ຂະແໜງກະສິກໍາ ຕ້ອງການງົບປະມານ 352 ຕື້ກີບ ສະໜອງການຜະລິດ

ງົບປະມານສະໜອງການຜະລິດຂອງຂະແໜງກະສິກໍາ ສົກປີ 2019-2020
https://www.google.com/search?biw=1280&bih=610&tbm=isch&sxsrf=ACYBGNQ0U9GlubL8XhieXmizU1bvjkTD8A%3A1574313755150&sa=1&ei=Gx_WXe3nCNWnoASao4rIBw&q=%E0%BA%81%E0%BA%B2%E0%BA%99%E0%BA%9B%E0%BA%B9%E0%BA%81%E0%BA%9E%E0%BA%B7%E0%BA%94&oq=%E0%BA%81%E0%BA%B2%E0%BA%99%E0%BA%9B%E0%BA%B9%E0%BA%81%E0%BA%9E%E0%BA%B7%E0%BA%94&gs_l=img.3...9335.13109..13415...0.0..0.126.1019.0j9......0....1..gws-wiz-img.......35i39j0i30j0i5i30j0i24.G0pAXBNfAhg&ved=0ahUKEwit4Y_hx_rlAhXVE4gKHZqRAnkQ4dUDCAc&uact=5#imgdii=klkxEejHVwEdjM:&imgrc
kpl.gov.la

      ເພື່ອເຮັດໃຫ້ການຜະລິດກະສິກໍາ ສົກປີ 2019-2020 ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ, ສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ ແລະ ສູ້ຊົນຜະລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ, ກະຊວງກະສິກໍາ ແລະ ປ່າໄມ້ ມີຄວາມຕ້ອງການງົບປະມານລວມທັງໝົດ 352,6 ຕື້ກີບ ເຂົ້າໃນການສ້ອມແປງຊົນລະປະທານ, ຈັດຊື້ແນວພັນພືດ-ສັດ, ອຸປະກອນ, ຢາປາບສັດຕູພືດ ແລະ ປັດໃຈອື່ນໆ. 
      ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດເທື່ອທີ VIII ໃຫ້ຮູ້ວ່າ: ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດກະສິກໍາ ແລະ ປ່າໄມ້ ສົກປີ 2019-2020 ໃຫ້ຂະຫຍາຍຕົວໃນລະດັບ 2,7% ຂຶ້ນໄປ, ໃນນັ້ນຂະແໜງປູກຜັກບໍ່ໃຫ້ຫຼຸດ 2,6%, ລ້ຽງສັດບໍ່ໃຫ້ຫຼຸດ 3,5% ແລະ ການປະມົງບໍ່ໃຫ້ຫຼຸດ 3%, ພ້ອມນີ້ຍັງວາງຄາດໝາຍສູ້ຊົນຜະລິດເຂົ້າເປືອກລວມບໍ່ຫຼຸດ 3,5 ລ້ານໂຕນ, ໂດຍຈະສຸມໃສ່ການຜະລິດເຂົ້ານາແຊງໃຫ້ໄດ້ 90 ພັນເຮັກຕາ ແລະ ນາປີໃຫ້ໄດ້ 7,50 ແສນເຮັກຕາ, ນອກນີ້ຍັງສູ້ຊົນຜະລິດກະສິກໍາ ແລະ ປ່າໄມ້ ເປັນສິນຄ້າເພື່ອສົ່ງອອກໃຫ້ໄດ້ຫຼາຍກວ່າ 1,2 ຕື້ໂດລາ, ດັ່ງນັ້ນເພື່ອບັນລຸຄາດໝາຍດັ່ງກ່າວ ກະຊວງກະສິກໍາ ແລະ ປ່າໄມ້ມີຄວາມຕ້ອງການງົບປະມານລວມທັງໝົດ 352,6 ຕື້ກີບ, ໃນນີ້ສະໜອງໃຫ້ແກ່ການຟື້ນຟູສ້ອມແປງຊົນລະປະທານ 238 ໂຄງການຈໍານວນ 84,9 ຕື້ກີບ, ສະໜອງໃຫ້ແກ່ການຜະລິດລະດູແລ້ງ 2019 ແລະ ລະດູຝົນ 2020 ຈໍານວນ 220,9 ຕື້ກີບ ແລະ ຄວາມຕ້ອງການທີ່ຈໍາເປັນຈໍານວນໜຶ່ງເປັນຕົ້ນແມ່ນແນວພັນເຂົ້າ ແລະ ພືດ, ແນວພັນສັດ, ອຸປະກອນ, ຢາວັກຊີນ, ຢາປາບສັດຕູພືດ ແລະ ປັດໃຈອື່ນໆຈໍານວນ 46,7 ຕື້ກີບ.
     ທັງໝົດນີ້ກໍ່ເພື່ອສືບຕໍ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ, ການຜະລິດກະສິກໍາເປັນສິນຄ້າ, ຟື້ນຟູຊີວິດການເປັນຢູ່, ຟື້ນຟູເສດຖະກິດກະສິກໍາ ແລະ ແກ້ໄຂ້ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດໃນຂອບເຂດທົ່ວປະເທດໃຫ້ກັບຄືນສູ່ສະພາບປົກກະຕິ.
 

ຂໍ້ມູນຈາກ: ໜັງສືພີມເສດຖະກິດ-ສັງຄົມ, ສະບັບທີ 3285, ໜ້າ 3 (ວັນທີ 21/11/2019)

ການປະກອບສ່ວນ