ຂ່າຊາຍເຫຼືອງ / Yellow Galanga

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Alpinia macrostaminodia Chaveer. & Sudmoon / Zingiberaceae
ຊື່ພ້ອງ
ຊື່ອື່ນ
Thai: Kha Sai, Kha Phou Ngoua
ບັນຍາຍລັກສະນະພືດສາດ

ເກີດເປັນສຸ່ມ, ລຳຕົ້ນສູງ 2 ແມັດ. ມີໃບ 5-10 ໃບ/ຕົ້ນ. ແຜ່ນໃບຮູບຮີ-ຮູບຂອບຂະໜານ, ປາຍແຫຼມ, ຖານຮູບຫຼີ້ມ, ຂອບລຽບ. ຊໍ່ດອກແບບແຕກແໜງ, ຊົງຮີ. ກ້ານຊໍ່ດອກຍາວ 15 ຊັງຕິແມັດ. ດອກສີຂາວປົນເຫຼືອງ, ມີສີແດງເປັນເສັ້ນກະຈາຍ. ໃບປະດັບຮູບຮີແກມຮູບຂອບຂະໜານ. ໂຄນກາບດອກເຊື່ອມຕິດກັນເປັນຫຼອດ, ປາຍເປັນ 3 ແສກນ້ອຍໆ. ກີບດອກສີຂາວ, ປາຍແຍກເປັນ 3 ແສກຮູບຂອບຂະໜານ. ກີບປາກສີເຫຼືອງ, ມີເສັ້ນສີແດງຫ່າງໆ. ກີບຄູ່ຂ້າງເປັນຮູບໄຂ່ກັບ, ເປັນສີແດງ. ເກສອນຜູ້ຍາວ 1.7 ຊັງຕິແມັດ. ເຕົ້າໄຂ່ມົນກົມ. 

ນິເວດວິທະຍາ: ເກີດບ່ອນປ່າເປີດແປນ, ປ່າໂຄກ, ແຄມທາງ. (ຮູບພາບປະກອບຈາກ: ເຟສບຸກຊຸມຊົນຄັນຮັກພັນໄມ້)

ບັນຍາຍການນຳໃຊ້

ມີການເກັບກູ້ ໜໍ່ອ່ອນ, ດອກອ່ອນ, ເຫງົ້າອ່ອນ ນຳມາເປັນອາຫານ. ນຳໃຊ້ໝາກ ແລະ ຫົວ ເປັນຢາປົວແຂ້ວແມງ. 

ການປະກອບສ່ວນ