ປາແຝກ / Goldfish

ຊະນິດຮ່ວມ
ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Carassius auratus (Linnaeus, 1758) / Cyprinidae
ຊື່ພ້ອງ
Carassius auratus (Linnaeus, 1758) ssp. wui Tchang, 1930
Carassius auratus (Linnaeus, 1758) ssp. cantonensis Tchang, 1933
Carassius auratus Linnaeus, 1758 ssp. argenteaphthalmus Nguyen, 2001
Carassius burgeri Temminck & Schlegel, 1846
Carassius coeruleus Basilewsky, 1855
Carassius discolor Basilewsky, 1855
Carassius encobia Bonaparte, 1845
Carassius encobia Bonaparte, 1845
Carassius grandoculis Temminck & Schlegel, 1846
Carassius langsdorfii Temminck & Schlegel, 1846
Carassius pekinensis Basilewsky, 1855
Carassius discolor Basilewsky, 1855
Cyprinus chinensis Gronow, 1854
Cyprinus maillardi Guichenot, 3
Cyprinus nigrescens Günther, 1868
Cyprinus thoracatus Valenciennes 1842
Cyprinus auratus Linnaeus, 1758
Cyprinus gibelioides Cantor, 1842
Cyprinus gibelioides Cantor, 1842
Cyprinus mauritianus Bennett, 1832
Neocarassius ventricosus Castelnau, 1872
ຊື່ອື່ນ
ພັນລະນາລັກສະນະສັນຖານ

ປາແຝກມີຄວາມຫຼາກດ້ານສີສັນ ແລະ ຮູບຮ່າງ. ຮູບຮຽວຍາວ ຕົວໃຫຍ່ຍາວສຸດ 48 ຊັງຕິແມັດ. ຫົວໃຫຍ່ກົມ.  ຄີຫຼັງຮຽວຍາວຢູ່ເຄີ່ງກາງລຳຕົວໄປເກືອບຮອດຫາງ, ຄີຂ້າງໃກ້ຊ່ອງເປີດຟັນຟືມໜື່ງຄູ່, ຄີທ້ອງໜື່ງຄູ່ ແລະ ຄີກົ້ນໜື່ງອັນ. ຄີຫາງວ້ຳເລີກເປັນອັກສອນວິ. ດ້ານເທີງລຳຕົວສີດຳເຂັ້ມປົນສີເທົາ, ດ້ານຂ້າງຈະເປັນສີເຫຼືອງປົນສີເທົາ, ຄີເປັນສີດຳປົນສີເທົາ. ເກັດຂ້າງມີ  27-31 ແຖວຕາມ ຄວາມຍາວດ້ານຂ້າງຂອງລໍາຕົວ. ຫົວດ້ານຫຼັງຈະບໍ່ມີເກັດ. ນໍ້າໜັກຕົວໜັກສຸດ 3 ກິໂລ.

ການສຶບພັນ ແລະ ວົງຈອນຊີວິດ

ໃນຊ່ວງລະດູໜາວເປັນຊ່ວງທີ່ເໝາະໃນການຈະເລີນເຕິບໂຕຂອງໄຂ່ (Yamanoto & Tagawa, 2000). ແລ້ວໃນຊ່ວງຕົ້ນລະດູຝົນໄຂ່ຈະເລີນເຕິບໂຕເຕັມທີ່. ມັກຈະວາງໄຂ່ຕາມປ່າຫຍ້າບໍລິເວນນ້ຳຕື່ນ ຫຼື ຕາມຮາກຂອງຕົ້ນໄມ້ແຄມຝັ່ງ (Schwartz, 1964) ຫຼື ບາງຄັ້ງພົບວ່າມີການວາງໄຂ່ຕາມເຂດນ້ຳຖ້ວມໃນຊ່ວງລະດູຝົນ (Kukuradze  & Mariyash, 1975). ການວາງໄຂ່ຈະເລີ່ມແຕ່ເຊົ້າຈົນຮອດຕອນບ່າຍ.  (Khan, 1929; Innes, 1936 ). ປາຕົວໜື່ງສາມາດໄຂ່ 3-10 ໜ່ວຍຕໍ່ວັນ ແລະ ຈະໃຊ້ເວລາ 8-10 ວັນ (Smith, 1909). ໄຂ່ຈະມີການຈະເລີ່ມເຕີບໂຕໄດ້ດີໃນອຸນຫະພູມນ້ຳອຸ່ນໆ. ໄຂ່ຈະຕິດກັບວັດຖຸໃຕ້ນ້ຳ ແລະ ຕົ້ນຫຍ້າໃກ້ແຄມຝັ່ງ (Kottelat, and Freyhof, 2007). ປາແມ່ສາມາດໄຂ່ໄດ້ຫຼາຍຄັ້ງຕໍ່ປີ (Teletchea et al., 2009).
ຂໍ້ມູນຈາກ: www.fishbase.de

ການປະກອບສ່ວນ