ປາຊີວໜວດ / Long whisker minnow

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Esomus metallicus Ahl, 1923 / Cyprinidae
ຊື່ພ້ອງ
ຊື່ອື່ນ
ພັນລະນາລັກສະນະສັນຖານ

ເປັນປາຂະໜາດນ້ອຍທີ່ມີຕົວເຕັມໄວຍາວບໍ່ເກີນ 10 ຊັງຕິແມັດ ແລະ ເປັນທີ່ພົບໄດ້ງ່າຍ. ລຳຕົວຂ້ອນຂ້າງຍາວ ແລະ ແປດ້ານຂ້າງ, ຈະເປັນຮູບຮຽວຍາວແບບຂອບຂະໜານ, ສ່ວນຄໍຍາວ, ປາກເປີດທາງດ້ານເທິງ, ດ້ານໃນຂອງຮີມປາກດ້ານລຸ່ມມີຕ່ອມຂະໜາດນ້ອຍ. ເສັ້ນຂ້າງລຳຕົວຂ້ອນລົງດ້ານລຸ່ມ ແລະ ຍາວໄປເຖິງຫາງ, ມີເກັດຈຳນວນ 10-20 ເກັດ, ໜວດຍາວທີ່ປາຍຄາງກະໄຕ, ຍາວຈົນຮອດຄີທ້ອງ ແລະ ໜວດຢູ່ຈະງອຍປາກຍາວຮອດຕາ. ລຳຕົວສີຂາວເຫຼື້ອມເງິນ, ມີແຖບສີຕາມລວງຍາວລຳຕົວຈາກຂອງທ້າຍຕາເຖິງປາຍຄອດຫາງ, ຂະໜາດ 4-6 ຊັງຕິແມັດ, ຂະໜາດສູງສຸດທີ່ມີລາຍງານຄື 8 ຊັງຕິແມັດ

ບັນຍາຍການນຳໃຊ້

ການນຳໃຊ້: ສາມາດນຳມາປະກອບເປັນອາຫານໄດ້ດ້ວຍການຈືນໃຫ້ກອບ, ໝົກປານ້ອຍ ຫຼື ກ້ອຍດິບ. ນອກຈາກນັ້ນຍັງນິຍົມເຮັດສົ້ມປານ້ອຍ, ປາແກ້ວ, ປາແດກ. ຍັງລ້ຽງເປັນປາສວຍງາມໃນຕູ້ແກ້ວ

ການສຶບພັນ ແລະ ວົງຈອນຊີວິດ

adult

ພົບໄດ້ໃນແຫຼ່ງນ້ຳເກືອບທຸກປະເພດ ທັ້ງນ້ຳນ້ິງ ແລະ ນ້ຳໄຫຼ ຈາກທົ່ງນາເຂົ້າຈົນເຖິງໃນແມ່ນ້ຳຂະໜາດໃຫຍ່ ເປັນປາທີ່ມັກອົບພະຍົບຕາມນ້ຳ. ເມື່ອລະດູຝົນພວກມັນຈະອົບພະຍົບເຂົ້າທົ່ງບ່ອນມີນ້ຳຖ້ວມ ເພື່ອວາງໄຂ່ ແລະ ຫາກິນໃນແຫຼ່ງນ້ຳຖ້ວມເມື່ອຮອດທ້າຍລະດູຝົນພວກມັນຈະອົບພະຍົບລົງສູ່ແຫຼ່ງນ້ຳຖາວອນ.

ການປະກອບສ່ວນ