ຖົ່ວລັນເຕົາ / Sugar Pea
APA 6th ed. ຖົ່ວລັນເຕົາ / Sugar Pea. (2019, August 8). Retrieved from https://www.phakhaolao.la/kb/0000641
MLA 8th ed. ຖົ່ວລັນເຕົາ / Sugar Pea. Pha Khao Lao, 8 August 2019, https://www.phakhaolao.la/kb/0000641.
Chicago 17th ed. Pha Khao Lao. 2019. "ຖົ່ວລັນເຕົາ / Sugar Pea." Published August 8, 2019. https://www.phakhaolao.la/kb/0000641.
Pisum arvense L.
Pisum sativum subsp. arvense (L.) Asch. & Graebn.
Pisum sativum subsp. hortense (Neilr.) Asch. & Graebn.
Pisum sativum subsp. sativum
Pisum sativum var. sativum
Pisum vulgare Jundz.
Pisum vulgare Judz.
Eng: Sugar pea, Sweet peas, Garden pea, Pea
ຖົ່ວລັນເຕົາຈັດເປັນພືດທີ່ເປັນເຄືອ, ຍາວເຖິງ 2 ມ, ເປັນພືດລະດູດຽວ, ລໍາຕົ້ນເລືອ ແລະ ເປັນຫຼ່ຽມ, ສ່ວນຮາກເປັນລະບົບຮາກແກ້ວ, ສາມາດຂຶ້ນໄດ້ໃນດິນເກືອບທຸກຊະນິດໂດຍສະເພາະດິນລ້ວນປົນໜຽວ, ເປັນພືດທີ່ມັກອາກາດເຢັນຈື່ງປູກໄດ້ດີໃນລະດູໜາວ. ໃບສະຫຼັບ, ໃບມີສີຂຽວອ່ອນເຖິງສີຂຽວເຂັ້ມ, ປາຍໃບປ່ຽນເປັນມືເກາະເລື້ອຍ, ບາງສາຍພັນມີສະເພາະມືເກາະ ຫຼື ບາງສາຍພັນກໍ່ອາດມີສະເພາະໃບ. ດອກເປັນດອກແບບສົມບູນເພດ, ປະສົມຕົວເອງ, ດອກມີທັງສີຂາວ ແລະ ມ່ວງ, ແລ້ວແຕ່ສາຍພັນ. ໝາກເປັນຝັກລັກສະນະຄ້າຍຖົ່ວແປບ, ຝັກຍາວຮີມີສີຂຽວສົດ, ພາຍໃນຝັກມີແກນລັກສະນະກົມຂຽວມີຢູ່ປະມານ 2-4 ແກ່ນ.
ປະໂຫຍດ:
- ຖົ່ວລັນເຕົາມີເສັ້ນໃຍອາຫານຫຼາຍ ຈືງຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີ.
- ຖົ່ວລັນເຕົານອກຈາກມີເສັ້ນໄຍອາຫານສູງແລ້ວຍັງມີໄຂມັນຕໍ່າ ແລະ ຢູ່ໃນຮູບຂອງໄຂມັນບໍ່ອີ່ມຕົວ, ການຮັບປະທານປະຈໍາຈືງບໍ່ມີຜົນເສຍຕໍ່ຮ່າງກາຍ.
- ເຮົານິຍົມໃຊ້ຍອດຂອງຕົ້ນຖົ່ວລັນເຕົາມາປຸງແຕ່ງອາຫານ ແລະ ຍັງມີໂປຣຕີນຫຼາຍກວ່າຜັກປະເພດອື່ນໆ.
- ໃຊ້ແປຮູບເປັນສິນຄ້າ ຫຼື ຜະລິດຕະພັນຕ່າງໆ, ເຮັດເປັນຜັກແຊແຂງ ນໍາໄປຕົ້ມ, ຂົ້ວ ຫຼື ອົບກອບກັບເກືອ.
ສັບພະຄຸນ:
- ຍອດຂອງຖົ່ວລັນເຕົາມີເບຕາແຄໂຣທີນສູງ ຊື່ງຊ່ວຍບໍາລຸງສາຍຕາ ແລະ ຜິວພັນ.
- ແກ່ນຊ່ວຍບໍາລຸງໄຂມັນ.
- ຍອດຖົ່ວລັນເຕົາຊ່ວຍບໍາລຸງກະດູກ ແລະ ແຂ້ວ.
- ໃຊ້ບໍາບັດພະຍາດເບົາຫວານ ຜູ້ຊ່ວຍເປັນພະຍາດເບົາຫວານຄວນຮັບປະທານຢ່າງເປັນປະຈໍາ, ດ້ວຍການໃຊ້ຝັກອ່ອນສົດນໍາມາລ້າງນໍ້າໃຫ້ສະອາດນໍາໄປຕົ້ມສຸກ ແລ້ວນໍາມາຮັບປະທານ.
ຄໍາແນະນໍາການຮັບປະທານຖົ່ວລັນເຕົາ:
- ຖົ່ວລັນເຕົາເປັນຖົ່ວທີ່ມີສານພິວຣີນ, ປານກາງ ດັງນັ້ນຜູ້ທີ່ມີກົດຢູຣິກໃນເລືອດສູງຜິດປົກກະຕິຄວນຫຼຸດປະລິມານຮັບປະທານ ເພາະສານພິວຣີນຈະເຮັດໃຫ້ການຂັບຖ່າຍກົດຢູຣິກທາງປັດສະວະຫຼຸດລົງ, ສົ່ງຜົນເຮັດໃຫ້ລະດັບກົດຢູຣິກໃນເລືອດສູງເປັນປັດໄຈສ່ຽງທີ່ຈະເຮັດໃຫ້ເກີດພະຍາດໄຕອັກເສບ, ພະຍາດນິ່ວ ແລະ ພະຍາດເກົາໄດ້.
- ຖົ່ວລັນເຕົາເປັນພືດທີ່ມັກມີສານປົນປື່ອນ ຫຼື ຢ່າຂ້າແມງໄມປະສົມຢູ່ ດັ່ງນັ້ນກ່ອນນໍາມາປະກອບອາຫານຄວນລ້າງໃຫ້ສະອາດກ່ອນດ້ວຍການນໍາຝັກຖົ່ວມາລ້າງຫຼາຍໆນໍ້າ ແລະ ການລ້າງຜັກທີ່ດີຄວນແຊ່ໄວ້ໃນນໍ້າທີ່ໄຫຼລິນຊັກຊ່ວງເວລາໜື່ງ.