່ອມອີກດ້ວຍ

ອາການອັກເສບ ມີສາເຫດທີ່ເກີດຂຶ້ນຫຼວງຫຼາຍ ທັງຈາກບາດແຜທີ່ເກີດຂຶ້ນແລ້ວບໍ່ໄດ້ຮັບການປິ່ນປົວໃຫ້ຫາຍຢ່າງຖືກວິທີ ຫຼື ອາດຈະເປັນການເຮັດວຽກທີ່ຜິດປົກກະຕິຂອງເຊວໃນຮ່າງກາຍເອງ ທີ່ຢູ່ຊື່ໆກໍອັກເສບຂຶ້ນມາ

ນາຍແພດ ແຟຣງອູ ອາຈານດ້ານໂພຊະນາການ ແລະ ວິທະຍາການລະບາດ ພາກວິຊາໂພຊະນາການໃນສາຂາສາທາລະນະສຸກ ຄະນະແພດສາດມະຫາວິທະຍາໄລຮາວາດ ລະບຸວ່າ ລາຍງານວິໄຈຫຼາຍຊິ້ນ ພົບວ່າສ່ວນປະກອບຂອງອາຫານ ແລະ ເຄື່ອງດື່ມຫຼາຍຊະນິດ ອາດສົ່ງຜົນຕໍ່ການຕໍ່ຕ້ານການອັກເສບໃນຮ່າງກາຍໄດ້ ດັ່ງນັ້ນບໍ່ວ່າຈະມີສາເຫດອັນໃດ ເຮົາສາມາດກິນອາຫານເຫຼົ່ານີ້ເພື່ອຊ່ວຍຫຼຸດຄວາມສ່ຽງໃນການເກີດອາການອັກເສບ ທີ່ຈະນຳໄປສູ່ການເກີດເຊວມະເຮັງໃນອະນາຄົດໄດ້ ລວມໄປເຖິງຊ່ວຍບັນເທົາອາການເຈັບປວດທີ່ເກີດຂຶ້ນເຊັ່ນ ເຫືອກອັກເສບ ແຜອັກເສບ ຯລຯ ໄດ້ອີກດ້ວຍ

ອາຫານຕ້ານການອັກເສບ

  • ໝາກເລັ່ນ
  • ໝາກໄມ້ຕະກູນເບີຣີ່ ເຊັ່ນ: ສະຕໍເບີຣີ່, ເຊີຣີ່ ແລະ ໝາກ້ຽງ
  • ໝາກຖົ່ວ
  • ນ້ຳມັນໝາກກອກ
  • ຜັກໃບຂຽວ ເຊັ່ນ ຜັກປວຍເລ້ງ, ຫອມປ້ອມ ແລະ ອື່ນໆ
  • ປາທະເລ ເຊັ່ນ: ແຊລມອນ ແມກເຄີເຣວ, ທູນ່າ ແລະ ຊາຣ໌ດີນ

ຢ່າງໃດກໍຕາມ ເມື່ອມີອາຫານທີ່ຊ່ວຍຕໍ່ຕ້ານການອັກເສບທີ່ເຮົາຄວນກິນເພີ່ມເຕີມແລ້ວ ຍັງມີອາຫານທີ່ເພີ່ມຄວາມສ່ຽງອາການອັກເສບຫຼາຍຂຶ້ນດ້ວຍ ນາຍແພດ ແຟຣງ ອູ ລະບຸເພີ່ມເຕີມວ່າ ອາຫານບາງຊະນິດມີສ່ວນປະສົມ ຫຼື ສ່ວນປະກອບທີ່ສົ່ງຜົນໃຫ້ເກີດການອັກເສບຫຼາຍຂຶ້ນຕາມຈຳນວນ ພະລັງງານຈາກອາຫານເຫຼົ່ານີ້ ທີ່ສູງຕາມໄປດ້ວຍ ແລະ ອາຫານທີ່ມີພະລັງງານສູງ ກໍອາດເປັນສາເຫດຂອງພະຍາດຕຸ້ຍ ທີ່ເປັນອີກໜຶ່ງສາເຫດຂອງການອັກເສບໃນຮ່າງກາຍໄດ້ເຊ່ນກັນ

ອາຫານເພີ່ມຄວາມສ່ຽງອາການອັກເສບ

  • ອາຫານຈືນ
  • ນ້ຳອັດລົມ
  • ແປ້ງຂັດສີ
  • ມັນໝູ ເນີຍທຽມ
  • ຊີ້ນແດງ ຊີ້ນສັດແປຮູບ

ເຄັດລັບເພື່ອຫຼຸດການອັກເສບ

ນອກຈາກຈະກິນອາຫາທີ່ຊ່ວຍຫຼຸດການອັກເສບ ແລະ ຫຼີກລ່ຽງອາຫານທີ່ເພີ່ມຄວາມສ່ຽງຂອງການອັກເສບແລ້ວ ການກິນອາຫານທີ່ມີປະໂຫຍດຢູ່ເປັນປະຈຳຢູ່ເປັນປະຈຳ ເຊັ່ນ: ກິນອາຫານແບບ ເມດິເຕເຣນຽນທີ່ເນັ້ນຜັກ ໝາກໄມ້ ເນື້ອຂາວຢ່າງປາ ແລະ ໄກ່ ໝາກຖົ່ວ ແລະ ອາຫານໄຂມັນຕ່ຳ ກິນອາຫານຈາກທຳມະຊາດຫຼາຍກວ່າອາຫານແປຮູບ ອອກກຳລັງກາຍຢ່າງສະໝໍ່າສະເໝີ ແລະ ພັກຜ່ອນໃຫ້ພຽງພໍກໍຊ່ວຍຫຼຸດການອັກເສບຂອງຮ່າງກາຍໄດ້ດີເຊັ່ນກັນ ແຕ່ຫາກພົບວ່າມີອາການອັກເສບສ່ວນໃດສ່ວນໜຶ່ງຂອງຮ່າງກາາຍ ຄວນຮີບປິ່ນປົວ ແລະ ປຶກສາແພດ ກ່ອນທີ່ການອັກເສບຈະລາມໃຫ່ຍໂຕຈົນປິ່ນປົວຍາກລຳບາກຍິ່ງຂຶ້ນ

ຂ່າວ:ໜັງສືພິມວຽງຈັນໃໝ່
 

ການປະກອບສ່ວນ