ກະສິກໍາແບບຍືນຍົງ ແລະ ການປ່ຽນແປງຂອງດິນຟ້າອາກາດຢູ່ປະເທດລາວ

ປະເທດລາວມີຄວາມສ່ຽງຕໍ່ຜົນກະທົບທີ່ຮ້າຍແຮງຂອງການປ່ຽນແປງດິນຟ້າອາກາດ, ຕົກຢູ່ໃນສະພາບທີ່ຕ້ອງລະມັດລະວັງ ແລະ ຄາດການວ່າຈະຖືກລົບກວນໂດຍສະພາບດິນຟ້າອາກາດທີ່ຮຸນແຮງຫຼາຍຂຶ້ນ ເຊັ່ນ: ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.
Photo By UNDP Climate Change Adaptation

ສິ່ງເຫລົ່ານີ້ສາມາດຂັດຂວາງການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ການຜະລິດຫຼຸດລົງ, ການປ່ຽນແປງຮູບແບບການປູກພືດແລະ ຫຼຸດປະສິດທິພາບຂອງການຜະລິດກະສິກໍາແບບຍືນຍົງທີ່ລັດຖະບານກໍາລັງພັດທະນາລະບົບການຄໍ້າປະກັນສະບຽງອາຫານຢູ່ ສ ປປ ລາວ ແບບຍືນຍົງ

ໃນການຕອບສະຫນອງຕໍ່ການປ່ຽນແປງສະພາບອາກາດເຫຼົ່ານີ້, ການເພີ່ມຄວາມເຂັ້ມແຂງຂອງຂະແຫນງການກະສິກໍາເພື່ອສະໜອງຂໍ້ມູນທາງສະພາບອາກາດ ລວມທັງຄວາມສາມາດໃນການວັດແທກ, ກວດສອບຢ່າງຕໍ່ເນື່ອງ ແລະ ສ້າງແບບຈໍາລອງລະບົບນິເວດ ສັງເກດຄວາມປ່ຽນແປງຂອງອຸນຫະພູມ ເພື່ອສະໜັບສະໜູນການຜະລິດກະສິກໍາແບບຍືນຍົງ ແລະ ເຮັດໃຫ້ຂະແຫນງທີ່ຈໍາເປັນສາມາດຂະຫຍາຍຕົວໄດ້ແບບຍືນຍົງ ເພື່ອຫຼຸດຜ່ອນຄວາມທຸກຍາກ,   ເພີ່ມຄວາມທົນທານ ແລະ ຮັບປະກັນຄວາມປອດໄພດ້ານອາຫານ.

ອົງການອາຫານແລະກະສິກໍາແຫ່ງສະຫະປະຊາຊາດ (FAO) ໃນລາວໂດຍມີການຊ່ວຍເຫຼືອຈາກອົງການກອງທຶນສິ່ງແວດລ້ອມໂລກ (GEF) ໄດ້ຮ່ວມມືກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນ ໂຄງການສ້າງຄວາມເຂັ້ມແຂງໃຫ້ກັບລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອປັບປຸງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດແລະຄວາມໝັ້ນຄົງດ້ານອາຫານໃນລາວ.

ໂຄງການໄດ້ສຸມໃສ່ການກວດກາແລະການວິເຄາະສະພາບອາກາດ, ລະບົບການຄຸ້ມຄອງຂໍ້ມູນດ້ານຊັບພະຍາກອນທີ່ດິນ (LRIMS) ແລະ ການແບ່ງເຂດການກະສິກໍາແຫ່ງຊາດ (NAEZ) ເຊັ່ນດຽວກັນກັບການຄຸ້ມຄອງຄວາມຮູ້ ແລະ ການເຜີຍແຜ່. ເຄື່ອງມືນີ້ຈະເຮັດໃຫ້ຜູ້ວາງແຜນແລະຜູ້ຕັດສິນໃຈສ້າງແຜນການຜະລິດພືດທີ່ເຫມາະສົມ ແລະ ປັບຕົວເລືອກທີ່ດິນທີ່ເຫມາະສົມໃນໄລຍະ 20, 50 ແລະ 100 ປີຕໍ່ໄປ.

ນອກຈາກນັ້ນ, ໂຄງການໄດ້ກຳລັງຕັດສິນໃຈໃນການເຮັດວຽກໄລຍະສັ້ນເພື່ອຊາວກະສິກອນໃນການປະເຊີນຫນ້າກັບການປ່ຽນແປງສະພາບອາກາດ. ຫນຶ່ງໃນຜະລິດຕະພັນຫຼ້າສຸດຂອງການຮ່ວມມືຮ່ວມກັນຄັ້ງນີ້ແມ່ນການພັດທະນາລະບົບການປັບປຸງສະພາບດິນຟ້າອາກາດສຳລັບກະສິກຳ (LaCSA), ເຊິ່ງໄດ້ສະຫນອງຂໍ້ມູນລາຍງານຕາມລະດູການຂອງແຂວງ ລວມທັງໃນທົ່ວປະເທດ, ແລະແນະນໍາກ່ຽວກັບຜົນຜະລິດ, ສັດຕູພືດ ແລະ ພະຍາດກ່ຽວກັບເຂົ້າ ທຸກໆອາທິດ.

ໂຄງການປະກອບສ່ວນໃນຄວາມພະຍາຍາມຂອງ ສປປ.ລາວ ເພື່ອຕໍ່ສູ້ກັບຜົນກະທົບຂອງການປ່ຽນແປງສະພາບອາກາດແຕ່ຈຳເປັນຕ້ອງມີຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ຂະແຫນງການກະສິກໍາມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດຫຼາຍຂຶ້ນ ແລະ ກຽມພ້ອມທຸກໆພາກສ່ວນ ລວມທັງຜູ້ກຳນົດນະໂຍບາຍ, ກົນໄກການໃຫ້ບໍລິການດ້ານກະສິກໍາ ແລະ ຊາວກະສິກອນໃຫ້ສາມາດປັບຕົວກັບຄວາມສ່ຽງຂອງການປ່ຽນແປງເຫຼົ່ານີ້.

ຂໍ້ມູນຂ່າວຈາກ: FAO in Laos & Vientiane Time

ການປະກອບສ່ວນ